ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-27 18:27:31    
ຊ່ຽວ​ຊານ​ກ່າວ​ວ່າ, ​ແຜ່ນ​ດິນ​ໄຫວ​ຢູ່​ເສ​ສວນ​ຈະ​ບໍ່​ກະ​ທົບ​ເຖິງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໂດຍ​ລວມ​ຂອງ​ຈີນ

cri

ເຖິງ​ວ່າ​​ແຜ່ນດິນ​ໄຫວ​ແຮງ​​ຢູ່​ແຂວງ​ເສ​ສວນ​ຈີ​ນ​ໄດ້ພາ​ໃຫ້​​ມີ​ຜູ້​ເສຍ​ຊີວິດ​ແລະ​ບາດ​​ເຈັບ​ຈຳ​ນວນ​ຫຼວງ​ຫຼາຍ​ແລະ​ເສຍ​ຫາຍ​ທາງ​ຊັບ​ສິນ​ຢ່າງ​ໜັກ​ໜ່ວງ, ​ແຕ່​ຫວ່າງ​ມໍ່ໆ​ນີ້, ​ໃນ​ເວ​ລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວCRI, ຊ່ຽວ​ຊານ​ທີ່​ກ່ຽວຂ້ອງ​ກ່າວ​ວ່າ, ​ຜົນ​ກະ​ທົບ​ທາງ​ລົບ​ທີ່ແຜ່ນ​ດິນ​​ໄຫວ​ນຳ​ມາ​ໃຫ້​ເສດ​ຖະກິດ​ຈີນ​ແມ່ນ​ຈຳກັດ​ຢູ່​ໃນ​ບາງ​ພາກ​ສ່ວນ​ຊົ່ວ​ຄາວ​ເທົ່າ​ນັ້ນ, ມັນຈະ​ບໍ່​ກະ​ທົບ​ເຖິງການ​ພັດທະນາ​ຂອງ​ເສດຖະກິດ​ຈີນ.

ແຜ່ນ​ດິນ​ໄຫວ​ທີ່​ເກີດຂຶ້ນ​ຢູ່​ເມືອງ​ເວິ້ນຊ່ວນ​ແຂວງ​ເສ​ສວນ​ໃນວັນ​ທີ12ພຶດສະພາ​ນີ້​ແມ່ນ​ໄພ​ແຜ່ນດິນ​ໄຫວ​​ທີ່​ກະທົບ​ເຖິງ​ບໍລິ​ເວນ​ກວ້າງຂວາງ​ທີ່​ສຸດ​ນັບແຕ່​ປີ1949ມາ​ນີ້. ນັບ​ມາ​ຮອດ​ປະຈຸ​ບັນ, ​ແຜ່ນ​ດິນ​ໄຫວ​ໄດ້​ເຮັດ​ໃຫ້6ໝື່ນ​ກວ່າ​ຄົນ​ເສຍ​ຊີວິດ. ​​ຍັງ​ເຮັດ​ໃຫ້​ພື້ນຖານ​ໂຄງ​ລ່າງ​ຕ່າງໆ, ​ເຊັ່ນ​ໄຟ​ຟ້າ ການ​ສື່​ສານ​ແລະ​ຖະໜົນ​ຫົນທາງ​ຖືກ​ທຳລາຍ​ຢ່າງ​ໜັກ​ໜ່ວງ; ​ໂຮງງານ​1ໝື່ນ​4ພັນ​ກວ່າ​ແຫ່ງ​ຖືກ​ທຳລາຍ, ​ເສຍ​ຫາຍ​​ທາງ​ເສດຖະກິດໂດຍ​ກົງ​ເຖິງ67ຕື້​ຢວນ. ພ້ອມ​ກັນ​ນັ້ນ, ຢູ່​ເຂ​ດປະສົບ​ໄພ, ການ​ຜະລິດ​ກະສິກຳ​ກໍຖືກ​ທຳລາຍ​ຢ່າງ​ໜັກໜ່ວງ, ​ເຄື່ອງ​ປູກຂອງຝັງຫຼາຍໝື່ນ​ເຮັກ​ຕາ​ຖືກ​ທຳລາຍ.

