ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-28 17:31:03    
ຢູ່​ເບື້ອງ​ຫຼັງ​ການ​ໄຂ​ປະ​ຕູ​ແມ່ນ​ຄວາມ​ຫມັ້ນ​ໃຈ​ຕໍ່​ຕົນ​ເອງ

cri

ຕາມ​ຂ່າວCRI:​ໃນ​ເວ​ລາ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ແຜ່ນດິນ​ໄຫວ​ຮຸນ​ແຮງ​ຢູ່​ເມືອງ​ເວີ້​ນຊ່ວນ​ແຂວງ​ເສ​ສວນ,​ ​ສື່​ມວນ​ຊົນ​ຕ່າງປະ​ເທດມັກ​ເອົາທ່າ​ທີຂອງ​ລັດຖະບານ​ຈີນ​ໃນ​ການ​ຮັບ​ມື​ກັບ​ໄພ​ແຜ່ນດິນ​ໄຫວ​ເທື່ອນີ້ທຽບ​ກັບທ່າ​ທີ​ຮັບ​ມື​ກັບແຜ່ນດິນ​ໄຫວ​ຮຸນ​ແຮງ​ຢູ່ນະ ຄອນ​ທາງ​ຊ່ານ​ປີ 1976.ຫຼັງ​ຈາກ​ເກີດ​ແຜ່ນດິນ​ໄຫວ​ຮຸນ​ແຮງ​ຂອງ​ນະຄອນ​ທາງ​ຊ່ານແລ້ວ,ຈີນ​ໄດ້ຕັດສິນ​ໃຈ​ເພິ່ງ​ກຳ​ລົງຂອງຕົນ​ເອງ,ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ,ປະຕິ​ເສດ​ບໍ່​ຍອມຮັບ​ເອົາ​ການ​ຊ່ອຍ​ເຫຼືອຂອງສາກົນ,​ແຕ່​ແຜ່ນດິນ​ໄຫວ​ເທື່ອນີ້,ປະ​ຊາ​ຄົມ​ໂລກ​ໄດ້​ເຫັນ​ໂດຍ​ທົ່ວ​ໄປ​ວ່າ,ລັດຖະບານ​ຈີນ​ໄດ້​ສ້າງ​ພາບ​ພົດໃຫມ່​ອ່ຽມທີ່​ໄຂ​ປະຕູ​ໃນ​ເວລາ​ຮັບ​ມື​ກັບ​ໄພ​ແຜ່ນດິນ​ໄຫວ​ເທື່ອ​ນີ້.

ຫຼັງ​ຈາກ​​ເກີດແຜ່ນດິນ​ໄຫວ​ເມືອງ​​ເວີ້​ນຊ່ວນແລ້ວ,ກະຊວງ​ການ​ຕ່າງ ປະ​ເທດ​ຈີນ​ກໍ​ສະ​ແດງ​ໃນ​ທັນທີ​ວ່າ:ຈີນ​ຂອບ​ໃຈ​ແລະຍິນ​ດີ​ຮັບ​ເອົາ​ການ​ ຊ່ອຍ​ເຫຼືອ​ຕ່າງໆຂອງ​ປະຊາ​ຄົມ​ໂລກ, ສະພາກາ​ແດງ​ຈີນກໍ​ໄດ້​ຜ່ານ​ສະຫະພັນ​ກາ​ແດງ​ແລະ​ເຄີ່ງ​ວົງ​​ເດືອນ​ແດງ​ສາກົນ ສົ່ງຄຳ​ຮຽກຮ້ອງຂໍ​ຄວາມຊ່ອຍ​ເຫຼືອ​ດ່ວນ​ໄປ​ຍັງ​ປະຊາ​ຄົມ​ໂລກ​​. ຈີນ​ຍັງ​ອະນຸຍາດ​ໃຫ້​ກອງຊ້ອຍ​ກູ້​ໄພຂອງ​ປະ​ເທດ​ຕ່າງໆ​ເຊັ່ນ:ຍີ່​ປຸ່ນ ຣັດ​ເຊຍ ສ.​ເກົາຫຼີ​ແລະ​ສິງກະ​ໂປ​ເປັນ​ຕົ້ນ​ເຂົ້າ​ໄປ​ສູ່​ເຂດ​ປະສົບ​ໄພ,​ ເທື່ອ​ນີ້​ກໍ່​ແມ່ນ​​ເທື່ອ​ທຳ​ອິດ​ທີ່ຈີນ​ຮັບ​ເອົາ​ຊ່ອຍ​ເຫຼືອ​ຂອງ​ກອງ​ກູ້​ໄພຂອງ​ຕ່າງປະ​ເທດ​ຫຼັງ​ຈາກ​ເກີດໄພ​ທຳ​ມະ​ຊາດ​ຮ້າຍ​ແຮງ​ທີ່​ສຸດ​ເປັນ​ເທື່ອ​ທຳ​ອິດນັບ​​ແຕ່​ປະ​ເທດ​ຈີນ​ໃຫມ່​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1949 ​​ເປັນ​ຕົ້ນ​ມາ.ນັກ​ຂ່າວ​ຕ່າງປະ​ເທດ​ກໍ່​ບໍ່​ໄດ້​ຖືກ​ຈຳກັດ​​ຫຍັງ​ໃນ​ເວລາ​​ໄປ​ເອົາ​ຂ່າວ​ໃນ​ເຂດ​ປະສົບ​ໄພ, ນັກ​ຂ່າວ​ຫຼາຍ​ຄົນ​ບໍ່​ຢ້ານ​ຄວາມ​ອັນຕະລາຍ​​ໃນ​ເວລາໄປ​ເອົາ​ຂ່າວ​ຢູ່​​​ເຂດ​​ເກີດແຜ່ນດິນ​ໄຫວ,ລາຍ​ງານຂ່າວ​ກ່ຽວ​ກັບ​ສະພາບ​ໄພ​ທຳ​ມະ​ຊາດ​ແລະການ​ກູ້​ໄພ​ຂອງ​ຈີ​ນ​​ໃຫ້​ທົ່ວ​ໂລກ​ຊາບ.

