ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-27 19:29:12    
ທ່ານ​ອູ​ປ່າງ​ກົວະ​ສຳ​ຫຼວດ​ສະ​ພາບ​ໄພ​ແຜ່ນ​ດິນ​ໄຫວ​ຢູ່​ແຂວງ​ເສ​ສວນ

cri

ຕາມ​ຂ່າວສານ​ຈີນ,ວັນ​ທີ27​ພຶດສະພາ​ນີ້,ທ່ານ​ອູ​ປ່າງ​ກົວະ ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສື​ບຕໍ່​ສຳ​ຫຼວດ​ສະ​ພາບ​ໄພ​ແຜ່ນ​ດິນ​ໄຫວ​ຢູ່​ແຂວງ​ເສ​ສວນ.


ຕອນ​ເຊົ້າ​ວັນ​ທີ27​ພຶດສະພາ​ນີ້,ທ່ານ​ອູ​ປ່າງ​ກົວະ​ໄດ້​ສຳ​ຫຼວດສະພາບ​ໄພ​ແຜ່ນ​ດິນ​ໄຫວ​ຢູ່​ເມືອງ​ນ້ອຍ​ອີ້​ງຊິ້ວ​ເມືອງ​ເວີ້​ນ​ຊ່ວນ,​ແລ້ວ​ໄປ​ກວດ​ສະ​ພາບ​ຂອງ​ອ່າງ​ນ້ຳ​ຈື​ພິງ​ພູ້.​ຕອນ​ບ່າຍ,​ທ່ານ​ໄປ​ຢາມ​ປະຊາຊົນ​ຜູ່​ປະສົບ​ໄພ​ຢູ່​ແຫ່ງ​ຕ່າງໆ​ເຊັ່ນ​ບ່ອນ​ພັກ​ຊົ່ວ​ຄາວ​ຢູ່ບ້ານ​ຊິ້ງ​ຟູ​ເຈ່ຍ​ຢວນ​ເມືອງ​ຕູ່​ຈ່ຽງ​ຢ້ຽ.​ຢູ່​ບ່ອນ​ພັກ​ຊົ່ວຄາວ,ທ່ານ​ອູ​ປ່າງ​ກົວະ​ໄດ້​ຖາມ​ສະພາບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຜູ່​ປະ​ສົບ​ໄພ,​ແລະ​ກວດ​ພື້ນຖານ​ໂຄງ​ລ່າງ​ດ້ານ​ຊີວິດ​ການ​ເປັນ​ຢູ່​ສາ​ທາ​ລະ​ນະ​ເຊັ່ນ​ຫ້ອງ​ອາ​ຫານ,​ຫ້ອງ​ອາບ​ນ້ຳ,ຫ້ອງ​ນ້ຳ​ແລະ​ອື່ນໆ.ທ່ານ​ອູ​ປ່າງ​ກົວະ​ໄດ້​ເວົ້າ​ຕໍ່​ປະ​ຊາ​ຊົນ​ຜູ່​ປະ​ສົບ​ໄພ​ວ່າ,​ຂໍ​ແຕ່​ຄົນ​ຍັງ​ຢູ່​ກໍ່​ມີ​ທຸກ​ສິ່ງ​ທຸກ​ຢ່າງ,ພວກ​ເຮົາ​ພ້ອມ​ກັນ​ສ້າງສາ​ຊີວິດ​ທີ່​ດີ​ງາມ​ແລະ​ມີ​ຄວາມ​ສຸກ.

ຢູ່​ໂຮງຮຽນ​ຊົ່ວຄາວ​ທີ່​ຊື່ວ່າ​ຊິງ​ຟູ​ເຈ່ຍ​ຢວນ,ທ່ານ​ອູ​ປ່າງ​ກົວະ​ລະ​ດົມ​ໃຫ້​ນັກ​ຮຽນ​ທັງ​ຫຼາຍ​ຄວນ​ມີ​ຄວາມ​ໝັ້ນ​ໃຈ​ເພື່ອ​ເອົາ​ຊະນະ​ໄພພິບັດ,ສ້າງ​ ຕົນ​ເອງ​ເຂັ້ມ​ແຂງ​ຢ່າງ​ບໍ່​ລົດ​ລະ.

ທ່ານ​ອູ​ປ່າງ​ກົວະ​ແມ່ນ​ເດີນ​ທາງ​ໄປ​ແຂວງ​ເສ​ສວນ​ໃນ​ຕອນ​ບ່າຍ​ວັນ​ທີ​26​ພຶດ​ສະ​ພາ​ນີ້.