ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-30 16:38:28    
ເຂດ​ປະສົບ​ໄພ​ແຜ່ນດິນ​​ໄຫວ​ແຂວງ​ເສ​ສວນ​ເພີ່ມ​ທະ​ວີ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ການ​ແຈກ​ຢາຍ​ແລະ​ນຳ​ໃຊ້​ເງິນ​ແລະ​ເຄື່ອງ​ກູ້​ໄພ

cri Author: mo

ພາຍຫຼັງ​ເກີດ​ແຜ່ນດິນ​ໄຫວ​​ແລ້ວ, ​ເຂດປະສົບ​ໄພ​ແຂວງ​ເສ​ສວນ​ໄດ້​ຮັບ​​ເງິນ​ແລະ​ເຄື່ອງຊ່ວຍ​ກູ້​ໄພ​ຢ່າງຫຼວງຫຼາຍ​ຈາກ​ລັດຖະບານ ປະຊາຊົນ​ແລະ​ປະຊາ​ຄົມ​ໂລກ. ​ເພື່ອ​ຮັບປະກັນ​ໃຫ້​​​ເງິນ​ແລະ​ເຄື່ອງ​ກູ້​ໄພ​ເຫຼົ່ານີ້​ໄດ້​ຮັບ​ການ​ນຳ​ໃຊ້​ຢ່າງ​ເໝາະ​ສົມ​, ປ້ອງ​ກັນ​ບໍ່​ໃຫ້ມີການ​ລະ​ເມີດ​ກົດໝາຍ​ເກີດ​ຂຶ້ນ, ​ແຂວງ​ເສ​ສວນ​ໄດ້​ເພີ່ມ​ທະວິ​ການ​ຕິດຕາມ​ຄຸ້ມ​ຄອງ, ພະຍາຍາມ​ເຮັດ​ໃຫ້ການ​​ແຈກຢາຍ​ແລະ​ນຳ​ໃຊ້​ເງິນ​ແລະ​​ເຄື່ອງ​ກູ້​ໄພ​​ໂປ່​ງ​ໃສ​ແລະ​ເປີດ​ເຜີຍ. ຕາມ​ຕົວ​ເລກ, ນັບ​ມາ​ຮອດ​ວັນ​ທີ 29 ພຶດສະພາ​ນີ້, ​ແຂວງ​ເສ​ສວນ​ໄດ້​ຮັບ​ເງິນ​ກູ້​ໄພ​ແຜ່ນດິນ​ໄຫວ 6 ຕື້​ກວ່າ​ຢວນ, ​ແລະ​ເຄື່ອງ​ກູ້​ໄພ​ຢ່າງຫຼວງຫຼາຍ.

ທ່ານ​ເຢີ​ນຈຸ້ນນຽນ ຮອງ​ເລຂາ​ຄະນະ​ກວດກາ​​ແຂວງ​ເສ​ສວນ​ຈີນ​ກ່າວ​ວ່າ,​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​​ມີ​ການ​ກະທຳ​ທີ່​ລະ​ເມີດ​ກົດໝາຍ​ເກີດ​ຂຶ້ນ, ​ແຂວງ​ເສ​ສວນ​​ໄດ້​ຈັດ​​ເອົາພາກສ່ວນສຳຄັນ​​ແລະ​ເຂດ​ປະສົບ​ໄພ​ຮ້າຍ​ແຮງ​ກວ່າ​ໝູ່ທີ່​​ໄດ້​ຮັບ​​ເງິນ​ແລະ​ເຄື່ອງ​ກູ້​ໄພຫຼາຍກວ່າ​ໝູ່​ນັ້ນ​ເປັນ​ບ່ອນ​ສຳຄັນ​​ໃນ​ການ​ຕິດຕາມ​ກວດກາ, ​ໄດ້​ຕິດຕາມ​ຄຸ້ມ​ຄອງຕະຫຼອດ​ໄລຍະນັບ​ຕັ້ງ​ແຕ່​ການ​ຮັບ​ແລະ​ແຈກ​ຢາຍ​ເງິນ​ແລະ​ເຄື່ອງ​ກູ້​ໄພ. ທ່ານ​ກ່າວ​ວ່າ: "ຄະນະ​ກວດກາ​​​ຂອງ​ແຂວງ​ແລະ​ພະ​ແນ​ກຕິດຕາມ​ກວດກາ​ຂອງ​ແຂວງ​ເສ​ສວນ​ໄດ້​ສົ່ງ​ໜ່ວຍ​ຕິດຕາມກວດກາ 17 ໜ່ວຍ​ໄປ​ພາກສ່ວນ​ສຳຄັນ​ທີ່​ຮັບ​ຈ່າຍເງິນ​ແລະ​​ເຄື່ອງຂອງ​ຂັ້ນ​ແຂວງ 11 ​ແຫ່ງ​ ແລະ​ເຂດ​ປະສົບ​ໄພໜັກໜ່ວງ 6 ​ແຫ່ງ ​ເພື່ອ​ຕິດຕາມ​ຕະຫຼອດ​ໄລຍະກ່ຽວ​ກັບ​ການ​ຮັບ​ເອົາ​ແລະ​ຢາຍ​ເຄື່ອງ​ກູ້​ໄພ."

