ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-06-01 17:14:36    
ກອງ​ປະຊຸມ​ລັດຖະມົນຕີ​ການ​ຄ້າອາ​ເປັກ​ໄຂ​ຂຶ້ນ​ຢູ່​ເປ​ຣູ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 31 ພຶດສະພາ​ນີ້,ກອງ​ປະຊຸມລັດຖະມົນຕີ​ການ​ຄ້າ​ອົງການ​ອາ​ເປັກ​ໄດ້​ໄຂ​ຂຶ້ນ​ຢູ່​ອາ​ເຣຄູຍ​ພານ ​ເທດສະບານ​ແຂວງ​ອາ​ເຣຄູຍ​ພານ ພາກ​ໃຕ້​ເປຣູ.

ລັດຖະມົນຕີ​ການ​ຄ້າ​ຫຼື​ເຈົ້າໜ້າ​ທີ່​ອາວຸ​ໂສຂອງ 21 ສະມາຊິກ​ອົງການ​ອາ​ເປັກ​ພ້ອມ​ທັງ​ຜູ້​ແທນ​ຂອງ​ອົງການ​ການ​ຄ້າ​ໂລກ​ລວມ 200 ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເທື່ອ​ນີ້.ຄະນະ​ຜູ້​ແທນ​ຈີນ​ທີ່​ນຳ​ໂດຍ​ທ່ານ​​ເຊີນ​ເຕີ​ມີ​ງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ກໍ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ.

ກ່ອນ​ໄຂ​ກອງ​ປະ​ຊຸມ,ນາງເມ​ເຊ​ເດັສ ອາຣາວສ໌ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ກັບ​ຕ່າງປະ​ເທດ​ແລະ​ການທ່ອງທ່ຽວ​ເປຣູ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ,​ໃນ​ກອງ​ປະຊຸມ​ພາຍ​ໃນ​ທີ່​ເປັນ​ເວ​ລາ 2 ມື້,ຜູ້​ຮ່ວມ​ປະຊຸມ​ຈະ​​ເຈາະ​ຈົງ​ຫາລື​ບັນຫາ​ຕ່າງໆ​ເຊັ່ນ ລາຄາ​ອາຫານ​​ແພງ​ຂຶ້ນ​ຮອບດ້ານ​ຍ້ອນ​ວິ​ກິດ​ການ​ສະບຽງ​ອາຫານ​ຂອງ​ໂລກ ການ​ດັດ​ແປງ​ເງື່ອນ​ໄຂ​ອະນຸຍາດ​ໃຫ້​ເຂົ້າ​ຕະຫຼາດ​ຂອງ​ສະມາຊິກ​ອົງການ​ອາ​ເປັກ​ແລະ​ການ​ຊຸກຍູ້​ການ​ເຈລະຈາ​ຮອບ​ໂດ​ຮາ​ຂອງ​ອົງການ​ການ​ຄ້າ​ໂລກ​ຢ່າງ​ຕັ້ງໜ້າ​ເປັນ​ຕົ້ນ.