ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-28 17:35:49    
ໂຄສົກ​ກະຊວງ​ສາທາລະນະ​ສຸກ​ຈີນກ່າວ​ວ່າ,ວຽກງານອະນາ​ໄມ​ກັນ​ພະຍາດຂອງ​ເຂດ​ປະສົບ​ໄພ​​ເສ​ສວນ​ພວມ​ດຳ​ເນີນ​ໄປ​ຢ່າງມີ​ປະສິດທິພາບ

cri

ແຜ່ນດິນ​ໄຫວຢູ່​ເມືອງ​​ເວິ້ນຊ່ວນ​ແຂວງເສ​ສວນ​ຈີນ​ໄດ້​ຜ່ານ​ໄປ2ອາທິດປາຍ​ແລ້ວ.​​ໃນ​ການກູ້​ໄພນັ້ນ,ການປ້ອງກັນ​ພະຍາດ​ໄດ້ຖື​ເປັນ​ວຽກ​ສຳຄັນທີ່​ຕ້ອງດຳ​ເນີນ​ຢ່າງຮອບດ້ານ​ຢູ່​ເຂດ​ປະສົບ​ໄພ.ວັນ​ທີ27 ພຶ​ດສະພາ​ນີ້,ຢູ່​ປັກ​ກິ່ງ,ທ່ານ​ຊຸ່ນ​ເຈ່ຍ​ໄຮ ​ໂຄສົກ​ຖະ​ແຫຼ​ງຂ່າວ​ຂອງກະຊວງ​ສາທາລະນະ​ສຸກ​ຈີນ​ກ່າວ​ວ່າ,​ຕາມບ້ານ,ຕາ​ແສງ​ແລະ​ເມືອງ​ແລະບ່ອນຢູ່​ຊົ່ວຄາວ​ຂອງ​ມວນ​ຊົນ​ທີ່ປະສົບ​ໄພລ້ວນ​ແຕ່ມີ​ໂຮງໝໍກອບ​ກູ້​ແລະ​ປົວ​ພະຍາດ,ມີ​ຜູ້ຕິດຕາມກວດກາ​ປ້ອງ​ກັນ​ພະຍາດ​ແລະມີ​ອຸປະກອນປິ່ນປົວພະຍາດ​ໂດຍ​ທົ່ວ​ໄປ,ປະຈຸ​ບັນ,​​​ໃນເຂດ​ປະສົບ​ໄພບໍ່ມີພະຍາດ​ຕິດ​​ແປ​ດຮຸນ​ແຮງ​ແລະ​ບັນຫາ​ສາ​ທາ​ລະນະ​ສຸກສຸກ​ເສີນ​ເກີດ​ຂຶ້ນ.ຕໍ່​ໄປ​ເຊີນ​ຟັງການ​ລາຍ​ງານລະອຽດ:

ແຜ່ນດິນ​ໄຫວຮ້າຍ​ແຮງ​ຢູ່​ເມືອງ​ເວິ້ນ​ເຊ່ວນ​ແຂວງ​ເສ​ສວນ​,​ໄດ້ພາ​ໃຫ້​ເງື່ອນ​ໄຂ​ອະນາ​ໄມ​ໃນ​ເຂດ​ປະສົບ​ໄພບໍ່​ສະດວກ.ທ່ານ​ຊຸ່ນ​ເຈ່ຍ​ໄຮ ​ໂຄສົກ​ຖະ​ແຫຼ​ງຂ່າວ​ຂອງກະຊວງ​ສາທາລະນະ​ສຸກ​ຈີນ​ກ່າວ​ວ່າ,​ຂະ​ແໜງ​ການ​ສາທາລະນະ​ສຸກ​ຈີນດ້ານ​ໜຶ່ງ​ໄດ້​ຂຸ້ນຂ້ຽວກອບ​ກູ້​ປິ່ນປົວ​ເອົາ​ຜູ່​ບາດ​ເຈັບ,ອີກ​ດ້ານ​ໜຶ່ງ,ຍັງ​ຕັ້ງໜ້າດຳ​ເນີນ​ວຽກ​ງານ​ກັນ​ພະຍາດ​,​ເຮັດອະນາ​ໄມຢູ່​ເຂດ​ປະສົບ​ໄພ.