ການ​ກະທຳ​ຂອງ​ຈີນ​ທີ່ຮັບ​ເອົາ​ການ​ຊ່ອຍ​ເຫຼືອ​ຂອງປະຊາ​ຄົມ​ໂລກ​ໄດ້​ຮັບ​ການຢືນ​ຢັນ​ແລະ​ຍ້ອງຍໍ​ໂດຍ​ທົ່ວ​ໄປ.ຫນັງສືພິມ​ລອສ​ແອນ​ເຈິລິສ໌​​​ແທມສ໌​ຂອງ​ອາ​ເມ​ລິ​ກາ​​​ໄດ້ລາຍ​ງານວ່າ,ການກະທຳ​ຂອງ​ຈີນ​ໃນ​ການ​ກູ້​ໄພ​​ເທື່ອ​ນີ້​ທັນ​ສະ​ໄຫມ​ທັງ​ມີຄວາມ​ຄ່ອງ​ແຄ້ວ​ແລະເປີດ​ປະຕູ​ຫຼາຍ​ທີ່​ສຸດ.ຫນັງສືພິມ​ລຽນ​ເຮີ​ຈ້າວ​ປ້າວ​ຂອງ​ສິງກະ​ໂປ​ຊີ້​ອອກ​ວ່າ,ຈີນ​​ໃຊ້​ທ່າ​ທີ​ທີ່​ວ່າການ​ຊ່ອຍ​ເຫຼືອ​ກັນ​ຄວນ​ເປັນ​ເລື່ອງ​ປົກກະຕິ​ທີ່​ສາກົນ​ຄວນ​ເຮັດ ,ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຫມັ້ນ​ໃຈ​ຂອງ​ຈີນ​ທີ່​ເປີດ​ປະຕູ​ຮອບດ້ານ​ຕໍ່​ທົ່ວ​ໂລກ​ແລະ​ພະຍາຍາມ​ເຊື່ອມ​​ໂຍງ​ເຂົ້າກັບປະ ຊາ​ຄົມ​​ໂລກ.