ທ່ານ​ອີ້​ຊ້ຽນຢົງ ນັກ​ຄົ້ນຄວ້າ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ການ​ເງິນ​ຂອງ​ສະພາ​ບັນ​ດິດວິທະຍາສາດ​ສັງຄົມ​ຈີນ​ກ່າວ​ວ່າ,

ເຖິງ​ວ່າ​ແຜ່ນດິນ​ໄຫວ​ຄັ້ງ​ນີ້​​ເປັນ​ການ​ກະທົບ​ຢ່າງ​ຮ້າຍ​ແຮງ​ຕໍ່​ເສດ​ຖະກິດ​ທ້ອງ​ຖິ່ນ​ກໍ​ຕາມ, ​ແຕ່​​ເມື່ອ​ສັງ​ເກດຈາກ​ບໍລິ​ເວນ​ທົ່ວ​ປະ​ເທດ​ແລ້ວ, ຜົນ​ກະທົບ​ນີ້​ກໍ່​ບໍ່​ແຮງ​ຫຼາຍ. ​ເຖິງ​ວ່າ​ຄວາມ​ເສຍ​ຫາຍ​ໃນ​ແຜ່ນ​ດິນ​ໄຫ​ວຄັ້ງ​ນີ້​ໜັກ​ໜ່ວງ​ຫຼາຍ, ​ແຕ່​ກວມອັດ​ຕາGDP​ບໍ່ຫຼາຍ​ປານ​ໃດ. ສະ​ນັ້ນ, ​ຜົນ​ກະທົບ​ຕໍ່​ເສດຖະກິດກໍ່​ບໍ່​ເຖິງ​ຂະໜາດ​ແຮງ​ເກີນ​ໄປ.

ນອກ​ນີ້, ​ໂດຍ​ແນ​ໃສ່​ຄວາມ​ເປັນ​ຫ່ວງ​​ທີ່​ຢ້ານ​ວ່າແຜ່ນດິນ​ໄຫວ​ອາດ​ຈະ​ເພີ່ມ​ຄວາ​ມກົດ​ດັນ​ໃຫ້​ເກີດ​ໄພ​ເງິນ​ເຟີ້​ຢູ່ຈີນ, ທ່ານ​ອີ້​ຊ້ຽນຢົງ​ເຫັນ​ວ່າ,

ເວົ້າ​ໃນ​ດ້ານຜົນ​ກະທົບ​​ຕໍ່​ລາຄາ​ສິນຄ້າ, ​ໃນ​ໄລຍະ​ສັ້ນອາດ​ຈະ​ມີການ​ກະ​ທົບ​ຫຼາຍດ້ານ​ຈິດ​ໃຈ​ໃນທົ່ວ​ປະ​ເທດ. ​ແຕ່​ທີ່​ຈິງ​ແລ້ວລາຄາ​ເຄື່ອງ​ຂອງ​ກໍ່​ຈະ​ບໍ່​ສູງ​ເກີນ​ໄປ, ຈະ​ບໍ່​ກ່ຽວ​ພັນ​ເຖິງCPIຫຼາຍ​ປານ​ໃດ.

ບໍ່​ແຮ່ສັງກະສີ,​ຊືນ​ແລະອາ​ລຸຍ​ມີ​ຍົມຂອງ​ເສສວນ​ມີ​ບົດບາດສຳຄັນ​​ໃນ​ທົ່ວ​ປະ​ເທດ,​ແຜ່ນດິນ​ໄຫວ​ບໍ່​ພາ​ໃຫ້​ຊັບພະຍາກອນ​ທຳ​ມະ​ຊາດມີການ​​ເສຍ​ຫາຍ​ຫຍັງ,ພຽງ​ແຕ່​​ເຮັດ​ໃຫ້​ໂຮງ​ຈັກໂຮງງານ​​ເພພັງ,​ເຄື່ອງ​ຜະລິດໄຟຟ້າ​ແລະທາງ​ຄົມມະນາຄົມ​​ແລະພື້ນຖານ​ໂຄງ​ລ່າງອື່ນໆ​ຖືກ​ທຳລາຍ.​ເຖິງ​ວ່າ​​ໃນ​ໄລຍະ​ໜຶ່ງອາດ​ຈະ​ກະທົບ​​ເຖິງລາຄາ​ອຸບປະກອນ​ໂລຫະ​ໃນທົ່ວ​ປະ​ເທດ,​ແຕ່​​ເມື່ອການ​ຜະລິດຟື້ນ​ຟູ​ຄືນ​ມາ,ລາຄາກໍ​ຈະ​ເຂົ້າ​ສູ່​ສະພາບ​ປົດກກະຕິ.

