ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-29 11:39:14    
ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ແຂວງ​ເສ​ສວນ​ພວມ​ເລັ່ງລັດ​ປົວແປງ​ພື້ນຖານ​ໂຄງ​ລ່າງ

cri

ວັນ​ທີ28 ພຶດສະພາ​ນີ້,ຢູ່​ປັກ​ກິ່ງ,ທ່ານ​ມູ້​ຮົງ ຮອງ​ຫົວໜ້າ​ຄະນະ​ກຳມະການພັດທະນາ​ແລະປະຕິ​ຮູບແຫ່ງ​ລັດ​ຈີນ​ກ່າວ​ວ່າ,ປັດຈຸບັນ,ວຽກ​ງານ​​ເລັ່ງລັດ​ປົວ​ແປງ​ພື້ນຖານ​ໂຄ​ງລ່າງ​ຢູ່ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ເສສວນ​ໄດ້​ຮັບ​ຜົນ​ສຳ​ເລັດ​ຂັ້ນຕົ້ນ​ແລ້ວ,ວັດຖຸ​ກູ້​ໄພປະ​ເພດຕ່າງໆ​ຂົນ​ສົ່ງ​ໄປ​ຮອດເຂດ​ປະສົບ​ໄພ​ຢ່າງ​ບໍ່​ຂາດສາຍ.ລັດຖະບານ​ວາງແຜນ3ປີຕໍ່ໜ້າ​ເພື່ອ​ສຳ​ເລັດ​ໜ້າ​ທີ່​ຕົ້ນຕໍ​ຂອງ​ການ​ສ້າງສາ​​​ຄືນ​ໃໝ່​ຢູ່​​ແຂວງ​ເສ​ສວນພາຍຫຼັງ​​ໄພ​ໂດຍ​ພື້ນຖານ.ຕໍ່​ໄປ​ເຊີນ​ຟັງ​ລາຍ​ລະອຽດ:

ພາຍຫຼັງ​ເມືອງ​ເວິ້ຊ່ວນ​ແຂວງ​ເສ​ສວນ​ເກີດ​ແຜ່ນດິນ​ໄຫວ​ໃຫຍ່​ໃນ​ວັນ​ທີ12 ພຶດສະພາ​ນີ້,​ໜ່ວຍ​ວຽກ​ງານ​ຮັບປະກັນ​ພື້ນຖານ​ໂຄງ​ລ່າງ​ແລະ​ສ້າງ​ຄືນ​ໃໝ່​ພາຍຫຼັງ​ໄພ​ທີ່​ປະກອບ​ດ້ວຍ​20ກວ່າຂ​ະ​ແໜງ​ການໂດຍ​ມີຄະນະ​ກຳມະການ​ພັດທະນາ​ແລະປະຕິ​ຮູບ​ແຫ່ງລັດ​ຈີນ​ເປັນ​ຕົ້ນຕໍ​​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ວ່ອງ​ໄວ,ສຸມ​ກຳລັງ​​ເຂົ້າ​ຮ່ວມ​ການກູ້​ໄພ.ທ່ານ​ມູ້​ຮົງ ຮອງ​ຫົວໜ້າ​ຄະນະ​ກຳມະການ​ພັດທະນາ​ແລະ​ປະຕິ​ຮູບ​​ແຫ່ງ​ລັດ​ຈີນ​ກ່າວ​ວ່າ,ປະຈຸ​ບັນ,ວຽກ​ງານ​​ເລັ່ງລັດ​ປົວແປງ​ພື້ນຖານ​​ໂຄງ​ລ່າງ​ຂອງ​ເຂດ​ປະສົບ​ໄພ​ແຜ່ນດິ​ນ​ໄຫວ​​ແຂວງເສ​ສວນ​ໄດ້​ຮັບ​ຜົນສຳ​ເລັດ​​ເປັນ​ກ້າວໆ.

