ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-06-02 16:52:48    
ທ່ານຫຼີຊາງ​ຊຸ່ນຢາມເດັກ​ນ້ອຍ​ຢູ່​​ເຂດ​ປະສົບ​ໄພ​ຂອງ​ເສສວນ

cri

ຕາມ​ຂ່າວສານ​ຊິນ​ຮວາ:ຕອນ​ບ່າຍ​ວັນ​ທີ2 ມິຖຸນາ​ນີ້,ທ່ານຫຼີຊາງ​ຊຸ່ນ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ໄປ​ສູນ​ອົບຮົມ​ຊາງ​ຮົງ​ຂອງ​ເມືອງ​ມຽນຢາງ​ແຂ​ວງ​ເສ​ສວນ,ຢື້ຢາມ​ຖາມ​ຂ່າວ​ນັກຮຽນ​ທີ່​ປະສົບ​ໄພ​ຂອງ​ໂຮງຮຽນ​ມັດທະຍົມ​ໄບຊ່ວນ.

ທ່ານຫຼີຊາງ​ຊຸ່ນ​ແມ່ນ​ໄປ​​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ເສ​ສວນ​ໃນ​ມື້​ດຽວ​ກັນ​ກັບ​ວັນ​ເດັກນ້ອຍ​ສາກົນ"ວັນ​ທີ1 ມິ​ຖຸນາ",ຢື້​ຢາມ​ຖາມ​ຂ່າວເດັກນ້ອຍ​ຂອງ​ເຂດ​ປະສົບ​ໄພ,ນຳ​ເອົາ​ຄຳ​ຢື້​ຢາມ​ຖາມ​ຂ່າວ​ທີ່​ອົບ​ອຸ່ນ​ຂອງ​ທ່ານ​ຫູ​ຈີນ​ທ່າວ ​ເລຂາທິການ​ໃຫຍ່​ສູ​ນກາງ​ພັກ​ກອມ​ມູນິດ​ຈີນມາ​ໃຫ້.

ວັນ​ທີ1 ມິຖຸນາ​ນີ້,ທ່ານ​​ໄດ້​ຢ້ຽມຢາມ​ເດັກນ້ອຍ​ບາດ​ເຈັບ​ທີ່​ພວມ​ໄດ້​ຮັບ​ການ​ປິ່ນປົວ​ຢູ່​ໂຮງໝໍ​ປະຊາຊົນ​ທີ3ຂອ​ງ​ເມືອງ​ມຽນຢາງ.ທ່ານຫຼີຊາງ​ຊຸ່ນຍັງ​ມອບວິທະຍຸ1​ແສນໜ່ອຍ​ແລະ​ປຶ້ມ​ເດັກນ້ອຍ,​ອຸປະກອນ​ການຮຽນ​ງວດ​ໜຶ່ງ​ທີ່ຂະ​ແໜງ​ການ​ກ່ຽວຂ້ອງ​ຂອງ​ສູນ​ກາງ​ມອບ​ໃຫ້​ນັກຮຽນ​ບາດ​ເຈັບທີ່​ໄດ້​ຮັບ​ການ​ປິ່ນປົວ.