ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-27 15:25:06    
ດາວ​ທຽມ​ເຟິງ​ຢຸນ​ເລກ​ສາມ​ຂອງ​ຈີນ​ຖືກ​ສົ່ງ​ຂຶ້ນ​ອະ​ວະ​ກາດ​ຢ່າງ​ສຳ​ເລັດ​ຜົນ

cri

ຕາມ​ຂ່າວ cri:​ເວລາ 11 ​ໂມງ 2 ນາທີ​ຂອງ​ວັນ​ທີ 27 ພຶດສະພາ​ນີ້ ​ຕາມ​ເວລາ​ປັກ​ກິ່ງ, ດາວ​ທຽມ​ອຸຕຸນິຍົມ​ຫມູນຕາມ​ໂຄຈອນ​ຂົ້ວ​ໂລກຮຸ່ນ​ໃຫມ່​ຂອງ​ຈີນ​ຄື ດາວ​ທຽມ​ເຟີ​ງຢຸນ​ເລກ​ສາມ 01 ​ໄດ້​ສົ່ງ​ຂຶ້ນສູ່​ອະວະກາດຢູ່​ສູນສົ່ງ​ດາວ​ທຽມ​ທ້າຍ​ຢວນຈີນ​ຢ່າງ​ສຳ​ເລັດ​ຜົນ.ດາວ​ທຽມດັ່ງກ່າວ​​ກັບ​ດາວ​ທຽມ​ອຸຕຸນິ ຍົມເຟີ​ງຢຸນເລກ​ສອງ C ​ແລະ D ທີ່​ພວມ​​ໂຄຈອນ​ຢູ່ໃນ​ປັດຈຸບັນ​ນີ້​ຈະ​ຮັບປະກັນບໍລິການ​ດ້ານ​ອຸຕຸນິຍົມ​​ໃຫ້ແກ່​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.

ຢູ່​ເທິງ​ດາວ​ທຽມ​ເຟິງຢຸນ​ເລກ 3 01 ​ໄດ້​ຕິດຕັ້ງເຄື່ອງ​ວັດ​ແທກທັນ​ສະ​ໄຫມ​ສິບ​ກວ່າ​ເຄື່ອງ,ສາມາດ​ສຳ​ຫລວດ​ຢັ່ງ​ແທກ​ອາກາດທົ່ວ​ໂລກ​ໃນ​ທຸກ​ເວລາ​ຈາກ​ສາມ​ມິ​ຕິ,​ແລະ​ສາມາດ​ພະຍາກອນ​ອາກາດ​ໄລຍະ​ກາງ​ໃນ 10 ມື້ຫາ 15 ມື້​ຂ້າງ​ຫນ້າ​ໄດ້, ຄວາມ​ແມ່ນ​ຢຳ​ກໍ່​ຈະສູງ​​ກວ່າ​ເກົ່າ. ຜູ່​ຊ່ຽວຊານກ່າວ​ວ່າ, ດາວ​ທຽມ​ເຟິງຢຸນ​ເລກ 3 ​ໄດ້​ບັນລຸ​ລະດັບ​ກ້າວຫນ້າ​ຂອງ​ດາວ​ທຽມ​ປະ​ເພດ​ດຽວ​ກັນ​ໃນ​ສາກົນ.
​ເວລາ 11 ​ໂມງ 22 ນາທີ, ດາວ​ທຽມ​ເຟິງຢຸນ​ເລກ​ສາມ​ໄດ້​ແຍກ​ອອກ​ຈາກ​ຍານ​ສົ່ງ.ປັດຈຸບັນ, ດາວ​ທຽມ​ນີ້​ໄດ້​ເຂົ້າສູ່​ໂຄຈອນ​ທີ່​ຕັ້ງ​ໄວ້ລ່ວງ​ຫນ້າ​ຢ່າງສຳ​ເລັດ​ຜົນ, ​ແຜ່ນ​ພະລັງ​​ຕາ​ເວັນ​ຂອງດາວ​ທຽມ​ກໍ່​ເຮັດ​ວຍກຕາມ​ແຜນ​.


1 2 3