"ພາຍຫຼັງ​ເກີດ​ໄພ,ຂະ​ແໜງ​ການ​ຕ່າງໆ​ທີ່​ຂຶ້ນ​ກັບໜ່ວຍ​ຮັບປະກັນ​ພື້ນຖານ​ໂຄງ​ລ່າງ​​ໄດ້​ເຮັດ​ວຽກຢ່າງ​ວ່ອງ​ໄວ,ພະຍາຍາມ​ປົວ​ແປງ​ພື້ນຖານ​ໂຄງ​ລ່າງ​ຄືເສັ້ນທາງ,ພະລັງງານ,ສື່ສານ,ນຳ​ປະປາ​ຢ່າງ​ຂຸ້ນຂ້ຽວ,ຕິດຕາມ​ເຂື່ອນ,ອ່າງ​ນ້ຳ​ເພື່ອ​ປ້ອງ​ກັນ​ຄວາມ​ອັນຕະລາຍ,ພະຍາຍາມ​​ເລັ່ງລັດ​ປົວ​ພື້ນຖານ​ໂຄງ​ລ່າງ​ໂດຍ​ໄວ​ທີ່​ສຸດ.ຮອດ​ວັນ​ທີ18,ການສື່ສານ​ເມືອງ​ຕ່າງໆ​​ໄດ້​ຕິດ​ກັບ​ພາຍ​ນອກ​ໄດ້​ແລ້ວ.ຮອດ​ວັນ​ທີ21 ພຶດສະພາ​ນີ້,ນອກຈາກ​ເມືອງ​ໄປ​ຊ່ວນ,​ເມືອງ​​ແຫ່ງ​ອື່ນໆ​ຂອງ​ແຂວງ​ເສ​ສວນ​ຟື້ນ​ຟູ​​ການສະໜອງ​ໄຟຟ້າໂດຍ​ພື້ນຖານແລະ​ຟື້ນ​ຟູ​ການສະໜອງ​ໄຟຟ້າ​​ເປັນພາ​ກສ່ວນ​ແລ້ວ;ປັດຈຸບັນ,ບັນຫາ​ນ້ຳ​ໃຊ້ປະປາ​ໃນຊີວິດປະຈຳ​ວັນຂອງ​ເມືອງ​ທີ​ປະສົບ​ໄພ​ກໍ່ໄດ້ມີ​ການຮັບປະກັນ​​ໃນ​ເບື້ອງ​ຕົ້ນ,ຊົນນະບົດທີ​ປະສົບ​ໄພ​ສ່ວນ​ຫຼາຍ​ໄດ້​​ແກ້​ໄຂ​ບັນຫາ​ນ້ຳກິນຊົ່ວຄາວ​ໄດ້​ໃນ​ເບື້ອງຕົ້ນ​ແລ້ວ.

ທ່ານ​ມູ້​ຮົງ​ແຈ້ງ​ໃຫ້​ຊາບ​ວ່າ, ​ໃນ​ແຜ່ນດິນ​ໄຫວ​ຄັ້ງ​ນີ້​ລວມມີ​ທາງ​ດ່ວນ​16ສາຍ, ທາງ​ລົດ​ໄຟ9ສາຍ​ແລະ​ສະໜາມ​ບິນ21​ແຫ່ງ​ຖືກ​​ເປ່​ເພ​ເສຍ​ຫາຍໃນ​ລະດັບ​ຕ່າງ​ກັນ. ປະຈຸ​ບັນ, ​ເສັ້ນທາງ​ຄົມມະນາຄົມ​ເຫຼົ່າ​ນີ້​ໄດ້​ຟື້ນ​ຟູ​ບໍລິການ​ແລວ, ​ເມືອງ​ທັງ​ໝົດ​ຢູ່​ເຂດ​ປະສົບ​ໄພ​​ໜັກໜ່ວງ​ຢ່າງ​ໜ້ອຍ​ໄດ້​ມີ​ທາງ​ຫຼວງ​ສາຍ​ໜຶ່ງ​ຕິດ​ຕໍ່​ກັບ​ພາຍ​ນອກ​ໂດຍ​ພື້ນຖານ.

ຄຽງ​ຄູ່​ກັບ​ເສັ້ນທາງ​ຄົມມະນາຄົມ​ຟື້ນ​ຟູ​ບໍລິ​ການ, ຜູ້ກູ້​ໄພ​ແລະ​ວັດຖຸ​ກູ້​ໄພ​ຈຶ່ງ​ສາມາດ​ຂົນ​ສົ່ງ​ເຂົ້າ​ສູ່​ເຂດ​ປະສົບ​ໄພ​ຢ່າງ​ບໍ່​ຂາດ​ສາຍ. ທ່ານ​ມູ້​ຮົງ​ກ່າວ​ວ່າ, ​ເພື່ອ​ຮັບປະກັນ​ການ​ສະໜອງ​ອາຫານ​ໃຫ້​ຜູ້​ປະ​ສົບ​ໄພ, ສູນ​ກາງ​ໄດ້​ແຈກ​ຢາຍ​ອາຫານ ​ງວດ​ທຳ​ອິດ3​ແສນ8ໝື່ນ​ກວ່າ​ໂຕນ​ໃຫ້​ແຂວງ​ທີ່​ປະສົບ​ໄພ. ທ່ານ​ກ່າວ​ວ່າ,

