ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-30 18:45:27    
ທ່ານ​ຢາງ​ເຈ​ສື​ໄປ​ຢາມ​ໜ່ວຍ​ແພດ​ຕ່າງ​ປະ​ເທດ​ທີ່​ມາ​ຊ່ວຍ​​ເຂດ​ປະ​ສົບ​ໄພ​ຂອງ​ຈີນ

cri


ຕາມ​ຂ່າວCRI,​ວັນ​ທີ​30​ພຶດ​ສະ​ພາ​ນີ້,​ທ່ານ​ຢາງ​ເຈ​ສື ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໃນ​ເວລາ​ຮ່ວມ​ກັບ​ທ່ານ​ລີ​ມິ​ງ​ບັກ ປະ​ທາ​ນາ​ທິ​ບໍ​ດີ​ສ​ເກົາຫຼີ​ໄປ​ຢາມ​ເຂດ​ປະ​ສົບ​ໄພ​ແຜ່ນ​ດິນ​ໄຫວ,​ທ່ານ​ໄດ້​ຍາດ​ເວລາ​ໄປ​ຢາມ​ໜ່ວຍ​ແພດ​ຂອງ​ອັງ​ກິດ ກຸຍ​ບາ ຍີ່​ປຸ່ນ​ແລະຣັດ​ເຊຍ​ທີ່​ພວມ​ຊ່ວຍ​ເຫຼືອ​ເຂດ​ປະ​ສົບ​ໄພ​ຢູ່​ນະ​ຄອນ​ເສິງ​ຕູ່​.

ທ່ານ​ຢາງ​ເຈ​ສື​ກ່າວ​ວ່າ,​ໃນ​ເວລາ​ທີ່​ແຂວງ​ເສ​ສວນ​ຈີນ​ປະສົບ​ໄພ​ແຜ່ນດິນ​ໄຫວ​ຮ້າຍ​ແຮງ,​ປະ​ຊາ​ຄົມ​ໂລກ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແລະ​ຄວາມ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ,ບາງ​ປະ​ເທດ​ຍັງ​ໄດ້​ຟ້າວ​ສົ່ງ​ໜ່ວຍ​ແພດ​ໄປ​ບ່ອນ​ເກີດ​ໄພ​ພາຍ​ໃນ​ເວລາ​ອັນ​ສັ້ນໆ,​ເຂົາ​ເຈົ້າ​ບໍ່​ຢ້ານ​ຄວາມ​ອິດ​ເມື່ອຍ,​ກອບ​ກູ້​ແລະ​ປິ່ນປົວ​ຜູ່​ບາດ​ເຈັບ,​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ທີ່​ເຖິງ​ມິດ​ຕະ​ພາບ​ຂອງ​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ​ທີ່​ມີ​ຕໍ່​ປະ​ຊາ​ຊົນ​ຈີນ​ແລະ​ນ້ຳ​ໃຈ​ມະ​ນຸດ​ສະ​ທຳ​ອັນ​ສູງ​ສົ່ງ​ຢ່າງ​ເຕັມ​ທີ່,​ໄດ້​ປະ​ກອບ​ສ່ວນ​ອັນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ກູ້​ໄພ​ຂອງ​ຈີນ.​ຄວາມ​ສາມາດ​ໃນການ​ປິ່ນ​ປົວ​ທີ່​ມີ​ສູງ​ແລະ​ນ້ຳ​ໃຈ​ເຄົາ​ລົບ​ໜ້າ​ທີ່​ວຽກ​ງານ​ຂອງ​ພວກ​ທ່ານ​ໄດ້​ຮັບ​ການ​ຢືນ​ຢັນ​ແລະ​ຄວາມ​ຍ້ອງຍໍ​ຈາກ​ຜູ່​ບາດ​ເຈັບ​ໃນ​ເຂດ​ປະ​ສົບ​ໄພ​ແລະ​ພະ​ນັກ​ງານ​ແພດ​ໝໍ​ຂອງ​ຈີນ.​ຂ້າ​ພະ​ເຈົ້າ​ຂໍ​ຕາງ​ໜ້າ​ລັດ​ຖະ​ບານ​ຈີນ​ແລະ​ປະ​ຊາ​ຊົນ​ຈີນ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ແລະ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ສະໜິດ​ສະໜົມຕໍ່​ພວກ​ທ່ານ.