ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-29 16:18:22    
ສຳ​ນັກ​ງານ​ສະ​ຫະ​ປະ​ຊາ​ຊາດ​ທີ່​ໄນ​ໂຣ​ບີ​ຈັດ​ພິ​ທີ​ກົ້ມ​ຫົວ​ເພື່ອ​ໄວ້​ອາ​ໄລ​ຕໍ່​ຜູ່​ເສຍ ຊີ​ວິດ​ໃນ​ແຜນ​ດິນ​ໄຫວ​ຢູ່​ເມືອງ​ເວີ້ນ​ຊ່ວນ

cri

ຕາມ​ຂ່າວCRI:ຕອນ​ທ່ຽງ​ວັນ​ທີ 28 ພຶດສະພາ​ນີ້,​​ທ່າມກາງກ້ອນ​ເມກ​ທີ່​ບົດ​ບັງ​ແສງຕາ​ເວັນ​ທີ່​ແຮງ​ກ້າ​ເທິງ​ທ້ອງຟ້າຂອງນະຄອນ​​ໄນ​ໂຣບີແຫ່ງ​ເຄນ​ຢາ​, ສຳນັກງານ​​ສະຫະ​ປະຊາ​ຊາດທີ່​ເນ​ໂຣປີ​ໄດ້​ຈັດ​ພິທີ​ໄວ້ອາ​ໄລຕໍ່​ຜູ່​ເສຍ​ຊີວິດ​ໃນ​ແຜ່ນດິນ​ໄຫວຢູ່​ເມືອງ​ເວີ້ນ ຊ່ວນຈີນ.

ໃນ​ສະຖານ​ທີ່​ຈັດພິທີ​ດັ່ງກ່າວ,ທຸງ​ແດງ 5 ດາວ​ຂອງ​ສາທາລະນະ​ລັດປະຊາຊົນ​ຈີນ​ແລະ​ທຸງ​ສະຫະ​ປະຊາ​ຊາດ​ໄດ້​ຕ່ຳ​ລົງ,​ເຈົ້າ​ຫນ້າ​ທີ່​ສະຫະ​ປະ ຊາ​ຊາດ ຄະນະທູຕານຸທູດ​ຂອງ​ປ​ເທດ​ຕ່າງໆ​ປະຈຳ​ໄນ​ໂຣບີ​ແລະ​ບຸກຄົນ​ວົງ​ການ​ຕ່າງໆ​ຂອງ​ເຄນ​ຢາ 300 ກວ່າ​ຄົນ​ໄດ້ຖືດອ​ກ​ກຸ​ຫຼາບ​ສີ​ຂາວຍ່າງ​ເຂົ້າ​ສູ່​ສະຖານ​ທີ່​ພິທີ​ໄວ້ອາ​ໄລ​ຢ່າງບໍ່​ມິດ​ງຽບ. ນັກຮຽນທີ່​ມາ​ຈາກ​ໂຮງຮຽນ​ປະຖົມ​ປັກ​ກິ່ງ​​ໄດ້​ຮ້ອງ​ເພງ​ທີ່​​ແຕ່ງ​​ເອງ,​ເພື່ອຝາກ​ຄວາມ​ໄວ້ອາ​ໄລ​ເຖິງ​ຜູ່​ເສຍ​ຊີວິດ.

 ໃນ​ເວລາ​ນາງ​ອິນ​ກາ ​ເກຼັບບີ  ຮອງ​ຫົວຫນ້າ​ບໍລິຫານ​ງານ​ຂອງ​ອົງການສະຫະ​ປະຊາ​ຊາດ​​ເພື່ອ​ທີ່​ຢູ່​ອາ​ໄສໄດ້​ສົ່ງ​ຄຳ​ຮຽກຮ້ອງ​ທີ່​ວ່າ​:ກົ້ມ​ຫົວ​ເພື່ອ​ໄວ້ອາ​ໄລ 1 ນາທີ​ຕໍ່​ຜູ່​ເສຍ​ຊີວິດ​ໃນ​ແຜ່ນດິນ​ໄຫວ​ຂອງ​​ເມືອງ​ເວີ້​ນ ຊ່ວນຈີນ​ແລ້ວ,​ສຽງ​ເພງ​ຂອງ​ເດັກນ້ອຍ​ໄດ້​ຢຸດ​ຊົ່ວ​ຄາວ,ຄົນ​ທັງຫຼາຍ​ລ້ວນ​ແຕ່​ກົ້ມ​ຫົວ​​ເພື່ອໄວ້ອາ​ໄລ,ບັນຍາກາດ​ຢູ່​​ແຫ່ງ​ນີ້​​ຕົກ​ຢູ່​ໃນ​ສະພາບ​ການ​ຫງຽບ ສະຫງົບ.