ເພື່ອ​ຮັບປະ​ກັນ​ການ​ສະ​ໜອງ​ອາຫານ​ໃຫ້​ຜູ້​ປະສົບ​ໄພ, ສູນ​ກາງ​ໄດ້​ໃຊ້​ສະ​ບຽງ​ອາຫານ​ໃນ​ສາງ​ຈຳນວນ​ໜຶ່ງ, ສະບຽງອາຫານ​ເຫຼົ່າ​ນີ້​ໄດ້​ສົ່ງ​ໄປ​ສູ່​ເຂດ​ປະສົບ​ໄພ, ພ້ອມ​ທັງ​ໄດ້​ໃຊ້​ສະບຽງ​ອາຫານ​ໃນ​ສານ​ຈຳນວນ​ໜຶ່ງ​ຂອງ​ແຂວງ​ເສ​ສວນ. ​ເມື່ອ​ສັງ​ເກດ​ຈາກ​ສະພາບ​ປະຈຸ​ບັນ​ແລ້ວ​ເຫັນ​ວ່າ, ການ​ສະ​ໜອງ​ສະບຽງ​ອາຫານ​ຢູ່​ແຂວງ​ເສ​ສວນ​ມີ​ການ​ຮັບ​ປະກັນ, ລາຄາ​ອາຫານ​ກໍ່​ໝັ້ນ​ທ່ຽງ.

ແຕ່​ວ່າ​ທ່າ​ນມູ້​ຮົງ​ກໍ່​ເປີດ​ເຜີຍ​ວ່າ, ​ແຜ່ນດິນ​ໄຫວ​ໄດ້​ທຳລາຍ​ພື້ນຖານ​ໂຄງ​ລ່າງ​ຂອງ​ແຂວງ​ເສ​ສວນ​ຢ່າງ​ຮ້າຍ​ແຮງ, ກາ​ນຟື້ນ​ຟູ​ການ​ຜະລິດ​ແລະ​ວຽກ​ງານ​ສ້າງສາ​ຄືນ​ໃໝ່​ຫຼັງ​​ເກີດ​ໄພ​ຂອງ​ເຂດ​ປະສົບ​ໄພ​ຈະ​ໜັກໜ່ວງ​ແລະລຳ​ບາກ​ທີ່​ສຸດ. ທ່ານ​ກ່າວ​ວ່າ, ພາກສ່ວນ​ທີ່​ກ່ຽວຂ້ອງ​ພວມ​ສືບ​ຕໍ່​ໃຊ້​ມາດ​ຕະ​ການ​ທີ່​ບັງ​ເກີດ​ຜົນ​ເພື່ອ​ຮັບປະກັນ​ການ​ສະໜອງ​ໄຟຟ້າ​ພ້ອມ​ດ້ວຍ​ຄວາມ​ສະ​ດວກ​ຂອງ​ການ​ສື່ສານ​ແລະ​​ເສັ້ນທາງ​ຢູ່​ເຂດ​ປະສົບ​ໄພ.

ການ​ເງິນ​ສູນ​ກາງ​ຈີນ​ໄດ້​ວາງ​ງົບ​ປະມານ70ຕື້​ຢວນ​ເພື່ອ​ການ​ສ້າງສາ​ຄືນ​ໃໝ່​ຫຼັງ​ໄພ. ລັດ​ຖະບານ​ຈີນ​ຍັງ​ໄດ້​ເລີ່ມ​ປະຕິບັດ​ກົນ​ໄກ​ຊ່ອຍ​ເຫຼືອ​ແບບ​ມອບ​ໝາຍ​ໃຫ້​ແຂວງ​ໜຶ່ງ​ຊ່ອຍ​ເມືອງ​ໜຶ່ງ​ທີ່​ປະສົບ​ໄພ​ຢ່າງໜັກ​ໜ່ວງ, ​ແລະ​ຫຼາຍ​ແຂວງ​ຊ່ອຍ​ນະຄອນ​ໜຶ່ງ​ຫຼື​ກິ່ງ​ແຂວງ​ໜຶ່ງທີ່​ປະສົ​ບ​ໄພ​ຢ່າງ​ໜັກ​ໜ່ວງ, ສຸມ​ກຳລັງ​ແຮງ​ຂອງ​ທົ່ວ​ປະ​ເທດ, ​ເພື່ອ​ເລັ່ງລັດ​ສ້າງສາ​ເຂດ​ປະສົບ​ໄພ​ຄືນ​ໃໝ່.