ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-27 19:39:01    
ທ່ານ​ປູ​ຕິນ​ກ່າວ​ວ່າ,​ຣັດ​ເຊຍ​ຍິນ​ດີ​ສືບ​ຕໍ່​ສະ​ໜອງ​ຄວາມ​ຊ່ວຍ​ເຫຼືອ​ແກ່​ຈີນ​ດ້ວຍ​​ຄວາມ​ສາ​ມາດ​ສຸດ​ຂີດ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ27​ພຶດສະພາ​ນີ້,​ໃນ​ເວລາ​ໂທລະສັບ​ລົມ​ກັບ​ທ່ານ​ເວີ່ນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນຕີຈີນ,ທ່ານ​ວຼາດີ​ເມຍ ປູ​ຕິນ ນາຍົກລັດຖະມົນຕີຣັດ​ເຊຍ​ກ່າວ​ວ່າ,ຂໍ​ສະ​ແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ແລະ​ຢື້​ຢາມຖາມ​ຂ່າວ​ຢ່າງ​ຈິງ​ໃຈອີກ​ເທື່ອໜຶ່ງ​ຕໍ່ຈີນ​ທີ່​ໄດ້​ເກີດ​ໄພ​ແຜ່ນດິນ​ໄຫວ​ຢູ່​ເມືອງເວີ້​ນຊ່ວນ​ເທື່ອ​ນີ້,ກ່າວ​ວ່າ ຝ່າຍຣັດ​ເຊຍ​ຍິນ​ດີ​ສືບ​ຕໍ່​ສະ​ໜອງ​ຄວາມ​ຊ່ວຍ​ເຫຼືອ​ແກ່​ຈີນດ້ວຍຄວາມ​ສາມາດສຸດ​ຂີດ.

ທ່ານ​ເວີ່​ນ​ເຈ່ຍ​ປາວ​ກ່າວ​ວ່າ,​ໃນ​ການ​ຕໍ່ສູ້​ຕ້ານ​ໄພ​ກູ້​ໄພ​ເທື່ອ​ນີ້,ຈີນ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ທີ່​ແຂງ​ແຮງ​ດ້ານ​ຈິດ​ໃຈ​ແລະ​ວັດຖຸ​ຈາກຣັດ​ເຊຍ​ຢ່າງ​ວ່ອງ​ໄວ.ທ່ານ​ຂໍ​ຕາງ​ໜ້າ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈແລະ​ຄວາມ​ໂຄລົບ​ນັບຖື​ຢ່າງສູງ​ສົ່ງ​ຕໍ່ທ່ານ​ປູ​ຕິນ​ ລັດຖະບານ​ແລະ​ປະຊາ​ຊົນຣັດ​ເຊຍ.