ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-30 18:52:47    
ສ.ປ.ປ​ເກົາ​ຫຼີ​ຮຽກ​ຮ້ອງ​ໃຫ້​ສ.​ເກົາ​ຫຼີ​ຢຸດ​ແຈກ​ຢາຍ​ໃບ​ໂຄ​ສະ​ນາ​ຢູ່​ສ.ປ.ປ​ເກົາ​ຫຼີ

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 30 ພຶດສະພາ​ນີ້, ຫົວໜ້າ​ຄະນະ​ຜູ້​ແທນ​ສ.ປ.ປ​ເກົາຫຼີ​ຂອງ​ການ​ເຈ​ລະ​ຈາ​ວຽກ​ງານ​ການ​ທະຫານ​ລະຫວ່າງ​ສ.​ເກົາຫຼີ​ກັບ​ສ.ປ.ປ​ເກົາຫຼີ​ໄດ້​ອອກ​ປະກາດ​ແຈ້ງ​ການ​ໃຫ້​ຝ່າຍ​ສ.​ເກົາຫຼີ, ຮຽກຮ້ອງ​ໃຫ້​ສ.​ເກົາຫຼີຢຸດ​ເຊົາ​ການ​ແຈກ​ຢາຍ​ໃບ​ໂຄສະນາ​ຕໍ່ສ.​ປ.ປ​ເກົາຫຼີ​ໃນ​ທັນທີ.

ຂ່າວສານ​ສູນ​ກາງ​ສ.​ປ.ປ​ເກົາຫຼີນຳ​ເອົາ​ຄວາມ​ເວົ້າ​ຂອງ​ຫົວໜ້າ​ຄະນະ​ຜູ້​ແທນ​ທີ່​ບໍ່​ຍອມ​ເຜີຍ​ຊື່​ດັ່ງກ່າວ​​ມາ​ເວົ້າ​ວ່າ, ນັບ​ມາ​ຮອດ​ທ້າຍ​ເດືອນ​ພຶດສະພາ​ນີ້, ສ.​ເກົາຫຼີນຳ​ໃຊ້​ວິທີ​ຕ່າງໆ,​ເຊັ່ນ: ປ່ອຍ​ໝາກ​ປູມ​ເປົ້າ​ເປັນ​ຕົ້ນ, ​ແຈກ​ຢາຍ​ໃບ​ໂຄສະນາ​ຕ່າງໆ​ຢູ່​ຫຼາຍສິບ​ເຂດ​ທີ່​ໃກ້​ກັບ​ເສັ້ນ​ຂີດ​ແບ່ງ​ທາງ​ການ​ທະ​ຫານ, ​ໃສ່​ຮ້າຍປ້າຍ​ສີ​ຕໍ່​ລະບອບ​ສັງຄົມ​ຂອງ​ສ.ປ​.ປ​ເກົາ​ຫຼີ.

ຫົວໜ້າ​ຄະນະ​ຜູ້​ແທນ​ຜູ້​ນີ້​ກ່າວ​ວ່າ, ການ​ກະທຳ​ຂອງ​ສ.​ເກົາຫຼີ​ແບບ​ນີ້​ໄດ້​ລະ​ເມີດ​ສົນທິ​ສັນຍາ​ຢຸດ​ເຊົາ​ສົງຄາມ​ຈິດ​ໃຈ​ແລະ​ການ​ເຄື່ອນ​ໄຫວ​ເປັນ​ປໍ​ລະ​ປັກ​ກັນ​ທຸກ​ຢ່າງທີ່​ສອງ​ຝ່າຍ​​ເຊັນ​ກັນ​ໃນ​ເມື່ອ​ກ່ອນ, ​ເຮັດ​ໃຫ້​ສະຖາ​ນະ​ການ​ແຫຼມ​ເກົາຫຼີດຸ​ເດືອດ​ຂຶ້ນ, ​ແມ່ນ​ກາ​ນທະ​ທຳ​ທີ່​ທຳລາຍ​ຄວາມ​​ປອງ​ດອງ​ຊາດ, ການ​ຮ່ວມ​ມື​ແລະ​​ຄວາມ​ເປັນເອກະ​ພາບ.

ທ່ານ​ຮຽກຮ້ອງ​ໃຫ້​ສ.​ເກົາຫຼີ​ໃຊ້​ມາດ​ຕະ​ການ​ໃນ​ທັນທີ​ເພື່ອ​ຢຸດ​ການ​ກະທຳ​ດັ່ງ​ກ່າວ, ຂໍ​ໂທດ​ນຳ​ສ.​ປ.ປ​ເກົາຫຼີ​ແລະ​ລົງ​ໂທດ​ຜູ້​​ກ່ຽວ. ຖ້າ​ບໍ່​ດັ່ງ​ນັ້ນ, ສ.​ເກົາຫຼີຈະ​ຕ້ອງ​ຮັບ​ຜິດ​ຊອບ​ນຳ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ທຸກ​ຢ່າງ.