ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-31 18:37:17    
ທ່ານ​ເວີນ​ເຈ່ຍ​ປາວ​ພົບ​ປະ​ທ່ານນົງ​ດຶກ​ແມັງ

cri

ຕາມ​ຂ່າວCRI: ວັນ​ທີ 31 ພຶດສະພາ​ນີ້ຢູ່​ທີ່​ປັກ​ກກິ່ງ, ທ່ານ​ເວີນ​ເຈ່ຍ​ປາວ ກຳມະການ​ປະຈຳ​ກົມ​ການ​ເມືອງສູນ​ກາງ​ພັກ​ກອມ​ມູນິດ​ຈີນ ນາຍົກລັດຖະມົນຕີຈີນ​ໄດ້​ພົບ​ປະ​ທ່ານ​ນົງ​ດຶກ​ແມັງ ​ເລຂາທິການ​ໃຫຍ່​ສູນ​ກາງພັກ​ກອມ​ມູນິດ​ຫວຽດນາມ.

ກ່ອນ​ອື່ນ, ທ່ານ​ເວີນ​ເຈ່ຍ​ປາວ​ໄດ້​ຂອບ​ໃຈ​ນຳ​ຫວຽດນາມ​ໃຫ້ການ​ສະໜັບສະໜູນ​ອັນ​ລ້ຳ​ຄ່າ​​ແກ່​ການ​ຕໍ່ສູ້​ຕ້ານ​ໄພ​ກູ້​ໄພ​ຂອງ​ຈີນ. ທ່ານ​ເວີນ​ເຈ່ຍ​ປາວ​ກ່າວ​ວ່າ, ພັກ​ແລະ​ລັດຖະບານ​ຈີນ​ເອົາ​ໃຈ​ໃສ່​ນຳ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຫວຽດນາມ​ຈາກ​ລະດັບ​ສູງ​ດ້ານຍຸດ​ທະ​ສາດ. ທ່ານ​ກ່າວ​ວ່າ, ຄວນ​ເລັ່ງລັດ​​ຫາລື​ເຊັນ​ແລະ​ປະຕິບັດ"​ແຜນການ​ພັດທະນາ 5 ປີ​ຂອງ​ການ​ຮ່ວມ​ມື​​ດ້ານເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​​ຫວຽດນາມ", ​ໃຊ້​ມາດ​ຕະການ​​ໃຫ້​ຜົນ​ປະ​ໂຫຍ​ດ​ແກ່​ກັນ​ທີ່​ແຂງ​ແຮງ​ກວ່າ​ເກົ່າ​ໃນ​ດ້ານ​ການ​ພັດທະນາ​ຕະຫຼາດ​ແລະ​ເພີ່​ມທະວີການ​ລົງທຶນ, ລັດຖະບານ​ຈີນ​ຕັ້ງໜ້າ​ສະໜັບສະໜູນ​ການ​ກໍ່​ສ້າງ​ເຂດ​ຮ່ວມ​ມື​ເສດຖະກິດ​ການ​ຄ້າຈີນ​ຫວຽດນາມ, ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ຈີນ​ລົງທຶນ​ຢູ່​ຫວຽດນາມ​ຫຼາຍ​ກວ່າ​ເກົ່າ.

ທ່ານ​ນົງ​ດຶກ​ແມັງ​ເຫັນ​ດີ​ນຳ​ຂໍ້​ສະ​ເໜີ​ຂອງ​ທ່ານ​ເວີນ​ເຈ່ຍ​ປາວ​ກ່ຽວ​ກັບ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຢ່າງຮອບດ້ານ​ໂດຍ​ສະ​ເພາະ​ແມ່ນ​ເພີ່ມ​ທະວີ​ການ​ຮ່ວມ​ມືດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ກ່າວ​ວ່າ, ທ່ານ​ໄດ້​ເຈລະຈາ​ກັບ​ທ່ານ​ຫູ​ຈີນ​ທ່າວ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ປະ​ເທດ​ຈີນ​ຢ່າງ​ສຳ​ເລັດ​ຜົນ​ໃນ​ວັນ​ທີ 30 ພຶດສະພາ​ນີ້. ຫວຽດນາມ​ພະ​ພະຍາຍາມ​ຮ່ວມ​ກັນ​ກັບ​ຈີນ, ​ເພື່ອ​ຈັດ​ຕັ້ງປະຕິບັດ​ຄວາມ​ຮັບ​ຮູ້​ຄື​ກັນ​ເຫຼົ່າ​ນີ້​ຢ່າງ​ສຸດ​ຂີດ, ຊຸກຍູ້​ມິດຕະພາບ​ທີ່​ມີ​ມູນ​ເຊື້ອ​ລະຫວ່າງ​​ຫວຽດນາມຈີນ​ກ້າວ​ໄປ​ສູ່​ອະນາຄົດ​ທີ່​ງົດ​ງາມ​ກວ່າ​ເກົ່າ.