ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-29 19:31:12    
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອິນ​ເດຍ​ຈະ​ຢ້ຽມ​ຢາມ​ຈີນ

cri Author: shuo
ຕາມ​ຂ່າວCRI:​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ຢາງ​ເຈ​ຊື ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ,ທ່ານ​ພຼານັບ ມູ​ເຄີຈີ ລັດຖະມົນຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອິນ​ເດຍຈະ​ຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ4​ຫາ​ວັນ​ທີ7​ມິຖຸນາ.ນີ້​ແມ່ນ​ທ່ານ​ພຼານັບ ມູ​​ເຄີຈີ​ຢ້ຽມຢາມ​ຈີນ​ເທື່ອ​ທຳອິດ​ພາຍຫຼັງ ທ່ານ​ຂຶ້ນຮັບ​ຕຳ​ແໜ່​ງ​ເປັນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດອິນ​ເດຍ​ແລ້ວ.

ທ່ານ​ຊິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຝ່າຍ​ຈີນ​ຫວັງ​ໃຫ້ການ​ຢ້ຽມ​ຢາມ​ເທື່ອ​ນີ້​ຈະ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ການ​ເມືອງ​ລະຫວ່າງ​ສອງ​ຝ່າຍ​ຕື່ມ​ອີກ,​ເພີ່ມ​ທະວີ​ການ​ຕິດ​ຕໍ່​ພົວ ພັນ​ແລະ​ຮ່ວມ​ມື​ກັນ​ລະຫວ່າງ​ພາກສ່ວນ​ການ​ຕ່າງປະ​ເທດ​ຂອງ​ສອງ​ປະ​ເທດ,ພ້ອມ​ ກັນນັ້ນ,ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​​ໃນ​ທຸກຂົງ​ເຂດ​ລະ​ຫວ່າງ​ສອງ​ປະ​ເທດ,ຊຸກຍູ້​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຈີນ​ອິນ​ເດຍ​ຂະ​ຫຍາຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.