ພ້ອມ​ນັ້ນ, ພາກສ່ວນ​ຕິດຕາມ​ກວດກາ​ແຂວງ​ເສ​ສວນ​ໄດ້​ເພີ່ມການ​ເກັບ​ກຳ​ແລະ​ແກ້​ໄຂການ​ລາຍ​ງານ​ຂອງ​ປະຊາຊົນ. ທ່ານ​ເຢິນຈຸ້ນນຽນ ຮອງ​ເວລາ​ຄະນະ​​ກວດກາ​ແຂວງ​ເສ​ສວນ​ກ່າວ​ວ່າ, ຕໍ່​ການ​ລະ​ເມີດ​ກົດໝາຍ​ໃນ​​ໄລຍະ​ກູ້​ໄພ, ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ແຂວງ​ເສ​ສວນ​​ໄດ້​​ແກ້​ໄຂ​ຢ່າງ​ວ່ອງ​ໄວ, ​ແລະ​​ປະກາດ​ຕໍ່​ສັງຄົມ​ຢ່າງ​ທັນ​ການ. ທ່ານ​ກ່າວ​ເນັ້ນ​ເປັນ​ພິ​ເສດ​ວ່າ, ພາກສ່ວນ​ທີ່​ກ່ຽວຂ້ອງ​ຈະ​ເດັດດ່ຽວ​ສຳຫຼວດລົງ​ໂທດ​ເຈົ້າໜ້າ​ທີ່​ທ້ອງ​ຖິ່ນ​ທີ່​ເອົາ​​ເຄື່ອງ​ກູ້​ໄພ​ໄປ​ໃຊ້​ທາງ​ອື່ນ.


ຖ້າ​ປະກົດ​ເຫັນ​ພະນັກງານພັກ​ແລະ​ອົງການ​ປົກຄອງນຳ​ໃຊ້​ສິດຕຳ​ແຫນ່​ງ,​ເອົາ​ຕູບຜ້າ​ເຕັ້ນ​ສຳລັບ​ໃຫ້ປະຊາຊົນ​ຜູ່​ປະສົບ​ໄພ​​ໄປ​ໃຫ້​ຍາດ​ພີ່ນ້ອງ​ຂອງ​​​ເຂົາ​ເຈົ້າ​ໃຊ້,ພວກ​ຂ້າພະ​ເຈົ້າ​ຈະ​ສຳ​ຫຼວດລົງ​ໂທດ​ຢ່າງ​ເດັດຂາດ.


 ນອກ​ນີ້,ສຳນັກງານກວດກາບັນຊີແຫ່ງ​ຊາດ​ຈີນ​ກໍ​ໄດ້​ສົ່ງ​ພະນັກງານ​ໄປກວດກາ​ບັນຊີກ່ຽວ​ກັບເງິນ​​ແລະ​ເຄື່ອງ​ຊ່ອຍ​ເຫຼືອ​ກູ້​ໄພ​ຢູ່​ເຂດ​ປະສົບ​ໄພ​ ​ ເສ​ສວນ.ຂອບ​ເຂດ​ກວດກາ​ເທື່ອ​ນີ້​ລວມທັງການ​ຮັບ​ເອົາ ​ເກັບ​ຮັກສາ ການ​​ແຈກ​ຢາຍ​ແລະ​ນຳໃຊ້​ເງິນ​ແລະ​ເຄື່ອງ​ຊ່ອຍ​ເຫຼືອ​ກູ້​ໄພ.

