ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-06-02 08:24:04    
ທ່ານ​ຫູ​ຈີນ​ທ່າວ​ລົງ​ຢ້ຽມ​ຢາມ​ປະ​ຊາ​ຊົນ​ທີ່​ປະ​ສົບ​ໄພ​ຢູ່​ເມືອງ​ຫຼົງ​ນານ​ແຂວງ​ກ່ານ​ຊູ້

cri Author: cai

ຕາມ​ຂ່າວ​ສານ​ຊີ​ນຮວາ:ວັນ​ທີ 1 ມິຖຸນາ​ນີ້,ທ່ານ​ຫູ​ຈີນ​ທ່າວ ປະທານ​ປະ​ເທດ​ຈີນ​ໄດ້​ລົງ​ຢ້ຽມຢາມ​ປະຊາຊົນທີ່​ປະສົບ​ໄພ​ຢູ່​ເຂດ​ປະສົບ​ໄພ​​ແຜ່ນດິນ​ໄຫວ​ເມືອງ​ຫຼົງ​ນານ​ແຂວງ​ກ່ານ​ຊູ້​ຈີນ.

ຕອນ​ບ່າຍ​ວັນ​ທີ 1 ມິຖຸນາ​ນີ້,ທ່ານ​ຫູ​ຈີນ​ທ່າວ​​ໄດ້​​ເຂົ້າ​ຕູບ​ຜ້າ​ເຕັ້ນ​ກູ້​ໄພ​ທີ່ຢູ່​ໜ້າ​ປະ​ຕູ​ໂຮງໝໍ​ປະ​ຊາ​ຊົນ​ເລກ​​ 1 ​ເມືອງ​ຫຼົງ​ນານ,ຢ້ຽມ​ຢາມ​ຜູ້ບາດ​ເຈັບ ​ແພດ​ໝໍ​ແລະ​ສະມາຊິກ​ໜ່ວຍ​​ແພດ​ໝໍ​ສາ​ກົນ​ຂອງ​ປາ​ກີ​ສະຖານ​ທີ່​ພວມ​ເຂົ້າ​ຮ່ວມ​ການ​ປິ່ນປົວ.ວັນ​ທີ 31 ພຶດສະພາ​ແລ້ວ​ນີ້,ຢູ່​ເມືອງ​ນີງຊຽງ​ນະຄອນ​ຮ້ານ​ຈູ່ງ​ແຂວງ​ສ້າ​ນຊີ​ທີ່​ປະສົບ​ໄພ​ຢ່າງ​ໜັກ​ໜ່ວງ,ທ່ານ​ຫູ​ຈີນ​ທ່າວ​ໄດ້​ຢ້ຽມ​ຢາມ​ປະຊາ​ຊົນ​ທີ່​ປະສົບ​ໄພ​ແລະຜູ້​ກູ້​ໄພ,​ແລະ​ອວຍ​ພອນ​ວັນ​ເດັກ​ນ້ອຍ​ສາກົນ​ທີ 1 ມິຖຸນາ​ຕໍ່​ພວກ​ຫຼານ​ນ້ອຍ​ນ້ອຍ​ເຂດ​ປະສົບ​ໄພ​ພວກ​ຫຼານນ້ອຍ​ອັນ​ໄພສານ​ໃນ​ທົ່ວ​ປະ​ເທດ​ແລະ​ພະ​ນັກ​ງານ​ເຮັດ​ວຽກ​ກ່ຽວ​ກັບ​ເດັກນ້ອຍ.

ວັນທີ1ມິຖຸນານີ້,​ທ່ານ​ຫູ​ຈິນ​ທາວ​ໄປ​ຢາມ​ສະ​ມາ​ຊິກ​ໜ່ວຍ​ແພດ​ໝໍ​ສາ​ກົນ​ຂອງ​ປາ​ກີ​ສະ​ຖານ​ທີ່​ພວມ​ເຂົ້າ​ຮ່ວມ​ການ​ປິ່ນ​ປົວ


ທ່ານ​ຫູ​ຈີນ​ທ່າວ​ກ່າວ​ວ່າ,ລັດຖະ​ບານ​ຈີນ​ຈະຊອກ​ຫາ​ທຸກ​ວິທີ​ຈັດ​ວາງ​ປະຊາ​ຊົນ​ທີ່ປະສົບ​ໄພ​ໃຫ້​ດີຢ່າງ​ແນ່​ນອນ,ຊ່ວຍ​ປະຊາຊົນ​ເຂດ​ປະສົບ​ໄພ​ຟື້ນ​ຟູ​ການ​ຜະລິດຜົນ,ສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃໝ່.

ວັນທີ1ມິຖຸນານີ້,ທ່ານຫູຈິນທາວໄປຢາມນັກຮຽນເຂດປະສົບໄພ