ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-06-02 17:49:17    
ຈີນ​ສິ້ນ​ສຸດ​ໄລຍະ​ທີ່​ໃຊ້​ຖົງ​ປຼາສຕິກ​ໂດຍບໍ່​ເສຍ​ຄ່າ

cri

ນັບ​ແຕ່​ເດືອນ​ມິຖຸນາ​ນີ້ເປັນ​ຕົ້ນ​ໄປ, ມາດ​ຕະການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ໃໝ່​ອັນ​ໜຶ່ງ​ໄດ້​ເຜີຍ​ແຜ່​ປະຕິບັດ​ຢ່າງຮອບດ້ານ​ຢູ່​ຈີນ, ຄື ຢູ່​ຊູ​ເປີ​ມາ​ເກັດ ຮ້ານ​ຄ້າ​ແລະ​ຕະຫຼາດ​ສົດ​ເປັນ​ຕົ້ນ​ເລີ່​ມປະຕິບັດ​ມາດ​ຕະການ​ທີ່​ໃຊ້​ຖົງ​ປຼາສຕິກຕ້ອງ​ເສຍ​ຄ່າ, ບໍ່​ໃຫ້ຮ້ານ​ຄ້າ​​ສະໜອງ​ຖົງ​ປຼາສຕິກ​​ໂດຍ​ບໍ່​ຈ່າຍ​ເງິນ. ຫຼັງ​ຈາກ​ປະຕິບັດ​ມາດ​ຕະການ​ດັ່ງກ່າວ​ແລ້ວ, ຈຳນວນ​ການ​ໃຊ້​ຖົງ​ປຼາສຕິກ​ອາດ​ຈະ​ຫຼຸດ​ລົງ​2ສ່ວນ3.

 ຕາມ​ສະຖິຕິ, ​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້, ​ແຕ່​ລະ​ມື້​ຈີນ​ໄດ້​ໃຊ້ຖົງ​ປຼາສຕິກ​ຊະນິດ​ຕ່າງໆ​ເກືອບ3ຕື້ຖົງ. ຖົງ​ປຼາສຕິກ​ລະລາຍ​ຍາກ, ບໍ່​ວ່າ​ຈູດ​ເຜົາ​ຫຼື​ຝັງ​ຢູ່​ໃຕ້​ດິນ, ລ້ວນ​ແຕ່​ຈະ​ສ້າງ​ມົນ​ລະ​ພິດ​ຕໍ່​ສິ່ງ​ແວດ​ລ້ອມ​ຢ່າງ​ໜັກໜ່ວງ. ​ເພື່ອ​ຊີ້​ນຳ​ແລະ​ສົ່ງ​ເສີມ​ໃຫ້​ມວນ​ຊົນ​ໃຊ້​ຖົງ​ປຼາສຕິກ​ຢ່າງ​ສົມ​ເຫດ​ສົມ​ຜົນ, ຊຸກ​ຍູ້​ນຳ​ໃຊ້​ຊັບພະຍາກອນ​ຢ່າງ​ສັງ​ລວມ, ອະນຸລັກ​ສິ່ງ​ແວດລ້ອມ. ​ໃນ​ຕົ້ນ​ປີ​ນີ້, ຈີນ​ປະກາດ​ຈະ​​ເກັບ​ຄ່າ​ຖົງ​ປຼາສຕິກ​​ຢູ່​ຮ້ານ​ຂາຍຍ່ອຍ​ຕ່າງໆ. ​ເມື່ອ​ໂຄສະນາ​ແລະ​ກະກຽມ​​ເປັນ​ເວລາ​ເກືອບ5​ເດືອນ, ມາດ​ຕະການ​ດັ່ງກ່າວ​ໄດ້​ເລີ່​ມປະຕິບັດ​​ຢ່າງ​ເປັນ​ທາງ​ການແຕ່​ວັນ​ທີ1ມິຖຸນາ​ນີ້.