ຢູ່​ເຂດ​ປະສົບ​ໄພ​ເສ​ສວນ,ນັກ​ຂ່າວ​ໄດ້​ເຫັນ​,ການ​ແຈກ​ຢ່າ​ຍ​ເຄື່ອງ​ຊ່ອຍ​ເຫຼືອ​ກູ້​ໄພ​ຢູ່​ເຂດ​ປະສົບ​ໄພ​​ເປັນ​ຮຽບຮ້ອຍດີ,ປະຊາ ຊົນສ່ວນ​ຫຼາຍ​ຢູ່​ແຫ່ງ​ນັ້ນ​ໄດ້​ຮັບ​ເຄື່ອງ​ຊ່ອຍ​ເຫຼືອທີ່​ເຂົາ​ເຈົ້າ​ຕ້ອງການ​.​ໃນ​ເວລາ​ແຈກ​ຢາຍ,ມີ​​ພະນັກງານສະ​ເພາະຈຳນວນ​ຫນຶ່ງ​ຮັບຜິດຊອບການ​ຕິດ​ຕາມກວດກາ ເຈົ້າ​ຫນ້າ​ທີ່​ຂັ້ນ​ຮາກຖານ​ທີ່ຄຸ້ມ​ຄອງ​ແລະ​ແຈກ​ຢາຍ​ເຄື່ອງ​ຊ່ອຍ​ເຫຼືອ,​ແລະ​​ໄດ້ບັນທຶກ​ສະພາບ​ການ​​ແຈກ​ປາຍ​ຂອງ​ເຄື່ອງ​ຊ່ອຍ​ເຫຼືອ​​ແຕ່ລະລາຍຢ່າງ​ລະອຽດ. ພະນັກງານ ຮັກສາ​ຄວາມ​ສະຫງົ​ບກໍ​ໄດ້​ສົ່ງ​ພະນັກງານສະ​ເພາະ​ໄປ​ຮັກສາ​ບ່ອນ​ເກັບ​ມ້ຽນເຄື່ອງ​ຊ່ອຍ​ເຫຼືອ​ຢ່າງ​​ເຄັ່ງ​ຄັດ,​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ມີ​ຜູ່​ໃດເອົາ​​ເຄື່ອງ​ຊ່ອຍ​ເຫຼືອ ໄປ​ໃຊ້​ໃນທາງ​ອື່ນ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ.

ຂ່າວ​ແຈ້ງວ່າ,​ເມືອງ​​ແລະ​ນະຄອນຕ່າງໆ​ທີ່ປະສົບ​ໄພ​​ໃນເສ​ສວນ​ລ້ວນ​ແຕ່​ໄດ້​ມີຂໍ້​ກຳນົດການ​ຄຸ້ມ​ຄອງ​​ນຳ​ໃຊ້​​ເງິນ​ແລະ​ເຄື່ອງ​ຊ່ອຍ​​ເຫຼືອ​ກູ້​ໄພ​ຢ່າງ​​ເຄັ່ງ​ຄັດ.​ເຈົ້າ​ຫນ້າ​ທີ່​ແຂວງ​ເສ​ສວນ​ກ່າວ​ວ່າ,​ໃນ​ບາດກ້າວຕໍ່​ໄປ,ພາກສ່ວນ​ຕ່າງໆ​ຂອງ​ທ້ອງ​ຖິ່ນເຊັ່ນ:​ອຸດ ສາຫະກຳ​ການ​ຄ້າ ກວດສວບ​ບັນຊີ ລາຄາ​ສິນຄ້າ  ພາກສ່ວນກວດກາ​ຄຸນ​ນະພາ​ບ​ແລະ​ພາກສ່ວນຮັກສາ​ຄວາມ​ສະຫງົບ​ເປັນ​ຕົ້ນ​ຈະ​ຮ່ວມ​​ກັນໃຊ້​ມາດ​ຕະການ,ສືບ​ຕໍ່​ເພີ່ມ​ທະວີ​ການ​ຕິດຕາມຄຸ້ມ​ຄອງການ​ແຈກ​ຢາຍເງິນ​ແລະ​ເຄື່ອງ​ຊ່ອຍ​ເຫຼືອ​ກູ້​ໄພ, ລົງ​ໂທ​ດຢ່າງ​ເຂັ້ມ​ງວດ​ຕໍ່ການ​ກະທຳ​ທີ່ລະ​ເມີດ​ກົດຫມາຍ​ຕ່າງໆ​ເຊັ່ນ:​ລັກແຈກຢາຍ​ແລະ​ຂາຍ​ເຄື່ອງ​​ກູ້​ໄພ ກັກ​ຕຸ​ນ ສິນຄ້າ​ເພື່ອ​ສວຍ​​ໂອກາດ​ຫາ​ຜົນ​ກຳ​ໄລແລະ​ກົງ​ລາຄາສິນຄ້າ​ເປັນ​ຕົ້ນ,ພ້ອມ​ກັນ​ນັ້ນ,ກໍ່ສ້າງ​ຕັ້ງລະບົບເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ,​​ເພື່ອ​ເຮັດ​ໃຫ້ການຮັບ​ເອົາ ​ແຈກ​ຢາຍ​ແລະ​ນຳ​ໃຊ້​​ເງິນ​ແລະ​ເຄື່ອງ​ຊ່ອຍ​ເຫຼືອ​ກູ້​ໄພ​ຢ່າງ​ເປີດ​ເຜີຍ​ແລະ​ໂປ່​ງ​ໃສ.