ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-06-01 20:32:06    
ເດັກ​ນ້ອຍ​ເຂດ​ປະ​ສົບ​ໄພ​ສະ​ຫຼອງ​ວັນ​ເດັກ​ນ້ອຍ​ສາ​ກົນ​1​ມິ​ຖຸ​ນາ

cri

ວັນທີ1ມິຖຸນາ,ໂຮງຮຽນພາສາຕ່າງປະເທດເມືອງກວາງຢວນແຂວງເສສວນ ທີ່ເປັນເຂດປະສົບໄພແຜ່ນດິນໄຫວໄດ້ຈັດກິດຈະກຳສະຫຼອງວັນເດັກນ້ອຍສາກົນ

ຕາມ​ຂ່າວCRI,ຢູ່​ບ່ອນ​ພັກ​ຊົ່ວຄາວ​ທີ່​ຊື່ວ່າ"ບ້ານ​ເອື້ອ​ອາທອນ"​ໃນເຂດ​ພັດທະນາ​ເສດ​ຖະ​ກິດ​ນະ​ຄອນ​ເສິງ​ຕູ່​ຂອງ​ຈີນ,ມີ​ປະຊາຊົນ​ຜູ່​ປະສົບ​ໄພ​ທີ່​ມາ​ຈາກ​ເມືອງ​ຊິງ​ຊວນ ​ເມືອງ​ເວີ້ນ​ຊວນ ​ເມືອງ​ເຕີ​ຢາງ ​ແລະ​ນະຄອນ​ຕູ່​ຈ່ຽງຢ້ຽນ​ເປັນ​ຕົ້ນປະມານ700​ກວ່າ​ຄົນ,​ໃນ​ນັ້ນ,ຜູ່​ທີ່​ຍັງ​ບໍ່ທັນ​ເຕັມ​ກະສຽນ​ອາຍຸ​ມີ100​ກວ່າ​ຄົນ.

ເພື່ອ​ໃຫ້​ເດັກນ້ອຍ​ເຫຼົ່ານີ້​ສະຫຼອງ​ວັນ​ເດັກ​ນ້ອຍ​ສາກົນ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ,ບ້ານ​ເອື້ອ​ອາທອນ​ໄດ້​ສົ່ງ​ຂອງຂວັນ​ໃຫ້​ເດັກ​ນ້ອຍ​ທັງ​ຫຼາຍ.​ຜູ່​ເຖົ້າ​ຜູ່​ໜຶ່ງ​ທີ່​ມາ​ຈາກ​ຕາ​ແສງ​ອີ້​ງຊິ້ວ ​ເບິ່ງ​ຫຼານ​ນ້ອຍ​ຂອງ​ຕົນ​ທີ່​ອາຍຸ3​ຂວບພວມ​ກິນ​ມັນ​ຝະ​ຣັ່ງ​ຈືນ​ຢ່າງ​ມ່ວນ​ຊື່ນ,​ເພິ່ນ​ບອກ​ນັກ​ຂ່າວ​ວ່າ:"ໃນ​ວັນ​ເດັກນ້ອຍ​ສາກົນ1​ມີ​ຖຸນາ,​ເພິ່ນ​ຢາຍ​ກະ​ເປົາ​ໜັງສື ​ເຄື່ອງ​ນຸ່ງ ຂອງ​ກິນ​ໃຫ້​ພວກ​ຫຼານນ້ອຍ,​ເວົ້າ​ສຳລັບ​ຫຼານ​ຂ້ອຍ​ແລ້ວ,ລາວ​ບໍ່​ຮູ້​ວ່າ​ແຜ່ນດິນ​ໄຫວ​ແມ່ນ​ຫຍັງ?ຍັງ​ຫຼີ້ນມ່ວນ​ຄື​ເກົ່າ."

"ບ້ານ​ເອື້ອ​ອາທອນ"ຍັງ​ຈັດ​ລາຍ​ງານ​ພິ​ເສດ​ໃຫ້​ພວກ​ຫຼານ​ນ້ອຍ​ໂດຍ​ສະ​ເພາະ.​ໃນ​ວັນ​ເດັກນ້ອຍ​ສາກົນ,​ເດັກນ້ອຍ​ໃນ​ບ່ອນ​ພັກ​ຊົ່ວຄາວ​ແຫ່ງ​ນີ້ຈະ​ໂທລະສັບ​ລົມ​ກັບ​ທ້າວ​ຢາ​ວມິ​ງ ດາລາບານບ້ວງ​ທີ່​ຢູ່​ອາ​ເມ​ລິ​ກາ.

ນາງ​​ໂກ່​ວ​ເສ​ຢູ ນັກຮຽນຜູ່​ໜຶ່ງ​ຫວັງວ່າ​ເມື່ອ​ໃຫຍ່​ ແລ້ວ​ຢາກ​ເປັນ​ນັກ​ຮ້ອງ​ເພງ.​ນາງ​ໄດ້​ຮ້ອງ​ເພງ​ທີ່​ຊື່ວ່າ"ຕ້າ​ຈົ່ງ​ກົວະ ປະ​ເທດ​ຈີນ​ໃຫຍ່"​ເນື້ອ​ຮ້ອງ​ມີ​ຢູ່​ວ່າ: ພວກ​ເຮົາ​ມີ​ຄອບ​ຄົວ​ໜຶ່ງ​ຊື່​ວ່າ"ຈີນ"…..

ວັນທີ1ມິຖຸນາ,ໂຮງຮຽນພາສາຕ່າງປະເທດເມືອງກວາງຢວນແຂວງເສສວນ ທີ່ເປັນເຂດປະສົບໄພແຜ່ນດິນໄຫວໄດ້ຈັດກິດຈະກຳສະຫຼອງວັນເດັກນ້ອຍສາກົນ

1 2 3