ເລື່ອງ​ຈິງ​​ແມ່ນ​ໂຕ້​ຖຽງ​ບໍ່​ໄດ້,ວັນ​ທີ 16 ພຶດສະພາ​ນີ້,​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​​ສຳນັກງານ​ສະຫະ​ປະຊາ​ຊາ​ດທີ່​ເຊີ​ແນວ,ນັກ​ຂ່າວ​​ຍິງ​ຜູ່​ຫນຶ່ງຂອງ​ສຳນັກຂ່າວອາ​ແອັຟ​ເປ​ຕັ້ງ​ຄຳ​ຖາມ​ທີ່​ຫວັງ​ໃສ່​ຮ້າຍວ່າຈີນ​ປະຕິ​ເສດ​ການ​ຊ່ອຍ​ເຫຼືອ​ຂອງ​ຕ່າງປະ​ເທດ​ແລະ​ບໍ່​ຢາກ​ອອກ​ວີ​ຊາ​ໃຫ້​ນັກ​ຂ່າວຕ່າງປະ​ເທດ​​ໄປ​ເອົາ​ຂ່າວຢູ່​ເຂດ​ປະສົບ​ໄພນັ້ນ,​ໄດ້ຖືກ​ບຸກຄົນ​​​ທີ່​ຮ່ວມ​ປະຊຸມ​ຕໍ່​ວ່າ​ດ້ວຍໃຈ​ຮ້າຍ​ໃນ​ທັນ ທີ. ນາງ​ເອລີ​ຊາ​ເບ​ດ ​ບາຍ​ເອີ​ສ໌  ​ໂຄສົກຖະ​ແຫຼ​ງ​ຂ່າວ​ຂອງ​ຫ້ອງການ​ປະສານ​ງານ​ວຽກ​ງານ​​ມະນຸດສະທຳຂອງ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ: ຂ້າພະ​ເຈົ້າ​ສາມາດຢືນຢັນ​ໄດ້​ຢ່າງ​ເດັດ​ຂາດ​ວ່າ:ບໍ່​ມີ​ບັນຫາ​ຈັກ​ດີ້.  ​ເພາະວ່າ​ເລີ່​ມ​ແຕ່​ມື້​ທຳ​ອິດ​ທີ່​​​ເກີດໄພ​​ແຜ່ນດິນ​ໄຫວ​,ຝ່າຍ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​​ກໍ່ໄດ້​ຮັກສາ​ການ​ຕິດ​ຕໍ່​ພົວພັນ​ກັບ​ສະຫະ​ປະຊາ​ຊາດ​ຢ່າງ​ໃກ້ຊິດ​ຕະຫຼອດ​ມາ. ນາງ​ມາຣີ ຮຸຍ​ເຊ ຫົວຫນ້າ​ພະ​ແນ​ກຂ່າວ​ຂອງ​ສຳນັກງານ​ສະຫະ​ປະຊາ​ຊາດ​ທີ່​ເຊີ​ແນວ​ໄດ້​ເວົ້າ​ຕໍ່​ນັກ​ຂ່າວ​AFPຜູ່ນີ້​ວ່າ: ຂ້ອຍບໍ່​ອະນຸຍາດ​ໃຫ້​ເຈົ້າ​​ເວົ້າ​ແບບ​ນີ້ຕໍ່​ຈີນ,  ​ເພາະວ່າດຽວ​ນີ້​ກໍ່ມີ​ນັກ​ຂ່າວ​ຕ່າ​ງປະ​ເທດ​ຫຼາຍ​ຄົນ​ພວມ​​ເອົາ​ຂ່າວ​ຢູ່​ເຂດ​ປະສົບ​ໄພ​ຂອງ​ຈີນ.

ຈີນເປີດ​ປະຕູ​ໃນ​ການ​ກູ້​ໄພແຜ່ນດິນ​ໄຫວ​ນັ້ນ,ກ່ອນ​ອື່ນ​ແມ່ນ​​​ເພື່ອ​ໂຄລົບ​ນຳ​ຖື​ຕໍ່​ຊີວິດ.ອີກ​ດ້ານ​ຫນຶ່ງ​​ແມ່ນ​ຍ້ອນ​ທັດ​ສະ​ນະ​ຄະຕິ​ກຳ​ອຳນາດ​​ແລະ​ຮູບ​ການ​ບໍລິຫານ​ບ້ານ​ເມືອງ​ຂອງລັດຖະບານ​ຈີນ​ໄດ້​ມີ​ການ​ປ່ຽນ​ແປງ​,​​ໃນ 30 ປີ​ມາ​ນັບ​ແຕ່​ຈີນ​ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ຕໍ່​ພາຍ​ນອກ​ເປັນ​ຕົ້ນມາ​,ຈີນ​ໄດ້​ປະສົບ​ການ​ປ່ຽນ​ແປງ​ແບບ​ປິ້ນຟ້າ​ຂວ້ຳ​ແຜ່ນດິນ,ການ​ປ່ຽນ​ແປງ​ດັ່ງກ່າວ​ບໍ່​ພຽງ​ແຕ່​ໄດ້ສະ​ແດງ​ອອກ​ໃຫ້​ເຫັນໃນ​ການ​ພັດທະນາ​​ເສດ​ຖະກິດ​ເທົ່າ​ນັ້ນ,ຍັງ​​ໄດ້ສະ​ແດງ​​ໃຫ້​ເຫັນໃນ​ດ້ານຄວາມ​ກ້າວຫນ້າ ທັດ ສະນະ​ຄະຕິ​ຂອງ​ລັດຖະ ບານຈີນ​ແລະ​ປະຊາຊົນຈີນ.​ ໃນ​ຫຼາຍ​ປີ​ມາ​ນີ້ໄດ້​ພັດທະນາ​ເສດ​ຖະກິດຂອງ​ຈີນ​ຢ່າງ​ວ່ອງ​ໄວ​​ເຮັດ​ໃຫ້ຈີນ​ມີ​ຄວາມ​ສາມາດ​ປະ​ເຊີນ​ກັບ​ທົ່ວ​ໂລກ​ດ້ວຍ​ໃຈ ກວ້າງ​ກວ່າ​ເກົ່າ​ແລະ​ສາຍຕາ​ທີ່​ມີ​ຄວາມຫມັ້ນ​ໃຈກວ່າ​​ເກົ່າ​ແລະຮັບ​ການ​ຊ່ອຍ​ເຫຼືອ​ຂອງ​ທົ່ວ​ໂລກ​ຢ່າງ​ເປີດ​ອົກ​ແລະ​ຈິງ​ໃຈ