ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-28 10:09:51    
ເລຂາ​ທິການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນ​ລາວ

cri
ຕາມ​ຂ່າວສານ​ຊີ​ນຮວາ, ວັນ​ທີ27ພຶດສະພາ​ນີ້​ຢູ່​ປັກ​ກິ່ງ, ທ່ານ​ເຮີ​ຢົງ ​ເລຂາ​ສຳນັກ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ຮອງ​ເລຂາ​ທິການ​ຄະນະ​ກຳມະ​ການ​ກວດ​ກາ​ສູນ​ກາງ​ໄດ້​ພົວປະ​ຄະນະ​ຜູ້​ແທນ​ຄະ​ນະ​ກຳມະການ​ກວດ​ກາສູນ​ກາງ​ພັກ​ປະຊາ​ຊົນ​ປະຕິ​ວັດ​ລາວ​ທີ່​ນຳພາ​ໂດຍ​ທ່ານ​ອາຊາງ ລາວ​ລີ ກຳມະ​ການ​ກົມ​ການ​​ເມືອງສູນ​ກາງ​ພັກ ​ເລ​ຂາ​ທິການ​ສູນ​ກາງ​ພັກ ປະ​ທານ​ຄະນະ​ກຳມະ​ການ​ກວດກາ​ສູນ​ກາງ​ພັກ​ປະຊາຊົນ​ປະຕິ​ວັດ ຮອງ​ນາຍົກ​ລັດຖະ​ມົນຕີ.

ທ່າ​ນ​ເຮີ​ຢົງ​ກ່າວ​ວ່າ, ​ໃນ​ຫຼາຍ​ປີ​ມາ​ນີ້, ການ​ພົວພັນ​​ມິດຕະ​ພາບລະ​ຫວ່າງ​ຈີນ​ກັບ​ລາວ​ໄດ້​ຂະ​ຫຍາຍ​ຕົວ​ກ້າວ​ສູ່​ລວງ​ເລິກ​​ເລື້ອຍໆ, ​ໄດ້​ຮັບ​ໝາກຜົນ​ອັນ​ໃຫຍ່​ຫຼວງ. ອົງ​ການ​ກວດ​ກາ​ຂອງ​ສອງ​ພັກ​ໄດ້​ຜ່ານ​ຮູບ​ການ​ຫຼາຍ​ຢ່າງ, ​ເຊັ່ນ ມີຜູ້​ນຳ​ຂັ້ນ​ສູງ​ຢ້ຽມ​ຢາມ​ເຊິ່ງກັນ​ແລະ​ກັນ ​ແລກ​ປ່ຽນ​ທາງ​ວຽກ​ງານ​ແລະ​ອົບຮົມ​ພະນັກ​ງານ​ເປັນ​ຕົ້ນ, ລົງ​ເລິກ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ສອງ​ຝ່າຍ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ອາຊາ​ງ ລາວ​ລີ​ກ່າວ​ວ່າ, ​ສອງ​ພັກ​ແລະ​ສອງ​ປະ​ເທດ​ລາວ​ຈີນ​ໄດ້​ປະ​ເຊີນ​ກັບ​ບັນ​ຫາ​ແລະ​ການ​ທ້າ​ທາຍ​ທີ່​ຄ້າຍ​ຄື​ກັນ​ໃນ​ການ​ພັດທະ​ນາ. ຈີນ​ມີ​ບົດຮຽນ​ທີ່​ດີ​ແລະ​ວິທີ​ທີ່​ດີ​ຢ່າງ​ຫຼວງ​ຫຼາຍ​ໃນ​ດ້ານພັດ​ທະນາ​ເສດຖະ​ກິດ​ສັງ​ຄົມ, ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ເປັນ​ຕົ້ນ, ​ເປັນ​ໜ້າ​ໃຫ້​ລາວ​ຖອດ​ຖອນ​ແລະ​ຮໍ່າ​ຮຽນ​ນຳ, ສອງ​ຝ່າຍ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ, ສາ​ມາດ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈກັນ, ຂະ​ຫຍາຍ​ມິດ​ຕິ​ພາບ, ຊຸກ​ຍູ້​ວຽກ​ງານ​ຕ່າງໆ​ຂອງ​ໃຜລາວ.