
ຕາມຂ່າວCRI, ຕອນຄ່ຳວັນທີ28ພຶດສະພານີ້, ກອງປະຊຸມເທື່ອທຳອິດຂອງສະພາສ້າງລັດຖະທຳມະນູນເນປານໄດ້ຮັບຮອງມະຕິ, ຕົກລົງຍົກເລີກລະບອບລາຊາທິປະໄຕ, ປະກາດເນປານເປັນສາທາລະນະລັດປະຊາທິປະໄຕສະຫະພັນເນປານ.

ຕາມຂ່າວແຈ້ງວ່າ, ກອງປະຊຸມໄດ້ຜ່ານມະຕິດ້ວຍສຽງສ່ວນຫຼາຍທີ່ສຸດ, ຕັດສິດພິເສດທັງໝົດຂອງເຈົ້າຊີວິດ, ແລະທວງໃຫ້ເຈົ້າຊີວິດອອກຈາກພະລາຊະວັງໃນ15ມື້, ພະລາຊະວັງນັ້ນຈະໃຊ້ເປັນຫໍພິພິທະພັນແຫ່ງຊາດຫຼືລັດຖະບານຈະນຳໃຊ້ຕາມຄວາມຕ້ອງການ.

1 2
|