ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-06-03 10:30:17    
ປະ​ຊາ​ຄົມ​ໂລກ​ຄັດ​ຄ້ານ​ອິສ​ລາ​ແອນ​ຂະ​ຫຍາຍ​​ບ່ອນ​ຕັ້ງ​ຖີ່ນ​ຖານ​ໃຫມ່

cri
ຕາມ​ຂ່າວ CRI:ວັນ​ທີ 1 ມິຖຸນາ​ນີ້ ອິສລາ​ແອນ​ໄດ້​ປະກາດ​ສ້າງ​ເຮືອນ​ຢູ່​ໃຫມ່ 800 ກວ່າ​ຊຸດ​ຢູ່​ເຢລູຊາ​ເລັມ​ຕາ​ເວັນ​ອອກ,​ເຮັດ​ໃຫ້​ປາ​ເລັສຕິນບໍ່ພໍ​ໃຈຢ່າງ​ຮຸນ​ແຮງ.ວັນ​ທີ 2 ມິຖຸນາ​ນີ້ ປະຊາ​ຄົມ​ໂລກ​ກໍ່​ໄດ້​ສະ​ແດງ​ຄວາມ​ຄັດຄ້ານ​ຕໍ່​ເລື່ອງ​ນີ້.

​ໃນ​ເວລາ​ເຈລະຈາ​ກັບ​ທ່ານ​ເອຮຸດ ​ໂອ​ເມີດ ນາຍົກລັດຖະມົນຕີອິສລາ​ແອນ, ທ່ານ​ມາ​ມຸດ ອາບັສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ​ຮຽກຮ້ອງ​​ໃຫ້​ລັດຖະບານ​ອິສລາ​ແອນ​ຈົ່ງ​ເຊົາ​ຂະຫຍາຍບ່ອນ​ຕັ້ງຖີ່​ນຖານ​​ໃຫມ່ຂອງ​ຊາວ​ຢິວ.ຕອນ​ເຊົ້າວັນ​ທີ 2 ມິຖຸນາ​ນີ້,ທ່ານ​ອາບັສກ່າວ​ວ່າ, ອິສລາ​ແອນ​ຂະຫຍາຍບ່ອນ​ຕັ້ງຖີ່​ນຖານ​ແມ່ນ​ອຸປະສັກ​ສຳຄັນ​ທີ່​ຂັດຂວາງ​ບໍ່​ໃຫ້​ປາ​ເລັສຕິ​ນອິສລາ​ແອນ​ມີ​ສັນຕິພາບ.
ວັນ​ທີ 2 ມິຖຸນາ​ນີ້, ທ່ານ​ບານ​ກີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ອອກ​ຖະ​ແຫລ​ງການ​ກ່າວ​ວ່າ, ລັດຖະບານ​ອິສລາ​ແອນ​ຂະຫຍາຍ​ບ່ອນ​ຕັ້ງຖີ່​ນຖານ​ຢູ່​ດິນ​ແດ​ນທີ່​ຖືກ​ຍຶດຄອງ​ຂອງ​ປາ​ເລັສຕິນ​ໄດ້​ຝ່າຝືນ​ກົດຫມາຍ​ລະຫວ່າງ​ຊາດ.

ນາງ​ດາ​ນາ ​ເພຣີ​ໂນ ​ໂຄສົກ​ທຳນຽບຂາວ​ອາ​ເມ​ລິ​ກາ​ກ່າວ​ວ່າ, ອາ​ເມ​ລິ​ກາ​ຄັດຄ້ານ​ອິສລາ​ແອນ​ສ້າງ​ບ່ອນ​ຕັ້ງຖີ່​ນຖານ​​ໃຫມ່​ຢູ່​ເຢລູຊາ​ເລັມ​ຕາ​ເວັນ​ອອກ.​ເພາະວ່າ​ການ​ກະທຳ​ແນວ​ນີ້​ຈະ​ເພີ່ມຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ອິສລາ​ແອນ​ກັບປາ​ເລັສຕິນຂຶ້ນ​ອີກ.

ທ່ານ​ອາມ ມູຊາ ​ເລຂາທິການ​ໃຫຍ່​ສັນນິບາດອາ​ລັບ​ຊີ້​ອອກ​ວ່າ, ການ​ກະທຳ​ຂອງ​ອິສລາ​ແອນ​ທີ່​ສ້າງ​ບ່ອນ​ຕັ້ງຖີ່​ນຖານ​ຢືນຢັນ​ວ່າ​ເຂົາ​ບໍ່ມີ​ຄວາມ​ຈິງ​ໃຈ​ໃນ​ການ​​ເຈລະຈາ​ສັນຕິພາບ.