ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-28 21:14:32    
ທ່ານ​ຫູ​ຈິນ​ທ່າວ ​ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເຈ​ລະ​ຈາ​​ກັບ​ທ່ານ​ອູ​ປໍ​ຊົງ ປະ​ທານ​ພັກ​ກົກ​ມິນ​ຕັງ​ຈີນ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ຕອນ​ບ່າຍ​ວັນ​ທີ28​ພຶດສະພາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ຫູ​ຈິນທ່າວ ​ເລ​ຂາ​ທິ​ການ​ໃຫຍ່ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ເຈລະຈາ​ກັບ​ທ່ານ​ອູ​ປໍ​ຊົງ ປະທານ​ພັກ​ກົກ​ມິນ​ຕັງ​ຈີນ​ທີ່​ມາ​ຢ້ຽມຢາມ​ຕາມ​ຄຳ​ເຊີນ.ນີ້​ແມ່ນ​ການ​ເຈລະຈາ​ຄັ້ງທຳ​ອິດ​ລະຫວ່າງຜູ້​ນຳ​ສູງ​ສຸດ​ສອງ​ພັກ​ພາຍ​ໃຕ້​ສະຖານະ​ການ​ໄຕ້​ຫວັນ​ໄດ້​ເກີດ​ການ​ປ່ຽນ​ແປງ​ຢ່າງ​ຕັ້ງໜ້າ.

ທ່ານ​ຫູ​ຈິນທ່າວ​ກ່າວ​ວ່າ,ການ​ຢ້ຽມຢາມ​ເທື່ອ​ທຳ​ອິດ​ຂອງ​ທ່ານ​ອູ​ປໍ​ຊົງ​ໃນ​ຖານະ​ເປັນ​ປະ ທານ​ພັກ​ກົກມິນຕັງ​ນັ້ນ​ແມ່ນ​ເລື່ອງ​ໃຫຍ່​ຂອງ​ການ​ພົວພັນ​ລະຫວ່າງສອງ​ພັກ​ແລະ​ລະ ຫວ່າງ​ສອງຝັ່ງ​ຊ່ອງ​ແຄບ​​ໄຕ້​ຫວັນພາຍ​ໃຕ້​ສະຖານະ​ການ​ໃໝ່.ຫວັງ​ໃຫ້​ພັກ​ກອມ​ມູນິດ​ຈີນ​​ກັບ​ພັກ​ກົກ​ມິນ​ຕັງ​ລົງ​ເລິກ​ແລກປ່ຽນ​ຄວາມ​ເຫັນບົນ​ພື້ນຖານ​ການ​ແລກປ່ຽນ​ແລະ​ການ​ສົນ ທະນາ​ຫຼາຍ​ເທື່ອ​ທີ່​ຜ່ານ​ມາ​ກ່ຽວ​ກັບ​ການ​ຊຸກຍູ້​ການ​ປັບປຸງ​​ແລະ​ຂະຫຍາຍການ​ພົວພັນ​ລະ ຫວ່າງສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນພາຍ​ໃຕ້​ສະຖານະ​ການ​ໃໝ່,ພ້ອມ​ກັນ​ມຸ່ງ​ໜ້າ​ໄປ​ສູ່​ອະ ນາຄົດ,ພະຍາ​ຍາມຊຸກຍູ້​ໃຫ້ການພົວພັນ​ສອງ​ຝັ່ງ​ມີ​ການ​ພັດທະນາ​ໂດຍ​ສັນຕິ.

ທ່ານ​ອູ​ປໍ​ຊົງ​ກ່າວ​ວ່າ,ພັກ​ກົກ​ມິນ​ຕັງ​ຈີນ​ໄດ້​ຂຽນ​ຄວາມ​ປ​າຖະໜາ​ຮ່ວມ​ກ່ຽວ​ກັບ​ການ​ພັດ ທະນາ​ໂດຍ​ສັນຕິ​ລະຫວ່າງ​ສອງ​ຝັ່ງ​ທີ່​ຜູ້ນຳ​ສອງ​ພັກ​ພ້ອມ​ກັນ​ປະກາດ​ເມື່ອ​ເດືອນ​ເມສາ​ປີ 2005ນັ້ນ​ເຂົ້າ​ໃນຫຼັກນະ​ໂຍບາຍ​ຂອງ​ພັກ​ຢ່າງ​ເປັນ​ທາງ​ການ,ນີ້​ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ໝັ້ນ ສັນຍາ​ຕໍ່​ປະຊາຊົນ​ໄຕ້​ຫວັນ​ທໍ່​ນັ້ນ ຍັງ​ແມ່ນ​ຄວາມ​ໝັ້ນສັນຍາ​ຕໍ່​ພີ່ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ, ພັກກົກ​ມິນ​ຕັງ​ຈະ​ສືບ​ຕໍ່​ຊຸກຍູ້​ການ​ປະຕິບັດ​ຢ່າງ​ແທ້​ຈິງ​ຄື​ແຕ່​ເກົ່າ​ເມືອ​ຫຼັງ.

ທ່ານຫູ​ຈິນທ່າວ​ຂອບ​ໃຈ​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫຼືອຢ່າງ​ເອື້ອ​ເຟື້ອ​ເພື່ອ​ແຜ່​ໃຫ້​ແກ່​ເຂດ​ປະສົບ​ໄພ​ແຂວງ​ເສ​ສວນ.

ທ່ານ​ຫູ​ຈິນທ່າວ​ຍັງ​ເຊື້ອ​ເຊີນ​ທ່ານ​ອູ​ປໍ​ຊົງ​ມາ​ເຂົ້າຮ່ວມ​ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ທ່ານ​ອູ​ປໍ​ຊົງ​ໄດ້ສະ​ແດງ​ຄວາມ​ຂອບ​ໃຈ​ແລະ​ຮັບ​ການ​ເຊື້ອ​ເຊີນຢ່າງ​ດີ​ໃຈ.