ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-29 10:38:52    
ປະ​ທາ​ນາ​ທິ​ບໍ​ດີ​ສ.​ເກົາ​ຫລີ​ຢ້ຽມ​ຢາມ​ຈີນ​ໄດ້​ຮັບ​ຫມາກ​ຜົນ​ອັນ​ຕັ້ງ​ຫນ້າ

cri
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 28 ພຶດສະພາ​ນີ້,ຢູ່​ປັກ​ກິ່ງ, ຈີນ​ກັບ​ສາທາລະນະ​ລັດ​ເກົາຫລີ​ໄດ້​ອອກ​ຖະ​ແຫລ​ງການ​ຮ່ວມ​ໂດຍກ່າວ​ວ່າ, ຈີນ​ແລະ​ສາທາລະນະ​ລັດ​ເກົາຫລີ​​ເພິ່ງ​ພໍ​ໃຈ​ຕໍ່​ຫມາກຜົນອັນ​ຕັ້ງຫນ້າ​ທີ່ທ່ານຫລີ​ມຽງ​ບັກ ປະທານາທິບໍດີ​ສາທາລະນະ​ລັດ​ເກົາຫລີ​ໄດ້​ຮັບ​ໃນ​ການ​ຢ້ຽມຢາມ​ຈີນ,ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ເຫັນ​ວ່າການ​ຢ້ຽມຢາມ​ເທື່ອ​ນີ້​ມີ​ຄວາມ​ຫມາຍ​ສຳຄັນ​ຕໍ່​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ອະນາຄົດ.
ວັນ​ທີ 27 ພຶດສະ​ພາ​ນີ້,ທ່ານ​ຫລີ​ມຽງ​ປັກ​ເລີ່​ມຢ້ຽມຢາມ​ຈີນ​ທາງ​ລັດຖະກິດ​ເປັນ​ເວລາ 4 ວັນ.ວັນ​ທີ 27, ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ລີ​ມຽງ​ປັກ.ວັນ​ທີ 28, ທ່ານ​ເວີນ​ເຈ່ຍ​ປາວ ນາຍົກລັດຖະມົນຕີ ​ແລະ​ທ່ານ​ເຈ່ຍ​ຊິ້ງຫລິນ ປະທານ​ສະພາ​ປຶກ​ສາ​ການ​ເມືອງ​​ແຫ່ງ​ຊາດ​ຈີນ​​ແຍກ​ອອກ​ພົບ​ປະ​ກັບ​ທ່ານ​ຫລີ​ມຽງ​ປັກ.

ຖະ​ແຫລ​ງການ​ຮ່ວມ​ທີ່​ປະກາດ​ໃນ​ວັນ​ທີ 28 ພຶດສະພາ​ນີ້ກ່າວ​ວ່າ, ສອງ​ຝ່າຍ​ຈີນ​ກັບ​ສາທາລະນະ​ລັດ​ເກົາຫລີ​ເປັນ​ເອກະສັນ​ກັນ​ເຫັນ​ດີ​ຍົກ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ຈີນ​​ສາທາລະນະ​ລັດ​ເກົາຫລີ​ໃຫ້​ກາຍ​ເປັນ​ການ​ພົວພັນຄູ່​ຮ່ວມມື​ຍຸດ​ທະ​ສາດ​ຈີນ​ສາທາລະນະ​ລັດ​ເກົາຫລີ,​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະການ​ຮ່ວມ​ມື​ກັນ​ຕື່ມ​ອີກ​ໃນ​ທຸກ​ຂົງ​ເຂດ.

ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ເຫັນ​ວ່າ, ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ສາທາລະນະ​ລັດ​ເກົາຫລີ​ແມ່ນ​ປັດ​ໄຈ​ສຳຄັນ​ທີ່​ຊຸກ​ຍູ້​ການ​ເຈລະຈາ 6 ຝ່າຍ​ແລະ​ຂະ​ບວນວິວັດ​ໃຫ້​ແຫລມ​ເກົາຫລີ​ປາສະຈາກ​ນິວ​ເຄຼຍ,​ເຫັນ​ດີ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ໃກ້ຊິດ​ເພື່ອ​ບັນລຸ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ແຫລມ​ເກົາຫລີ​ແລະ​ອາຊີ​ຕາ​ເວັນ​ອອກສຽງ​ເຫນືອ.

ທ່ານ​ປະທານາທິບໍດີ​ຫລີ​ມຽງ​ປັກ​ອວຍພອ​ນ​ໃຫ້​ປັກ​ກິ່ງ​ຈົ່ງ​​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ການຈັດ​ງານ​ກິລາ​ໂອ​ລິ​ມປິກ,​ແລະ​ກ່າວ​ວ່າ​ທ່ານ​ເອງ​ຈະ​ເຂົ້າຮ່ວມ​ພິທີ​ໄຂ​ງານ,ສາທາລະນະ​ລັດ​ເກົາຫລີ​ຍິນ​ດີ​ໃຫ້ການ​ຊ່ວຍ​ເຫລືອ​ອັນ​ຈຳ​ເປັນ​​ແກ່​ຈີນ​ເພື່ອ​ຕ້ານ​ແລະ​ກູ້​ໄພ​ແຜ່ນດິນ​ໄຫວ.