ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-30 17:01:46    
ເລຂາທິການ​ໃຫຍ່ສູນ​ກາງ​ພັກ​ມູນິດ​ຫວຽດນາມ​ຢ້ຽມຢາມ​ຈີນ

cri

ໂດຍ​ຕອບສະໜອງ​ຄຳ​ເຊີນ​ຂອງ​ທ່ານ​ຫູ​ຈີນ​ທ່າວ ​ເລຂາ​ມິ​ການ​ໃຫຍ່​ສູນ​ກາງ​ພັກ​ມູນິດ​ຈີນທັງ​ເປັນປະທານ​ປະ​ເທດ​ຈີນ,​​ແຕ່​ວັນ​ທີ30 ພຶ​ດສະພາ​ຫາ​ວັນ​ທີ2 ມິຖຸນາ​ນີ້,ທ່ານ​ນົງ​ດຶກ​ແມງ​ໄດ້​ມາຢ້ຽມຢາມສັນທະ​ວະ​ໄມຕີ​ຕໍ່​ຈີນ​ຢ່າງ​ເປັນ​ທາງ​ການ.ຫວ່າງ​ມໍ່ໆ​ນີ້,ທ່ານ​ຫງຽນວິນ​ກວາງ ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ຈີນ​ໃຫ້​ສຳພາດຕໍ່​ນັກ​ຂ່າວcri.ທ່ານ​ກ່າວ​ວ່າ,​ທ່ານ​​ເລຂາທິການ​​ໃຫຍ່​ນົງ​ດຶກ​ແມງຢ້ຽມຢາມ​ຈີນ​ເທື່ອ​ນີ້​ຍ່ອມ​ຈະ​ມີ​ຜົນ​ສະທ້ອນ​ອັນ​ຕັ້ງໜ້າ​ແລະ​ເລິກ​ເຊິ່ງຍາວ​ໄກ​ຕໍ່​ການ​ຂະ​ຫຍາຍຂອງ​ການ​ພົວພັນ​ລະຫວ່າງ​ຫວຽດນາມ​ກັບ​ຈີນຢ່າງຮອບດ້ານ.

ຈີນ​ກັບ​ຫວຽດນາມ​ແມ່ນ​ປະ​ເທດ​ບ້ານ​ໃກ້​ຄຽງ​ທີ່​ມີ​ພູ​ຜາ​ແມ່​ນ້ຳ​ຕິດ​ຈອດ​ກັນ.​​ນັບແຕ່​ການ​ພົວພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຫັນ​ເປັນ​ປົກກະຕິ​ໃນ​ປີ1991​ເປັນ​ຕົ້ນ​ມາ,ຜູ້ນຳຊັ້ນ​ສູງ​ຂອງ​ສອງ​ຝ່າຍ​ໄດ້​ຕິດ​ຕໍ່​ພົວພັນ​ກັນຢ່າງ​ເນືອງນິດ,ສອງ​ຝ່າຍຢ້ຽມຢາມ​ໄດ້​ກາຍ​ເປັນ​ມູນ​ເຊື້ອ​ຂອງ​ສອງ​ປະ​ເທດ​ແລ້ວ.ທ່ານ​ຫງວຽນວິນ​ກວາງ​ກ່າວ​ວ່າ,ທ່ານ​ເລ​ຂາ​ທິການ​ໃຫຍ່ນົງ​ດຶກ​ແມງຢ້ຽມຢາມ​ຈີນ​ເທື່ອ​ນີ້​ກໍ່​ແມ່ນ​ການ​ສືບ​ຕໍ່​ຂອງ​ມູນ​ເຊື້ອ​ດັ່ງກ່າວ.

ປະ​ຈຸ​ບັນ,ຈີນ​ຫາກໍ່ປະສົບ​ໄພ​ແຜ່ນດິນ​ໄຫວ,ພວມ​ພະຍາຍາມດຳ​ເນີນ​ວຽກ​ງານ​​ກູ້​ໄພ.ທ່ານ​ຫງວຽນວິນ​ກວາງ​ກ່າວ​ວ່າ:"​ໃນ​ກໍລະນີ​ດັ່ງກ່າວ,ທ່ານ​ເລ​ຂາ​ທິການ​ໃຫຍ່ນົງ​ດຶກ​ແມງ​ມາຢ້ຽມຢາມ​ຈີນ,ກ່ອນ​ອື່ນ​ແມ່ນ​ເພື່ອ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຫວຽດນາມ​ກັບ​ຈີນ​ໃຫ້​ຂະຫຍາຍຕົວ​ຕື່ມ​ອີກ;ດ້ານ​ອື່ນແມ່ນ​ເພື່ອ​ສະ​ແດງ​ວ່າ,ພັກ,ລັດ​ຖະບານ​ແລະ​ປະຊາຊົນ​ຫວ​ຽດນາມສະ​ໜັບສະ​ໜູນພາລະກິດ​ສັງຄົມ​ນິຍົມຂອງ​ຈີນຕະຫຼອດ​ມາ."ທ່ານ​ຫງວນວິນ​ກວາງ​ກ່າວ​ວ່າ,​ແຜ່ນດິນ​ໄຫວ​ເທື່ອ​ນີ້​ກໍ່​ແມ່ນການ​ສັ່ນ​ສະ​ເທືອ​ນ​ເທື່ອ​ໜຶ່ງ​ທາງ​ດ້ານ​ຈິດ​​ໃຈ​​ແລະ​ອາລົມ​ຂອງ​ປະຊາຊົນ​ຫວຽດນາມ.