ຫຼັງ​ຈາກກົ້ມ​ຫົວ​ໄວ້ອາ​ໄລ​​ແລ້ວ,ນາງ​ອິນ​ກາ ​ເກຼັບບີ​​ໄດ້​ຕາງຫນ້າ​ສຳນັກງານ​ສະຫະ​ປະຊາ​ຊາດ​ທີ່​ໄນ​ໂຣບີ​ກ່າວ​ຄຳ​ປາ​ໄສ​ໃນ​ພິທີ​ໄວ້ອ​າ​ໄລ​ກ່ອນ.​ນາງ​ກ່າວ​ວ່າ:ນະ​ທີ່​ນີ້,​ຂ້າພະ​ເຈົ້າ​ບໍ່​ສາມາດ​ໃຊ້​ຄວາມເວົ້າ​ມາ​ສະ​ແດງ​ຄວາມ​ເສຍ​ໃຈ​ແລະ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ຜູ່​ເສຍ​ຊີວິດ​ຫຼາຍ​ຫມື່ນ​ຄົນ​ໃນ​ແຜ່ນດິນ​ໄຫວ​ເທື່ອ​ນີ້,ພຽງ​ແຕ່​ອະ​ທິຖານ​ແລະ​ໄວ້ອາ​ໄລ​ເຖິງ​ເຂົາ​ເຈົ້າ​​ໃນ​ໃຈ​ ​ເທົ່າ​ນັ້ນ.

ນາງ​ອິນ​ກາ  ​​ເກຼັບບີ​ກ່າວ​ວ່າ,ຫຼັງ​ຈາກ​ແຜ່ນດິນ​ໄຫວ​ເມືອງ​ເວີ້​ນຊ່ວນ​ເກີດ​ຂຶ້ນ​ແລ້ວ,​ສະຫະ​ປະຊາ​ຊາດ​ໄດ້​​ລິເລີ່ມ​ກົນ​ໄກ​ຊ່ອຍ​ເຫຼືອ​ດ່ວນ​ໃນ​ທັນທີ,​ແລະ​ຈະ​ສືບ​ຕໍ່​ຊ່ອຍ​ເຫຼືອ​ຈີນ​ໃນ​ແຜນ​ການ​ກູ້​ໄພ​ແລະ​ສ້າງສາ​ຄືນ​ໃຫມ່​ເປັນ​ເວລາ​ຍາວ​ນານ.


ໃນ​ພິທີ​ໄວ້ອາ​ໄລ,ທ່ານ​ສິວ​ປິ່ນ  ອຸບ​ປະ​ທູດຊົ່ວ​ຄາວ​ຂອງ​ສະຖານທູດ​ຈີນ​ປະຈຳ​ເກນ​ຢາ​ກໍ​ໄດ້​ກ່າວ​ຄຳ​ປາ​ໄສ​ວ່າ,ຂອບ​ໃຈ​ນຳສະຫະ​ປະຊາ​ຊາດ​ແລະ​ປະຊາ​ຄົມ​ໂລກ​ເອົາ​ໃຈ​ໃສ່​ແລະຊ່ອຍ​ເຫຼືອ​​ເຂດ​ປະສົບ​ໄພ​ຂອງ​ຈີນ,ພວກຂ້າພ​ະ​ເຈົ້າເຊື່ອ​ຫມັ້ນ​ວ່າ​ລັດຖະບານ​ແລະ​ປະຊາຊົນ​ຈີນ​​ເອົາ​ຊະນະ​ໄພ​ທຳ​ມະ​ຊາດ​ຢ່າງ​​ແນ່ນອນ,ຟື້ນຟູ​ບ້ານ​ເມືອງ​ອັນ​ສວ​ຍງາມ​ກວ່າ​ເກົ່າຄືນ​ໃຫມ່,ພວກ​ຂ້າພະ​ເຈົ້າ​ກໍ​ໄດ້ກຽ​ມພ້ອມເປັນ​ຢ່າງ​ດີ​ເພື່ອ​​ຈັດ​ງານ​ກິລາ​ໂອ​ລິມປິກ​ຢ່າງ​ສຳ​ເລັດ​ຜົນ.

ຜູ່​ຕາງຫນ້າ​ທູຕານຸທູດອາຊີ​ປະຈຳ​ເຄນ​ຢາ  ຜູ່​ຫນ້າງຫນ້າ​ຂອງອົງການ​ສະຫະ​ປະຊາ​ຊາດ​ເພື່ອຢູ່​ອາ​ໄສແລະ​​ໂຄງການ​ສະຫະ​ປະຊາ​ຊາດ​ເພື່ອ​ສິ່ງ​ແວດ​ລ້ອມ​ຫຼື UNEP ພ້ອມ​ດ້ວຍ​ຜູ່​ຕາງ ຫນ້າ​ຂອງ​ວົງ​ການ​ຕ່າງໆ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃນ​ພິທີ​ດັ່ງກ່າວ,​ໃນ​ຂະ ນະ​ທີ່​ໄວ້ອາ​ໄລ​ເຖິງ​ຜູ່​ເສຍ​ຊີວິດ​ໃນ​ແຜ່ນດິນ​ໄຫວ​ເທື່ອ​ນີ້,ກໍ​ໄດ້​ສະ​ແດງ​ຄວາມ​ຫມັ້ນ​ໃຈ​ແລະ​ຄວາມ​ອວຍພອນ​ອັນ​ດີງາມ​ຕໍ່​ວຽກ​ງານ​ກູ້​ໄພ​ຂອງ​ຈີນ