ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-26 20:26:29    
ລັດ​ຖະ​ມົນ​ຕີ​ສິ່ງ​ແວດ​ລ້ອມ​ກຸ່ມ 8 ປະ​ເທດ​ຮຽກ​ຮ້ອງ​ໃຫ້​ຮັກ​ສາ​ຄວາມ​ຫຼາກ​ຫຼາຍ​ຂອງ​ຊີ​ວະ​ຊາດ​ດ້ວຍ​ຫຼາຍ​ຊ່ອງ​ທາງ

cri Author: min
ຕາມ​ຂ່າວ CRI: ຕອນ​ເຊົ້າ​ວັນ​ທີ 26 ພຶດສະພາ​ນີ້, ກອງ​ປະຊຸມ​ລັດຖະມົນຕີສິ່ງ​ແວດ​ລ້ອມ​ກຸ່ມ 8 ປະ​ເທດ​ທີ່​ໄດ້​ດຳ​ເນີນຢູ່​ເມືອງ​ໂຄ​ເບ​ຍີ່​ປຸ່ນ​ເປັນ​ເວລາ 3 ວັນ​ໄດ້​ອັດ​ລົງ. ກອງ​ປະຊຸມ​​ໄດ້ປະກາດ​ໜັງສື​ລິ​ເລີ່​ມ​ໂດຍ​ຊີ້​ອອກ​ວ່າ, ​ເພື່ອ​ບັນລຸ​ເປົ້າ​ໝາຍຫຼຸດຈັງຫວະ​ເສຍ​ໄປ​ຂອງ​ຄວາມຫຼາກຫຼາຍຂອງ​ຊີວະ​ຊາດ​​ໃຫ້​ຊ້າ​ລົງ​ຢ່າງຫຼວງຫຼາຍກ່ອນ​ປີ 2010, ຕ້ອງ​ທຳ​ຄວາມ​ພະຍາ​ຍາມ​ໃຫຍ່​ກວ່າ​ເກົ່າ.

ທ່ານ​ເຊ້ຍ​ເຈີ້ນ​ຮວາ ຮອງປະທານຄະນະ​ກຳມະ​ການ​ພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ທີ່​​ໄປ​ເຂົ້າ​ຮ່ວມ​ກອງປະຊຸມ​ດັ່ງກ່າວ​ກ່າວ​ວ່າ, ການ​ຫາລື​ກ່ຽວ​ກັບ​ເປົ້າ​ໝາຍ​ໄລຍະ​ຍາວ​ອາດ​ຈະ​ດຳ​ເນີນ​ໄປ​ອີກ​ໄລຍະໜຶ່ງ, ຖ້າ​ຈະ​ຫາລື​ບັນ​ຫາ​ນີ້​ໃນ​ໄລຍະ​ຍາວ​ນານ​ກໍບໍ່​ທໍ່​ກຳນົດ​ເປົ້າ​ໝາຍ​ໄລຍະ​ກາງ​ໂດຍ​ໄວ​​ແຮ່ງດີກ​ວ່າ, ກໍ່​ຄື, ​ເປົ້າ​ໝາຍ​ຮອດ​ປີ 2020, ​ໃຊ້​ການ​ກະທຳ​ຕົວຈິງ​ເພື່ອ​ຮັກສາ​ສິ່ງ​ແວດ​ລ້ອມຂອງ​ໂລກ.