ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-31 17:36:11    
ຈີນ​ຈະນຳ​ໃຊ້ວິ​ທະຍາ​ສາດ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວ​ໜ້າ​ຕ້ານ​ໄພ​ກູ້​​ໄພ​ແຜ່ນດິນ​ໄຫວ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ຫວ່າງ​ກ່ອນ​ນີ້,ທ່ານ​ຮູ​ຍລຽງ​ຢູ້ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ຮອງ​ນາຍົກລັດຖະມົນຕີຈີນ ຮອງ​ຜູ້​ບັນຊາ​ການກອງ​ບັນຊາ​ການ​ໃຫຍ່​ຕ້ານ​ໄພ​ກູ້​ໄພ​ກ່າວ​ເນັ້ນ​ວ່າ,ອົງການ​ປົກຄອງ​ຂອງເຂດ​ປະສົບ​ໄພ​ແລະ​ພາກສ່ວນ​ທີ່​ກ່ຽວ​ຂ້ອງ​ຕ້ອງ​ຮັບ​ຟັງ​ຄວາມ​ເຫັນ​ຂອງ​ຜູ້​ຊ່ຽວຊານ​ຢ່າງ​ເຕັມ​ທີ່,​ເຄົາລົບ​ກົດ​ເກນ​ພາວະ​ວິ​ໄສ,ນຳ​ໃຊ້ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ທີ່​ກ່າວ​ໜ້າ,ຕ້ານ​ໄພ​ກູ້​ໄພ​ແຜ່ນດິນ​ໄຫວ.

ທ່ານ​ກ່າວ​ເນັ້ນ​ວ່າ,ປະຈຸ​ບັນ,ໜ້າ​ທີ່​ກູ້​ໄພ​ຍັງ​ໜັກ​ຫຼາຍ.ການກຳຈັດຄວາມ​ອັນ​ຕະລາຍ​ຢູ່​ເວີງ​ນ້ຳ​ຫົ້ງ ການ​ປ້ອງ​ກັນ​ໄພ​ທຳ​ມະ​ຊາດ​ຕາມ​ມາ ການ​ປະ​ເມີນ​ລະດັບ​ປະສົບ​ໄພ​​ແຜ່ນດິນ​ໄຫວ ການຈັດ​ວາງ​ປະຊາຊົນ ການ​ຟື້ນ​ຟູ​ການ​ຜະລິດຜົນ ​ການວາງ​ແຜນ​ສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃໝ່​ແລະ​ດ້ານ​ອື່ນໆ,ລ້ວນ​ແຕ່​ຕ້ອງ​ຮັບ​ຟັງ​ຄວາມ​ເຫັນ​ຂອງ​ຜູ້​ຊ່ຽວຊານ​ຢ່າງ​​ເຕັມທີ່.ຜູ້​ຊ່ຽວຊານ​ບັນດາ​ທ່ານ​ກໍ​ບໍ່​ຜິດ​ຫວັງ​ຂອງຄົນ​ທັງຫຼາຍ​,ສືບ​ຕໍ່ລົງ​ສູ່​ພາກ​ຕົວ​ຈິງ,ຄົ້ນຄວ້າ​ຢ່າງ​ລະອຽດ,ວາງ​ຂໍ້​ສະ​ເໜີທີ່​ມີ​​ເປົ້າ​ໝາຍແລະ​ຄວາມ​ເປັນ​ໄປ​ໄດ້​ສູງ​ໃຫ້​ຫຼາຍ​ກວ່າ​ເກົ່າ.

ວັນ​ທີ 30 ພຶດສະພາ​ນີ້,​ໃນ​ເວລາ​ທ່ານ​ຮູ​ຍລຽງ​ຢູ້​ໄປ​ຢ້ຽມຢາມພະນັກງານໃນ​ລະບົບປະຊາ​ສົງ​ເຄາະ​ແຂວງ​​ເສ​ສວນ,ທ່ານ​ກ່າວ​ວ່າ,​ໃນ​ໄລຍະ​ຕໍ່ໜ້າ​ນີ້,ພາກສ່ວນ​ປະຊາ​ສົງ​ເຄາະ​ຂັ້ນ​ຕ່າງໆ​ຕ້ອງ​ເຮັດ​ວຽກ​ຢ່າງ​ລະອຽດ​ແລະ​ຕິດ​ແທດ​ຕົວ​ຈິງ​ກວ່າ​ເກົ່າ​ເພື່ອ​ຈັດ​ວາງ​ປະຊາຊົນທີ່​ປະສົບ​ໄພ​ໃຫ້​ດີ,​ແກ້​ໄຂ​ບັນຫາ​ກິນ​ເຂົ້າ ດື່ມ​ນ້ຳ ​​ເສື້ອນຸ່ງ​ຜ້າ​ຫົ່ມ​ແລະ​ບ່ອນພັກຊົ່ວຄາວຂອງ​ປະຊາຊົນທີ່​ປະສົບ​ໄພ​ຢ່າງ​ຈິງ​ຈັງ,ພ້ອມ​ກັນ​ນັ້ນ,ຕ້ອງ​ຄຸ້ມ​ຄອງ​ແລະ​ນຳ​ໃຊ້​ເງິນ​ແລະ​ວັດຖຸ​ກູ້​ໄພ​ໃຫ້​ດີ.