ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-31 17:49:14    
ໜ່ວຍ​​ແພດ​ໝໍຈີນສຳ​ເລັດ​ໜ້າ​ທີ່​ຢ່າງ​ຈົບ​ງາມ​​ແລ້ວ​ຈາກ​ມຽນມາກັບ​ຄືນ​ປະ​ເທດ

cri Author: cai
ຕາມ​ຂ່າວສານ​ຈີນ:ໜ່ວຍ​ແພດ​ໝໍ​ຈີນ​ທີ່​ໄປ​ຊ່ວຍ​ເຫຼືອ​ມຽນມາ​ໄດ້​ສຳ​ເລັດ​ໜ້າ​ທີ່ຢ່າງ​ຈົບງາມ,ວັນ​ທີ 31 ພຶ​ດສະພາ​ນີ້,​ໄດ້​ກັບ​ຄືນ​ປະ​ເທດ​ຢ່າງ​ສະດວກ.

ພາຍຫຼັງ​ມຽນມາ​ໄດ້​ປະສົບ​ໄພ​ລົມພາຍຸ​​ແຖບ​ຮ້ອນອັນ​ຮ້າຍ​ແຮງ​​ແລ້ວ,​ໂດຍ​ຕອບ​ສະໜອງ​ການ​ເຊື້ອ​ເຊີນ​ຂອງ​ລັດຖະບານ​ມຽນມາ,ລັດຖະບານ​ຈີນ​ໄດ້​ສົ່ງ​ໜ່ວຍ​​ແພດ​ໝໍ​ໄປ​ຊ່ວຍ​ເຫຼືອ​ມຽນມາພາຍ​ໃຕ້​ສະຖານະ​ການ​ກູ້​ໄພ​ແຜ່ນດິນ​ໄຫວ​ພາຍ​ໃນ​ປະ​ເທດ​​ຂ້ຽວ​ຂາດ​ທີ່​ສຸດ.ໜ່ວຍ​​ແພດ​ໝໍປະກອບ​ດ້ວຍແພດໝໍ 50 ຄົນ​ທີ່ຊຳນານການ​ປ້ອງ​ກັນ​ ​ຄວບ​ຄຸມ​ແລະ​ປິ່ນປົວພະ​ຍາດພາຍຫຼັງ​ໄພ​ທຳ​ມະ​ຊາດ​ຢູ່​ແຖບ​ຮ້ອນ,ເຂົາ​ເຈົ້າ​​ແມ່ນ​​ເດີນທາງ​ໄປ​ມຽນມາ​ໃນ​ວັນ​ທີ 18 ພຶດສະພາ​ນີ້.

ນັບ​ມາ​ຮອດ​ວັນ​ທີ 28 ພຶ​ດສະພາ​ນີ້,ໜ່ວຍ​ແພດ​ໝໍຈີນໄດ້​ປິ່ນປົວ​ພະຍາດໃຫ້​ປະຊາຊົນ​ມຽນມາ​ທີ່​ປະສົບ​ໄພ 2908 ​​ຄົນ,​ໄດ້ປິ່ນປົວ​ ປ້ອງ​ກັນ​ແລະ​ດັດ​​ເຊື້ອ​ພະຍາດ​ໃນ​ເຂດ​ບໍລິ​ເວນ​ທີ່​ມີ​ເສັ້ນ​ຜ່ານ​ກາງ 32 ກິ​ໂລ​ແມັດ.

ວຽກ​ງານ​ຂອງ​ໜ່ວຍ​​ແພດ​ໝໍ​ຈີນໄດ້​ຮັບ​ການ​ຍ້ອງຍໍ​ໃນ​ລະດັບ​ສູງ​ຈາກ​ລັດຖະບານ​ແລະ​ປະຊາຊົນ​ມຽນມາ,ໜ່ວຍ​ແພດ​ໝໍໄປ​ຮອດ​ບ່ອນ​ໃດ,ປະຊາຊົນ​ຢູ່​ບ່ອນ​ນັ້ນ​ກໍ​ພາກັນ​ມາ​ຕ້ອນຮັບ,​ແລະ​ຮ້ອງຊົມ​ເຊີຍ​ວ່າ"ຈີນ!ຈີນ!".