ນອກ​ນີ້,​ເຊ​ສວນ​ມີ​ບົດບາດ​ສຳຄັນ​ໃນ​ການສະໜອງ​ຜະລິດ​ຕະພັນ​ກະສິກຳ​ຂອງ​ຈີນ,ການ​ຜະລິດ​ທັນ​ຍາ​ຫານ​ກວມ6%ຂອງ​ຍອດຜົນ​ຜະລິດທົ່ວ​ປະ​ເທດ,ພືດ​ນ້ຳມັນ​ກວມ8%.​ແຕ່​ວ່າ​​​ເຂດ​ພາກ​ເໜືອ​ຂອງ​ເສ​ສວນ​ທີ່​ປະສົບ​ໄພ​ຮ້າຍ​ແຮງເທື່ອ​ນີ້,ອັດຕາ​ຜະລິດ​ເຂົ້າສິນຄ້າ​ຍັງອ່າວ​ຕ່ຳ,ທ່ານ​ເວິ່ຍຊາວ​ອ່ານ​ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກະສິກຳ​ຈີນກໍ່​ເຄີຍກ່າວ​ວ່າ,​ແຜ່ນດິນ​ໄຫວ​ຈະ​ບໍ່​ມີ​ຜົນ​ກະທົບ​ແຮງ​ປານ​ໃດຕໍ່​ການ​ສະໜອງຜົນ​ຜະລິດ​ໃຫ້ຕະຫຼາດແລະ​ລາຄາຂອງຜົນ​ຜະລິດກະສິກຳ:

"​ໄພແຜ່ນດິນ​ໄຫວ​ເທືອ​ນີ້​ໄດ້​ພາ​ໃຫ້ກະສິກຳເສຍ​ຫາຍຢ່າງໃຫຍ່​ຫຼວງ,​ແຕ່​ວ່າ,ສະພາບ​ການ​ຜະລິດ​ທາງ​ກະສິກຳ​​ໃນທົ່ວ​ປະ​ເທດປີ​ນີ້​ຍັງ​ໝັ້ນ​ທ່ຽງ,ສະ​ນັ້ນ,​ຜົນ​ກະທົບຕໍ່​ການ​ພັດທະນາ​ກະສິກຳ​ທົ່ວ​ປະ​ເທດ​​ແມ່ນມີ​ຈຳກັດ,ລາຄາ​ຜະລິດ​ຕະພັນ​ກະສິກຳ​ກໍ່ຍັງໝັ້ນ​ທ່ຽງ​​ໂດຍ​ທົ່ວ​ໄປ."

ປັດຈຸບັນ,ລັດຖະບານ​ຈີນ​ໄດ້​ຈັດວາງ​ການ​ສ້າງ​ສາຄືນ​ໃໝ່​ແລະ​ຟື້ນ​ຟູ​ການ​ຜະລິດ​​ເຂົ້າໃນ​ຕາລາງ​ເວລາປະຈຳ​ວັນ​ແລ້ວ,ການ​ເງິນ​ສູນ​ກາງ​ໄດ້​ຈັດ​ວາງງົບປະມານ70ຕື້​ຢວນ,ສ້າງ​ຕັ້ງ​ກອງ​ທຶນສ້າງ​ຄືນ​ໃໝ່​ເພື່ອ​ຟື້ນ​ຟູ​ຫຼັງ​​ເກີດໄພ.ທ່ານອີ້​ຊ້ຽນປົງ ນັກຄົ້ນຄວ້າ​ຂອງສະ​ຖາ​ບັນຄົ້ນຄວ້າ​ການ​​ເງິນຂອງ​ສະ​ພາ​ບັນດິດ​ວິທະຍາສາດ​ສັງຄົມ​ຈີນ​ເຫັນ​ວ່າ,​ເມື່ອລັດຖະບານກາງ​ໃຊ້​ລົບ​ປະມານ​ຢ່າງ​ຫຼວງ​ຫຼາຍ​ແລ້ວ,ການກໍ່​ສ້າງຖະ​ໜົນຫົນທາງ, ສິ່ງ​ກໍ່ສ້າງສາທາລະນະ​ໃນຕົວ​ເມືອງ,​​ແລະເຮືອນ​ຊານ​ເປັນ​ຕົ້ນ​ກໍສາມາດ​ຟື້ນ​ຟູ​​ເຖິງລະດັບ​ກ່ອນ​​ເກີດໄພ​ພາຍໃນ​ເວລາ​ສັ້ນ,ການ​ທຸ້ມ​ເທ​ການ​ເງິນຢ່າງໃຫຍ່​ຫຼວງ​ຂອງ​ລັດຖະບານ​ບໍ່ພ​ຽງ​ແຕ່​ບໍ່ກະທົບ​ການ​ເຕີບ​​ໂຕ​ຂອງGDP​ໃນ​ປີ​ນີ້​ທໍ່​ນັ້ນ , ກົງກັນຂ້າມ,ຍັງອາດ​ຈະ​ກາຍ​ເປັນ​ປັດ​ໄຈ​ອັນ​ສຳຄັນອັນ​ໜຶ່ງ​ທີ່ຈະ​ຊຸກຍູ້​ໃຫ້GDP​ເຕີບ​ໂຕ.