ວັນ​ທີ1ມິຖຸນາ​ນີ້, ຢູ່​ຮ້ານ​ຄ້າ​ໃຫຍ່​ແລະ​ຮ້ານ​ຊູ​ເປີ​ມາ​ເກັດ​ຕ່າງໆ​ຂອງ​ປັກ​ກິ່ງ, ນັກ​ຂ່າວ​ໄດ້​ເຫັນ​ວ່າ, ທາງ​ຮ້ານ​ຄ້າ​ໄດ້​ຕິດ​ປະກາດ​ແຈ້ງ​ຂ່າວ​ທີ່​ເກັບ​ຄ່າ​ຖົງ​ປຼາສຕິກ​ຢູ່​ບ່ອນ​ທີ່​ເຫັນ​ງ່າຍ. ປະ​ຊາ​ຊົນ​ຫຼາຍ​ຄົນ​ໄດ້​ເອົາ​ກະ​ຕ່າ​ຫຼື​ຖົງ​ຜ້າ​ຂອງ​ຕົນ​ມາ​ຊື້​ສິນຄ້າ. ​ເຂົາ​ເຈົ້າ​ໄດ້​ສະ​ແດງ​ຄວາມ​ສະ​ໜັບສະ​ໜູນ​ຕໍ່​ມາດ​ຕະການ​ດັ່ງກ່າວ​ເປັນ​ຢ່າງ​ດີ.

(ຍິງ)ລຶ້ງ​ແລ້ວ, ຂ້ອຍ​​ເອົາ​ຖົງ​ຂອງ​ຕົນ​ເອງ​ມາ​ຊື້​​ເຄື່ອງ​ຂອງ, ​ແຕ່​ກ່ອນ​ກໍ່​ແມ່ນ​ເອົາ​ກະຕ່າ​ແລະ​ຖົງ​ຜ້າ, ຕໍ່​ມາ​ໄດ້​ໃຊ້​ຖົງ​ປຼາສຕິກ. ດຽວ​ນີ້​ຍ້ອນ​ວ່າ​ມັນ​ເປັນ​ມົນ​ລະ​ພິດ​ຕໍ່​ສິ່ງ​ແວດ​ລ້ອມ, ກໍ່​ບໍ່​ໃຊ້​ແລ້ວ, ເອົາ​ກະ​ຕ່າ​ແລະ​ຖົງ​ຜ້າ​ມາ​ຊື້​ເຄື່ອງ​ຂອງ, ກໍ​ສະດວກ​ດີ.

(ຊາຍ)​ເພື່ອ​ອະ​ນຸ​ລັກ​ສິ່ງ​ແວດລ້ອມ, ສ້າງ​ງານ​ກິລາ​ໂອ​ລິ​ມປິກ​ສີຂຽວ​ໄດ໋, ພວກ​ເຮົາ​ໃຊ້​ຖົງ​ຜ້າ​ຂອງ​ຕົນ, ບໍ່​ໃຊ້​ຖົງ​ປຼາສຕິກ. ​ເພາະວ່າ​ມັນສ້າງ​ມົນ​ລະ​ພິດ​ຫຼາຍ.

ຢູ່​ຕະຫຼາດ​ກະສິກຳ​ທີ່ຖື​ວ່າ​ຈັດ​ຕັ້ງ​ປະຕິບັດ​ຄຳ​ສັ່ງນີ້​ອ່າວ​ຍາກ,ນັກ​ຂ່າວ​ໄດ້​ສຳພາດ​ພໍ່ຄ້າ​ບາງ​ຄົນ,ພວກ​​ເຂົາ​ເຈົ້າ​ກ່າວ​ວ່າ,​ເຖິງ​ວ່າຂໍ້ກຳນົດ​ໃໝ່​ອາດ​ຈະສົ່ງຜົນສ​ະທ້ອນຕໍ່ການ​ຊື້​ຂາຍ,​ແຕ່​ວ່າ​ກໍ່ຍັງ​ມີຜົນ​ດີ​ທີ່​ປະຢັດ​ຕົ້ນ​ທຶນ.

ທຽບກັບ​ວິທີ​ເຮັດ​ຂອງ​ບາງ​ປະ​ເທດ​ແລະ​ພາກ​ພື້ນທີ່​ຫ້າມ​ໃຊ້ຖົງ​ປະລັດ​ສະຕິກຢ່າງຮອບດ້ານ,ຈີນ​ບໍ່​ໃຊ້​ວິທີທີ່​ເຮັດ​ແບບ​ເດັດຂາດ,​ແຕ່ແມ່ນ​ການຫ້າມ​ຜະລິດ​ແລະ​ໃຊ້​ຖົງ​ປະລັດ​ສະຕິ​ກບາງ​ທີ່​ສຸດ​ທີ່​ໃຊ້​ຫຼາຍ​ເທື່ອ​ບໍ່​ໄດ້,​ແລະ​ຫຼຸດຜ່ອນ​ການ​ໃຊ້​ຖົງ​ປະລັດ​ສະຕິ​ດ​ໄດ້​ມາດຕະຖານ​ໂດຍ​ຜ່ານ​ວິ​ທີທີ່​ເກັບ​ເງິນ.
ທ່ານ​ຈ່າງ​ຊຽງ ຫົວໜ້າຫ້ອງການຄຸ້ມ​ຄອງ​ລະບຽບ​ຈໍລະ​ຈອນ​ຂອງ​ພະ​ແນ​ກການ​ຄ້າ​ປັກ​ກິ່ງ​ວ່າ,ຖົງ​ປະລັດ​ສະຕິ​ກ​​ເກັບ​ຄ່າ​ທີ່​ໄດ້​ມາດຕະຖານ​ມີ​ມາດຕະຖານ​ແລະ​ຂະໜາດ​ອັນ​ເຄັ່ງ​ຄັດ:

"ອີງ​ຕາມ​ການ​ກຳນົດ,ຄວາມ​ໜາ​ຂອງຖົງ​ປະລັດ​ສະຕິ​ກ​ໄດ້​ມາດຕະຖານ​ນ້ອຍ​ກວ່າ0,025ມີ​ລີ​ແມັດ​ບໍ່​ໄດ້,ຕ້ອງ​ຜະລິດ​ອີງ​ຕາມ​​ມາດຕະຖານ​​ແບບ​ບັງຄັບ​ທີ່​ລັດ​ປະກາດ​ໃຊ້,ຕ້ອງ​ພິມ​ເຄື່ອງບອກ​ສາ​ຄາ​ໃສ່​ພ້ອມ​ດ້ວຍ​ເຄື່ອງ,ຍັງ​ມີ​ບາງ​ຂີດ​ໝາຍ​ແລະ​ໂທລະສັບ​ຂອງ​​ໂຮງງານຜະລິດ,​ເພື່ອ​​ໃຫ້​ຂະ​ແໜງ​ການ​ກ່ຽວຂ້ອງ​ຕິດ​ຕາມ​ແລະ​ກວດກາ."

ເພື່ອ​ຊຸກຍູ້​ໃຊ້ຖົງ​ປະລັດ​ສະຕິ​ກຊື້​​​ເຄື່ອງໂດຍ​ເສຍ​ຄ່າ,ຫວ່າງ​ມໍ່ໆ​ນີ້,ລັດຖະບານ​ຈີນ​ຍັງ​ໄດ້​ປະກາດ​ໃຊ້​ມາດ​ຕະການ,ກຳນົດ​ວ່າຖ້າວິ​ສາ​ຫະກິດສະໜອງ​ຖົງ​ປະລັດ​ສະຕິ​ກບໍ່​ໄດ້​ມາດຕະຖານ​ຫຼື​ສະໜອງ​ຖົງ​ປະລັດ​ສະຕິ​ກ​ໃຫ້ລ້າ​​ແກ່​ຜູ່​ບໍລິ​​ໂພ​ກ,ຈະ​ຖືກ​ປັບ​ໃໝສູງ​ສົມຄວນ.

ອີງ​ຕາມ​ຜູ່​ຊ່ຽວຊານ​ບອກວ່າ,ພາຍຫຼັງ​ຈີນ​ປະຕິບັດການ​ໃຊ້​ຖົງ​ປະລັດ​ສະຕິ​ກ​​ແບບເກັບ​ຄ່າ,ຈຳນວນ​ໃຊ້​ຖົງ​ປະລັດ​ສະຕິ​ກ​ທົ່ວ​ປະ​ເທດຄາດ​ວ່າ​ຈະຫຼຸດ​ລົງ2/3.​ໃນ​ຂະນະ​ດຽວກັນ,ຜູ່​ຊ່ຽງ​ຊານ​ຍັງ​ຊີ້​ອອກ​ວ່າ,ຈີນ​ຍັງ​ຄວນ​ປະກາດ​ໃຊ້​ຜະລິດ​ຕະພັນ​ແທນຖົງ​ປະລັດ​ສະຕິ​ກ,ຜະລິດ​ຕະພັນ​ແທນ​ເຫຼົ່າ​ນີ້​ຕ້ອງ​ໃຊ້​ຊໍ້າ​​ໄດ້​ຫຼາຍ​ເທື່ອ,​​ເຮັດແນວ​ນີ້​ຈິ່ງຈະ​ສາມາດ​ອະນຸລັກ​ສິ່ງ​ແວດລ້ອມ​ແລ​ະປະຢັດ​ຊັບພະຍາກອນ​ໄດ້​ດີ.