ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-30 12:50:40    
ທ່ານ​ເຈຍ​ຊິ້ງ​ຫລິນ​ກ່າວ​ວ່າ​ຈີນ​ຈະ​ໃຊ້​ກຳ​ລັງ​ທັງ​ຫມົດ​ຂອງ​ທົ່ວ​ປະ​ເທດ​ ສ້າງ​ສາ​ເຂດ​ປະ​ສົບ​ໄພ​ແຜ່ນ​ດິນ​ໄຫວ​ໃຫ້​ດີ

cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 29 ພຶດສະພາ​ນີ້ ຢູ່​ເຂດ​ປະສົບ​ແຜ່ນດິນ​ໄຫວ​ຂອງ​ເສ​ສວນ, ທ່ານ​ເຈ​ຍຊິ້ງຫລິນ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ​ກ່າວ​ວ່າ, ຈີນ​ຈະ​ໃຊ້​ກຳລັງ​ແຮງ​ທັງ​ຫມົດ​ຂອງ​ທົ່ວ​ປະ​ເທດ,​ເຮັດ​ວຽກ​ສ້າງສາ​ເຂດ​ປະສົບ​ໄພ​ຄືນ​ໃຫມ່ໃຫ້​ດີ.

ມື້​ດຽວ​ກັນ, ​ທ່ານເຈຍ​ຊິ້ງຫລິນ​ໄດ້​ເດີນທາງ​ໄປ​ເຂດ​ປະສົບ​ໄພ​ຂອງ​ແຂວງ​ເສ​ສວນ,ຢື້​ຢາມ​ຖາມ​ຂ່າວ​ປະຊາຊົນ​ຜູ່​ປະສົບ​ໄພ,ຊີ້​ນຳ​ວຽກ​ງານ​ກູ້​ໄພ.ທ່ານ​ຮຽກຮ້ອງ​ເຈົ້າຫນ້າ​ທີ່​ຢູ່​ແຫ່ງ​ນັ້ນຈັດ​ວາງ​ບ່ອນ​ຢູ່​​ໃຫ້ປະຊາຊົນ​ຜູ່​ປະສົບ​ໄພ​ທີ່​ຖືກ​ຍົກຍ້າຍ​ໄປ​ຢູ່​ບ່ອນ​ໃຫມ່​ນັ້ນຢ່າງ​ເຫມາະ​ສົມ,​ໂດຍ​ສະ​ເພາະຕ້ອງ​ອອກ​ແຮງແກ້​ໄຂ​ບັນຫາ​​ເຮືອນ​ຢູ່​​ໃຫ້​ປະຊາຊົນ;​ໃນ​ຂະນະ​ທີ່​ເຮັດ​ວຽກ​ກູ້​ໄພ​ໃຫ້​ດີ, ຍັງ​ຕ້ອງ​ຈັດ​ວາງ​ກຳລັງ​ຂອງ​ທຸກ​ຝ່າຍ​ຟື້ນ​ຟູ​ການ​ຜະລິດຜົນ​ໂດຍ​ໄວ.

​ໃນ​ແຜ່ນດິນ​ໄຫວ​ເທື່ອ​ນີ້,​ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ຈຳນວຫນຶ່ງ​ກໍ່ເສຍ​ຫາຍ​ຢ່າງ​ຫນັກຫນ່ວງ,ທ່ານ​ເຈຍ​ຊິ້ງຫລິນ​ກ່າວ​ເນັ້ນ​ເປັນ​ພິ​ເສດ​ວ່າ, ​ໃນ​ເວລາ​ການ​ສ້າງສາ​ເຂດ​ເຫລົ່າ​ນີ້​ຕ້ອງ​ພິຈາລະນາ​ເຖິງ​ຈຸດ​ພິ​ເສດ​ຂອງ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ, ສະ​ແດງ​ໃຫ້​ເຫັນ​ຈຸດ​ພິ​ເສດ​ຂອງ​ຊົນ​ເຜົ່າ​ເຫລົ່າ​ນີ້, ປົກ​ປັກ​ຮັກສາ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ.