ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-26 20:23:41    
ຄະ​ນະ​ຜູ້​ແທນ​ພັກ​ກົກ​ມິນ​ຕັງ​ຈີນ​ເດີນ​ທາງ​ຮອດ​ນະ​ຄອນ​ນານ​ກິ່ງ

cri
ຕາມ​ຂ່າວ CRI: ຕອນ​ບ່າຍ​ວັນ​ທີ 26 ພຶດສະພາ​ນີ້, ຄະນະຜູ້​ແທນຂອງ​ພັກ​ກົກ​ມິນ​ຕັງ​ຈີນ​ທີ່​ນຳ​ໂດຍ​ທ່ານ​ອູ​ໂປ​ຊົ່ງ ປະທານ​ພັກ​ກົກ​ມິນ​ຕັງ​ຈີນ​ໄດ້​ຂີ່​ຍົນ​ເດີນທາງ​ຮອດ​ນະຄອນ​ນານ​ກິ່ງ, ​ເລີ່​ມຢ້ຽມຢາມ​ແຜ່​ນດິນ​​ໃຫຍ່​.

​ເມື່ອ​ຮອດ​​ສະໜາມ​ບິນລູ້​​ໂຂ​ຂອງ​ນະຄອນ​ນານ​ກິ່ງ​ແລ້ວ​, ທ່ານ​ອູ​​ໂປ​ຊົງ​​ໄດ້ສະ​ເໜີ​​​ແລະ​ພ້ອມ​ກັນ​ກັບ​ທ່ານ​ເຊິ​ນຢຸນລິນ ຫົວໜ້າ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ສູນ​ກາງ​ແລະ​ຜູ້​ທີ່​ໄປ​ຕ້ອນຮັບ ຢືນ​ສະຫງົບ​ນິ້ງໄວ້ອາ​ໄລ​ໃຫ້​ຜູ້​ເສຍ​ຊີວິດ​ໃນ​ແຜ່ນດິນ​ໄຫວ​ເວີ້​ນຊ່ວນ.

ທ່ານ​ອູ​ໂປ​ຊົ່ງພ້ອມ​ດ້ວຍ​ຄະນະ​ແມ່ນ​ເດີນທາງ​ມາຢ້ຽມຢາມ​ແຜ່ນດິນ​ໃຫຍ່​ ​ຕາມ​ຄຳ​ເຊີນ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນແລະທ່ານ​ຫູ​ຈີນ​ທາວ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ. ນອກຈາກ​ນະຄອນ​ນານກິ່ງ​ແລ້ວ, ຄະນະ​ຜູ້​ແທນຂອງ​ພັກ​ກົກ​ມິນ​ຕັງ​ຈີນ​ຍັງ​ຈະ​ໄປ​ຢ້ຽມຢາມ​ປັກ​ກິ່ງ​ແລະ​ຊຽງ​ໄຮ້.

​ໃນ​ເວລາ​ກ່າ​ວຄຳ​ປາ​ໄສ​ຕ້ອນຮັບ, ທ່ານ​ເຊິ​ນຢຸນລິນ ຫົວໜ້າ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ສູ​ນກາງ​ພັກ​ກອມ​ມູນິດຈີນ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ນຳ​ການ​ຢື້​ຢາມ​ຖາມ​ຂ່າວ​ແລະ​ການ​ຊ່ອຍ​ເຫຼືອຂອງ​ພັກ​ກົກ​ມິນ​ຕັງ​ແລະ​ປະຊາຊົນ​ໄຕ້ຫວັນ​, ທ່ານ​ເຫັນ​ວ່າ, ການ​ຢ້ຽມຢາມ​ຂອງ​ທ່ານ​ອູ​ໂປ​ຊົງ​ເທື່ອ​ນີ້, ຍ່ອມ​ຈະ​ຊຸກ​ຍູ້​ການ​ແລ​ກປ່ຽນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ພັກ​ກົກ​ມິນ​ຕັງ​ກັບ​ພັກ​ກອມ​ມູນິດ​ຈີນ​ຕື່ມ​ອີກ​ພາຍ​ໃຕ້​ສະພາບ​ການ​ໃໝ່​, ​ແລະ​ຍ່ອມ​ຈະ​ປະກອບສ່ວນ​ອັນ​ສຳຄັນ​ເພື່ອ​​ໃຫ້ການ​ພົວພັນ​ລະ​ຫວ່າງສອງ​ຝັ່ງຂະຫຍາຍຕົວ​ໂດຍສັນຕິ.