ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-27 16:13:19    
ຜູ່​ຊ່ຽວ​ຊານ​ກ່າວ​ວ່າ, ​ແຜ່ນ​ດິນ​ໄຫວ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​​ເມືອງ​ເວີ້ນ​ຊ່ວນ​ແຂວງ​ເສ​ສວນ​ຈະ​ບໍ່​ກະ​ທົບ​ເຖິງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​​ໂດຍ​ລວມ​ຂອງ​ຈີນ

cri
ຕາມ​ຂ່າວ cri:​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານ​ອີ້​ຊ້ຽນຢົງ ນັກຄົ້ນຄວ້າ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ການ​ເງິນ​ຂອງ​ສະພາ​ບັນດິດ​ວິທະຍາ ສາດ​ສັງຄົມ​ຈີນ​ກ່າວ​ວ່າ,​ຜົນ​ກະທົບ​ທາງ​ລົບ​ທີ່ແຜ່ນດິນ​ໄຫວ​ແຮງ​ທີ່​​ຢູ່​ເມືອງ​ເວີ້ນຊ່ວນ​ແຂວງ​ເສວນນຳ​ມາ​ໃຫ້​ເສດຖະກິດ​ຈີນ​ນັ້ນພຽງ​ແຕ່​ແມ່ນສ່ວນ​ຫນຶ່ງ,​ແລະ​ຊົ່ວຄາວ​ທໍ່​ນັ້ນ, ຈະ​ບໍ່​ກະທົບ​ເຖິງ​ການ​ພັດທະນາ​ໂດຍ​ລວມຂອງ​ເສດຖະ ກິດ​​ຈີນ.

ທ່ານ​ອີ​ຊ້ຽນຢົງ​ກ່າວ​ວ່າ, ​ແຜ່ນດິນ​ໄຫວ​ເກີດຢູ່​ເຂດ​ພູດ​ອຍທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ທີ່​ເສດຖະກິດ​ບໍ່​ພັດທະນາ​ປານ​ໃດ​ຂອງ​ຈີນ,​ເຖິງ​ວ່າມີ​ຄວາມ​ເສຍ​ຫາຍ​ດ້ານ​ເສດຖະກິດ​ຍ້ອນ​ແຜ່ນດິນ​ໄຫວຢ່າງ​ຫລວງຫລາຍ​ກໍ່ຕາມ, ​ແຕ່​ເມື່ອ​ທຽບ​ກັບລິ​ມາດ​ເສດຖະກິດ​ອັນ​ມະຫາສານ​ຂອງ​ຈີນ​ແລ້ວ, ຍັງ​ບໍ່​ສາມາດ​ສັ່ນ​ຄອນເຖິງ​ພື້ນຖານ​​ເສດຖະກິດ​ຂອງ​ຈີນ​ໄດ້​ເທື່ອ.ກົງກັນຂ້າມ, ການ​ເງິ​ນທຸ່ມ​ເທ​ງົບປະມານກ້ອນ​ໃຫຍ່​ເຂົ້າ​ໃນ​ການ​ສ້າງສາ​ເຂດ​ປະສົບ​ໄພ​ຍັງ​ອາດ​ຈະ​ກາຍ​ເປັນ​ປັ​ດ​​ໄຈ​ສຳຄັນຫນຶ່ງ​ທີ່​ຈະ​ເຮັດ​ໃຫ້ gdp ​ເພີ່ມ​ຂຶ້ນ.