|
 |
(GMT+08:00)
2008-05-27 18:45:33
|
ຄະນະຜູ້ແທນຢ້ຽມຢາມຂອງພັກກົກມິນຕັງຈີນເດີນທາງຮອດປັກກິ່ງ
cri
 ຕາມຂ່າວ CRI: ຕອນບ່າຍວັນທີ 27 ພຶດສະພານີ້, ຄະນະຜູ້ແທນຢ້ຽມຢາມພັກກົກມິນຕັງຈີນທີ່ນຳໂດຍທ່ານອູໂປຊົງ ປະທານພັກກົກມິນຕັງຈີນໄດ້ເດີນທາງຮອດປັກກິ່ງ.

ຢູ່ເດີນຍົນປັກກິ່ງ, ທ່ານອູໂປຊົງກ່າວປາຖະກະຖາວ່າ, ອີກສອງເດືອນ, ຈະຈັດງານກິລາໂອລິມປິກປັກກິ່ງ, ວຽກງານກະກຽມຕ່າງໆພວມດຳເນີນຢ່າງສະດວກຢູ່. ທ່ານຍິນດີນຳເອົາຄວາມອວຍພອນຂອງປະຊາຊົນໄຕ້ຫວັນໃຫ້ງານກິລາໂອລິມປິກປັກກິ່ງ, ຫວັງໃຫ້ງານກິລາໂອລິມປິກປັກກິ່ງຈະກາຍເປັນງານກິລາໂອລິມປິກທີ່ໄດ້ຮັບຜົນສຳເລັດຫຼວງຫຼາຍທີ່ສຸດ.

ຕອນເຊົ້າວັນທີ 27 ພຶດສະພານີ້, ທ່ານອູໂປຊົງໄດ້ນຳພາຄະນະຜູ້ແທນຢ້ຽມຢາມແຜ່ນດິນໃຫຍ່ຂອງພັກກົກມິນຕັງໄປບູຊາສຸສານຊຸນເຢັນເຊັນນານກິ່ງ.ໃນເວລາທ່ານໄດ້ກ່າວຄຳປາໄສຢູ່ສະໜາມຫຼວງໂປອ້າຍຢູ່ລຸ່ມສຸສານຊຸນເຢັນເຊັນ, ທ່ານກ່າວເນັ້ນວ່າ, ສອງຝັ່ງຊ່ອງແຄບໄຕ້ຫວັນຂຶ້ນກັບປະຊາຊາດຈີນ, ການເສື່ອມຕໍ່ຂອງສາຍເລືອດໃຜກໍ່ກຳຈັດບໍ່ໄດ້.
|
|
|