ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-06-03 10:33:20    
ຜູ່​ຊົມ​ໂອ​ລິ​ມປິກ​ທີ່​ຢູ່​ນອກ​ດິນ​ຈີນ​ທີ່​ໄດ້​ຊື້​ປີ້​ງານ​ກິ​ລາ​ໂອ​ລິມ​ປິກ​ນັ້ນ​ບໍ່​ສາ​ມາດ​ເຂົ້າ​ຈີນ​ໂດຍ​ບໍ່​ມີ​ວິ​ຊາ

cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 2 ມິຖຸນາ​ນີ້,​ແວັບ​ໄຊ​ທາງ​ການ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​​ເຜີຍ​ແຜ່​ວ່າ, ຜູ່​ຊົມງານ​ໂອ​ລິ​ມປິກທີ່​ຢູ່​ນອກ​ດິນ​ຈີນ​ຈະ​ບໍ່​​ໄດ້ຮັບ​ວິຊາ​ເຂົ້າຈີນ​ຢ່າງ​ອັດຕະ​ໂນ​ມັດຍ້ອນ​ໄດ້​ຊື້​ປີ້​​ເຂົາຊົມງານ​ກິລາ​ໂອ​ລິ​ມປິ​ແລ້ວ, ​ເຂົາ​ເຈົ້າຍັງ​ຕ້ອງຂໍ​ວິຊາ​ນຳ​ສະຖານທູດ​ແລະ​ສະ​ຖານ​ກົງ​ສູນຈີນ​ປະຈຳ​ຕ່າງປະ​ເທດຕາມ​ປົກກະຕິ.

ມື້​ດຽວ​ກັນ, ​ແວັບ​ໄຊ​ດັ່ງກ່າວ​ໄດ້​​ເຜີຍ​ແຜ່​ບົດ​ແນະນຳ​ດ້ານ​ກົດຫມາຍ​ກ່ຽວ​ກັບ​ຄົນ​ຕ່າງປະ​ເທດ​ເຂົ້າອອກ​ເມືອງ​ແລະ​ຢູ່​ຈີນ​ໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມ ປິກ.​ເນື້ອ​ໃນ​ກ່ຽວ​ພັນ​ເຖິງ​ດ້ານ​ຕ່າງ​ໆ​ເຊັ່ນ:ການ​ເຂົ້າອອກ​ເມືອງ ການ​ຊົມ​ການ​ແຂ່ງຂັນ ການທ່ອງທ່ຽວ ການພັກເຊົາ ການ​ເດີນທາງ ການ​ກິນ​ດຶ່ມ​ແລະ​ການບັນ​ເທີງ​,​ເພື່ອ​​ໃຫ້​ຄຳ​ແນະນຳ​​ແກ່​ນັກ​ກິລາ​ ​ເຈົ້າຫນ້າ​ທີ່​ແລະ​ນັກ​ຂ່າວ​ຕ່າງປະ​ເທດ​ຊອກ​ຮູ້​ແລະ​ປະຕິບັດ​ຕາມ​ຂໍ້​ກຳນົດ​ກົດ​ລະບຽບ​ທີ່​ກ່ຽວຂ້ອງ​ຂອງ​ຈີນ.

ບົດ​ແນະນຳດັ່ງກ່າວ​ກຳນົດ​ວ່າ, ຄົນ​ຕ່າງປະ​ເທດ 6 ປະ​ເພດ​ເຊັ່ນ​ທີ່​ຖືກ​ສົງ​ໃນ​ວ່າ​ເຂົ້າຈີນແລ້ວ​ອາດ​ຈະ​ກະທຳ​ການກໍ່​ການ​ຮ້າຍ ສ້າງ​ຄວາມ​ຮຸນ​ແຮງ​ແລະຫວັງ​ໂຄ່ນ​ລົ້ມ​ຈີນ ຫລື​ເຂົ້າຈີນແລ້ວ​ອາດ​ຈະຄ້າຂາຍ​ເຖື່ອນ ຄ້າ​ຢາ​ເສບ​ຕິດ​ແລະ​​ຄ້າ​ປະ​ເວ​ນີ ​ແລະ​ກໍລະນີ​ອື່ນໆ​ຈະ​ຖືກຫ້າມ​ບໍ່​ໃຫ້​ເຂົ້າຈີນ,​ເຄື່ອງ 7 ປະ​ເພດ​​ເຊັ່ນ​ອາວຸດ​ແລະ​ອື່ນໆ​ກໍ່​ຫ້າມ​ບໍ່​ໃຫ້​ນຳ​ເຂົ້າ​ຈີນ.