ຫຼັງ​ຈາກ​ແຜ່ນດິນ​ໄຫວ​ເກີດ​ຂຶ້ນ​ແລ້ວ, ລັດຖະບານ​ຫວຽດນາມ​ໄດ້​ຕົກລົງ​ຊ່ອຍ​ເຫຼືອ2​ແສນ​ໂດ​ລາ​ໃຫ້​ຜູ້​ປະສົບ​ໄພ​ຂອງ​ຈີນ. ພ້ອມ​ກັນ​ນັ້ນ, ອົງການ​ຂອງ​ລັດ​ຖະບານ​ຈຳນວນ​ໜຶ່ງ​ຂອງ​ຫວຽດ​ນາມ​ກໍ່​ໄດ້​ພາກັນ​ຈັດ​ຕັ້ງ​ໜ່ວຍບໍລິ​ຈາກ​ເງິນ. ນອກ​ນີ້, ຫວຽດນາມ​ຍັງ​ໄດ້​ຊ່ອຍ​ເຫຼືອ​ຕູບ​ຜ້າ​ເຕັນ​ແລະ​ອາຫານ​ຈຳນວນ​ໜຶ່ງ​ໃຫ້​ຈີນ. ປະຈຸ​ບັນ​ຢູ່​​ແຫ່ງ​ຕ່າງໆ​ຂອງ​ຫວຽດ​ນາມຍັງ​ພວມ​ຈັດການ​ບໍລິຈາກ​ເພີ່ມ​ຕື່ມ, ​ເພື່ອ​ຊ່ອຍ​ເຫຼືອ​ຜູ້​ປະສົບ​ໄພ​ຂອງ​ຈີນ.

ທ່ານ​ຫງວຽນ​ວິນ​ກວາງ​ເຫັນ​ວ່າ, ​ໃນ​ຫຼາຍ​ປີ​ມາ​ນີ້ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ທິດ​ທາງ"ໝັ້ນ​ຄົງ​ຍາວ​ນານ ມຸ້ງ​ໜ້າ​ສູ່​ອະນາ​ຄົດ ມີ​ມິດຕະພາບ​ກັບປະ​ເທດ​ບ້ານ​ໃກ້​ເຮືອນຄ​ຽງ ຮ່ວມ​ມື​ຢ່າງ​ຮອບ​ດ້ານ", ການ​ພົວພັນ​ລະ​ຫວ່າງ​ຫວຽດນາມ​ກັບຈີນ​ໄດ້​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ​, ສອງ​ຝ່າຍ​ໄດ້​ວາງ​ກົນ​ໄກ​ຮ່ວມ​ມື​ໃໝ່​ໃນຂົງ​ເຂດ​ການ​ເມືອງ ​ເສດຖະກິດ ຄວາມ​ປອດ​ໄພ ​ແລະ​ວັດ​ທະ​ນະ​ທຳ, ​ເພື່ອ​ເປີດ​ກວ້າງ​ຂົງ​ເຂດ​ຮ່ວມ​ມື​ແລະ​ເພີ່​ມທະວີ​ປະສິດທິ​ຜົນ​ແຫ່ງ​ການ​ຮ່ວມ​ມື​ຕື່ມ​ອີກ.

ປະຈຸ​ບັນ, ​ລັດ​ຖະ​ບານ​ຈີນ​ຫວຽດນາມ​ໄດ້​ສ້າງ​ກົນ​ໄກ​ແລກ​ປ່ຽນ​ລະດັບ​ຕ່າງໆ, ຮ່ວມ​ມື​ອົບຮົມ​ພະ​ນັກ​ງານ​ຄຸ້ມ​ຄອງ. ຄະ​ນະ​ກຳມະ​ການ​ຊີ້​ນຳ​ການ​ຮ່ວມ​ມື​ສອງ​ຝ່າຍ​ກໍ່​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ປະ​ສານ​ງານ​ແລະ​ຊີ້​ນຳ​ເປັນ​ຢ່າງ​ດີ​ໃນ​ຫຼາຍ​ຂົງ​ເຂດ. ​ໃນ​ປີ2007, ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ມີ​ເຖິງ15ຕື້​ໂດ​ລາ, ​ເຊິ່ງ​ໄດ້​ບັນລຸ​ເປົ້າ​ໝາຍ​ທີ່​ຜູ້ນຳ​ສອງ​ປະ​ເທດ​ຕົກລົງ​ກັນ​ນັ້ນ​ກ່ອນ​ເວລາ​ກຳນົດ​ສາມ​ປີ. ບໍ່ພ​ຽງ​ແຕ່​ເທົ່າ​ນັ້ນ, ຈີນ​ແລະ​ຫວຽດນາມ​ພວມ​ຫາລື​ຈັດ​ວາງ​ແຜນການ​ພັດທະນາ​ຫ້າ​ປີ​ແຫ່ງ​ການ​ຮ່ວມ​ມື​ເສດ​ຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ຫວຽດ​ນາມ, ຕົກ​ລົງ​ຮ່ວມ​ມື​ໃນ​ໂຄງ​ການ​ຮ່ວມ​ມື​ຂະໜາດ​ໃຫຍ່​ຈຳນວນ​ໜຶ່ງ. ສອງຝ່າຍ​ຍັງ​​ເລັ່ງ​ໃຫ້​ສຳ​ເລັດ​ການສຳ​ຫຼວດ​ຕັ້ງ​ຫຼັກ​ໝາຍ​ຊາຍ​ແດນ​ທາງບົກ​ທັງ​ໝົດ​ພາຍ​ໃນ​ປີ​ນີ້, ​ແກ້​ໄຂ​ບັນຫາ​ທີ່ຄົງ​ຄ້າງ​ມາ​ແຕ່​ປະ​ຫວັດ​ສາດ.