"ນັບມາ​ຮອດ12​ໂມງຂອງ​ວັນ​ທີ27 ພຶດສະພາ​ນີ້,ກະຊວງ​ສາທາລະນະ​ສຸກ​ຈີນ​ໄດ້​ສັບ​ຊ້ອນ​ເອົາແຕ່ງພະນັກງາ​ນປ້ອງກັນ​ພະຍາດ​ແລະ​ຕິດຕາມ​ກວດກາທາງ​ອະນາ​ໄມ4939ຄົນ​ຈາກ30​ແຂວງກຳ​ແພງ​ນະຄອນ​ແລະ​ເຂດ​ປົກຄອງ​ຕົນ​ເອງ​ໃນ​ທົ່ວ​ປະ​ເທດ,ສົ່ງ​​ໄປ​ເຣັດວຽກ​ຢູ່​ເຂດ​ປະສົບ​ໄພ.ກະຊວງ​ສາທາລະນະ​ສຸກ​ຍັງ​ພ້ອມ​ກັນກັບພາກສ່ວນຕ່າງໆ​ຄືກ​ອງທັບ,ກະສິກຳ,ວຽກ​ປົກຄອງ​​ແລະ​ປະຊາ​ສົງ​ເຄາະແລະ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ເປັນ​ຕົ້ນ​ສ້າງ​ຕັ້ງ​ກົນ​ໄກຮ່ວມ​ມື​ປ້ອງ​ກັນພະຍາດ​.​ແບ່ງ​ໜ້າ​ທີ່​ຮັບຜິດຊອບ​ປ້ອງ​ກັນະ​ຍາດ​ເຖິງ​ບຸກຄົນ,ບັນລຸ​ການປ້ອງ​ກັນ​ພະຍາດ​ຢ່າງຮອບດ້ານຢູ່​ເຂດ​ປະສົບ​ໄພ."

ປະຈຸ​ບັນ, ຢູ່​ເມືອງ​ທີ່​ປະສົບ​ໄພ​ໜັກ​ໜ່ວງ​ໄດ້​ພົ່ນຢາຂ້າ​ເຊື້ອ​​ທຸກ​ມື້. ພາກ​ສ່ວນ​ສາທາ​ລະນະ​ສຸກ ປ້ອງ​ກັນ​ຄວາມ​ສະ​ຫງົບ​ແລະ​ພາກ​ສ່ວນ​ກະສິ​ກຳຍັງ​​ໄດ້​ຂ້າ​ເຊື້ອ​ແລະ​ມ້ຽນສົບ​ຜູ້​ເສຍ​ຊີວິດ​1ໝື່ນ​8ພັນ​ກວ່າ​ສົບ, ຊຳລະ​ຂ້າ​ເຊື້ອ​ຊາກ​ສັດ20​ລ້ານ​ກວ່າ​ໂຕ. ​ເຈົ້າ​ໜ້າ​ທີ່​ຕິດຕາມ​ກວດ​ກາ​ສາ​ທາ​ລະນະ​ສຸກ​ໄດ້​ຕິດຕາມ​ກວດ​ກາ​ອາ​ຫານ​ແລະ​ນ້ຳ​ດື່ມ​ທີ່​ຈັດ​ສົ່ງ​ໃຫ້​ມວນ​ຊົນຢູ່​ບ່ອນ​ຢູ່​ຊົ່ວຄາວ​ແລະບ່ອນ​ກິນ​ດື່ມ​ຢ່າງ​ຮອບດ້ານ, ​ແລະ​ໄດ້​ຕິດຕາມ​ກວດ​ສອບ​ສະພາບ​ການ​ສະ​ໜອງ​ນ້ຳ​ຢູ່​ເຂດ​ປະສົບ​ໄພ. ນັບ​ມາ​ຮອດ​ເວລາ​12​ໂມງ​ຂອງ​ວັນ​ທີ27​ພຶດ​ສະພາ​ນີ້, ຢູ່​ເຂດ​ປະສົບ​ໄພ​ບໍ່​ໄດ້​ລາຍ​ງານ​ມີ​ພະຍາດ​ຕິດ​ແປດ​ທີ່​ຮ້າຍ​ແຮງ​ແລະ​ບັນຫາ​ສາທາ​ລະນະ​ສຸກ​ສຸກ​ເສີນ.

ທ່ານ​ຊຸ່ນ​ເຈ່ຍ​ໄຫ​ກ່າວ​ວ່າ, ​ແຜ່ນດິນ​ໄຫວ​ໄດ້​ທຳ​ລາຍ​ລະບົບ​ລາຍ​ງານ​ພະຍາດ​ຂອງ​ເຂດ​ປະສົບ​ໄພ​ຢ່າງ​ໜັກ​ໜ່ວງ, ​ແຕ່​ພາຍຫຼັງ​ມາ​ໄດ້​ໃຊ້​​ມາດ​ຕະການ,​ຜ່ານ​ເຄືອ​ຂ່າຍ​ໂທລະສັບ​ມື​ຖື​ລາຍ​ງານ​ສະພາບ​ພະຍາດ​ໂດຍ​ກົງ, ປະຈຸ​ບັນ​ການ​ຕິດຕາມ​ພະ​ຍາດ​ແບບ​ນີ້​ໄດ້​​ເຜີຍ​ແຜ່​ທົ່ວ​ໄປ​ຢ່ທຸກູ​ເມືອງ​ແລະ​ຕາ​ແສງ​​ໃນ​ເຂດ​ປະສົບ​ໄພ​ແລະ​ບ່ອນ​ຢູ່​ຊົ່ວ​ຄາວ​ຂອງ​ຜູ້​ປະສົບ​ໄພ. ປະຈຸ​ບັນ, ພາກ​ສ່ວນ​ສາ​ທາ​ລະນະ​ສຸກ​ໄດ້​ຮັບ​ການ​ລາຍ​ງານ​ພະ​ຍາດ​ຕິດ​ແປດບາງ​ຢ່າງ, ​ເຊັ່ນ​ວັນນະ​ໂລກ ​ຕັບ​ອັກ​ເສບ ​ແລະ​ຖອກທ້ອງ​ເປັນ​ຕົ້ນ. ​ແຕ່​ບໍ່​ມີ​ການ​ລາຍ​ງານ​ພະຍາດ​ຕິດ​ແປດ​ຮ້າຍ​ແຮງ​ແລະ​ເຫດ​ການ​ສາທາ​ລະນະ​ສຸກສຸກ​ເສີນ​ເກີດ​ຂຶ້ນ​ຢ່າງຂະ​ໜາດ​​ໃຫຍ່​.

ທ່ານ​ຊຸ່ນ​ເຈ່ຍ​ໄຫ​ກ່າວ​ວ່າ, ປະຈຸ​ບັນ​ພວມ​ຢູ່​ໃນ​ໄລຍະ​ລະດູ​ຮ້ອນ​ທີ່ມັກ​ເກີດ​ພະຍາດ​ຕິດ​ແປດ​, ກະ​ຊວງ​ສາ​ທາ​ລະນະ​ສຸກ​ຈະ​ໃຊ້​ມາດ​ຕະ​ການ​ຕ່າງໆ​ເພື່ອ​ເພີ່ມ​ທະວີ​ວຽກ​ງານ​ປ້ອງ​ກັນ​ພະ​ຍາດ​ຕື່ມ​ອີກ​ຢູ່​ເຂດ​ປະສົບ​ໄພ. ທ່ານ​ກ່າວ​ວ່າ,

ໂດຍ​ແນ​ໃສ່​ກຸ່ມ​ຄົນ​ສ່ຽງ ເຂດ​ສ່ຽງ​ແລະ​ພະຍາດ​ທີ່​ມັກ​ເປັນຫຼັງ​ເກີດ​ໄພ, ພວກ​ເຮົາ​ຈະ​ໃຊ້​ມາດ​ຕະການ​ແຂງ​ແຮງ​ຕ່າງໆ, ​​ເຊັ່ນ​ ສົ່ງ​ຊ່ຽວຊານ​ປ້ອງ​ກັນ​ພະຍາດ​ທີ່​ມີ​ປະສົບ​ການ,​ໄດ້​ເຮັດ​ວຽກ​ງານ​ປ້ອງ​ກັນ​ພະ​ຍາດ​ໃຫ້​ດີກ​ວ່າ​ເກົ່າ. ຮ່ວມ​ກັນກັບ​ພາກ​ສ່ວນ​ທີ່​ກ່ຽວຂ້ອງ​ສືບ​ຕໍ່​ພົ່ນ​ຢາຂ້າ​ເຊື້ອ​ມ້ຽນສົບ​ຜູ້​ເສຍ​ຊີວິດ​ແລະ​ສັດຕາຍ, ຄວບ​ຄຸມ​ແຫຼ່ງ​​ເຊື້ອ​ພະຍາດ​ຕິດ​ແປດຢ່າງ​ເຄັ່ງ​ຄັດ. ພ້ອມ​ທັງ​ຕັ້ງ​ໜ້າ​ຈັດ​ຕັ້ງ​ວຽກ​ງານ​ສັກ​ຢາ​ວັກ​ແຊງ​ໃຫ້​ກຸ່ມ​ຄົນສ່ຽງ​ເພື່ອສ້າງພູມ​ຄຸ້ມກັນ​ພະຍາດຂຶ້ນ.

ທ່ານ​ຊຸ່ນ​ເຈ່ຍ​ໄຫ​ກ່າວ​ວ່າ, ວຽກ​ງານ​ປ້ອງ​ກັນ​ພະຍາດ​ຢູ່​ເຂດ​ປະສົບ​ໄພ​ບໍ່​ມີ​ເວລາ​ສິ້ນ​ສຸດ​ອັນ​ແນ່ນອນ, ວ່າ​ແຕ່ຍັງ​ມີ​ຄວາມຈຳ​ເປັນ, ວຽກ​ງານ​ປ້ອງ​ກັນ​ພະຍາດ​ກໍ​ຍັງ​ເຮັດ​ຕໍ່​ໄປ.