ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-06-03 16:46:53    
ຈີນ​ອອກ​ແຮງ​ສຸດ​ຂີດ​ປຸກ​ເຮືອນ​ໃຫ້​ຜູ້​ປະສົບ​ໄພ​ແຜ່ນດິນ​ໄຫວຢູ່​ຊົ່ວຄາວ

cri

ແຜ່ນ​ດິນ​ໄຫວຢູ່​ແຂວງ​ເສ​ສວນ​, ນອກຈາກ​​ໄດ້​ພາ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ແລະ​ບາດ​ເຈັບ​ຢ່າງ​ຫຼວງ​ຫຼາຍ​ແລ້ວ, ຍັງ​ເຮັດ​ໃຫ້​ປະຊາຊົນ​ຈຳ​ນວນ​ຫຼວງຫຼາຍ​ບໍ່​ມີ​ບ່ອນ​ຢູ່​ບ່ອນອາ​ໄສ. ​ເຖິງ​ວ່າ​ລັດຖະບານ​ຈີນ​ໄດ້​ສະໜອງ​ຕູບ​ຜ້າ​ເຕັນ​ໃຫ້​ຜູ້​ປະສົບ​ໄພ​ຢູ່​ຊົ່ວຄາວ​ແລ້ວ​ກໍ່ຕາມ, ​ແຕ່​ຍັງ​ບໍ່​ໄດ້​ມາດ​ຕະ​ຖານ​ປານ​ໃດ. ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ຕົວ​ຈິງ​ຂອງ​ເຂົາ​ເຈົ້າ, ຫວ່າງ​ມໍ່ໆ​ນີ້, ລັດຖະບານ​ຈີນ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ, ພາຍ​ໃນ3​ເດືອນ, ຈະ​ປຸກເຮືອນ​1ລ້ານ5​ແສນ​ຫ້ອງ​ໃຫ້​ຜູ້​ປະສົບ​ໄພຢູ່​ຊົ່ວຄາວ. ຫວ່າງມໍ່ໆ​ນີ້, ວຽກ​ງານ​ດັ່ງກ່າວ​ພວມ​ດຳ​ເນີນ​ໄປ​ຢ່າງ​ຂ້ຽວຂາດ.

ຕາມ​ຂ່າວ​ຫຼ້າ​ສຸດ, ນັບ​ມາ​ຮອດ​ປະ​ຈຸ​ບັນ, ​ເຂດ​ປະສົບ​​ໄພ​ແຜ່​ນ​ດິນ​ໄຫວ​ໄດ້​ຍົກ​ຍ້າຍ​ປະ​ຊາ​ຊົນ15​ລ້ານ​ກວ່າ​ຄົນ​ໃຫ້​ໄປ​ຢູ່ບ່ອນ​ປອດ​ໄພ​ໂດ​ຍດ່ວນ​ແລ້ວ. ​ເພື່ອ​ປັບປຸງ​ບ່ອນ​ຢູ່​​ຂອງ​ຜູ້​ປະສົບ​ໄພ​ເຫຼົ່າ​ນີ້, ຫວ່າງ​ມໍ່ໆ​ນີ້, ລັດຖະ​ບານ​ຈີນ​ໄດ້​ຕົກລົງ​ວ່າ, ​ໃນ​ຂະນະ​ທີ່​ສະໜອງ​ຕູບ​ຜ້າ​ເຕັນ​ຈຳນວນ​ຫຼວງ​ຫຼາຍ​ໃຫ້​ເຂດ​ປະສົບ​ໄພ​ນັ້ນ, ຍັງ​ຈັດ​ວາງ​ໃຫ້​ແຂວງ​ກວາງ​ຕຸ້ງ ​ແຂວງ​ເຮີ​ເປ​ແລະ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ເປັນ​ຕົ້ນ​ລວມ21​ແຂວງ​ ກຳ​ແພງ​ນະຄອນ​ແລະ​ເຂດ​ປົກຄອງ​ຕົນ​ເອງ​ຊ່ອຍ​ເຫຼືອ​ແຂວງ​ເສ​ສວນ ​ແຂວງ​ກ່ານ​ຊູ້​ແລະ​ແຂວງ​ສ້ານ​ຊີ່​ທີ່​ປະສົບ​ໄພ​ຮ້າຍ​ແຮງ, ສ້າງ​ເຮືອນ​ຊົ່ວ​ຄາວ​1ລ້ານ5​ແສນ​ຫ້ອງ​ພາຍ​ໃນ3​ເດືອນ.

ລັດຖະບານ​ຈີນ​ຮຽກຮ້ອງ​ວ່າ, ​ເຂດ​ທີ່​ຮັບຜິດຊອບ​ຊ່ອຍ​ເຫຼືອ​ເຂດ​ປະສົບ​ໄພ​ຕ້ອງ​ຮັບຜິດ​ຊອບ​ຜະລິດ ຂົນ​ສົ່ງ​ແລະ​ຕິດ​ຕັ້ງ​ເຮືອນ​ຢູ່​ຊົ່ວຄາວ​ເຫຼົ່າ​ນີ້​ທັງ​ໝົດ. ​ເຮືອນ​ຢູ່​​ເຫຼົ່າ​ນີ້​ຕ້ອງ​ສາມາດປ້ອງ​ກັນ​ແຜ່ນດິນ​ໄຫວ ກັນ​ໄຟ​ໄໝ້ ກັນ​ລົມ ກັນ​ຝົນ​ແລະ​ກັນ​ໜາວ, ຢ່າງ​ໜ້ອຍຕ້ອງ​ໃຊ້​ໄດ້3ປີ​ຂຶ້ນ​ໄປ.

ຫວ່າງ​ມໍ່ໆ​ນີ້, ທ່ານ​ຫູ​ຈີນ​ທ່າວ ປະທານ​ປ​ະ​ເທດ​ຈີນ​ໄດ້​ໄປ​ກວດກາ​ສະພາບ​ການ​ຜະ​ລິດ​ຕິດ​ຕັ້ງ​ເຮືອນ​ຊົ່ວຄາວ​ຢູ່​ນະຄອນ​ລາງ​ຟາງ​ແຂວງ​ເຮີ​ເປ​ໂດຍ​ສະ​ເພາະ. ວິ​ສາ​ຫະກິດ​ແຫ່ງ​ໜຶ່ງ​ຂອງ​ນະ​ຄອນ​ລາງ​ຟາງ​ໄດ້​ຮັບ​ໜ້າ​ທີ່​ຜະລິດ​ແລະ​ຕິດ​ຕັ້ງ​ເຮືອນ​ຊົ່ວ​ຄາວ6​ພັນຫ້ອງ. ທ່ານ​ຫູ​ຈີນ​ທ່າວ​​ເວົ້າ​ກັບ​ກຳມະ​ກອນ​ວິ​ສາ​ຫະກິ​ດດັ່ງກ່າວ​ວ່າ:

"ປະຈຸ​ບັນ​ນີ້,ການຍົກຍ້າຍຈັດ​ວາງ​ປະຊາຊົນ​ທີ່​ປະສົບ​ໄພ​ໄດ້​ກາຍ​ເປັນ​ໜ້າ​ທີ່​ສຳຄັນ​ກວ່າ​ໝູ່​ໃນ​ການ​ກູ້​ໄພ​ແຜ່ນ​ດິນ​ໄຫວ,ຄວາມ​ຫຍຸ້ງ​ຍາກ​ໃຫຍ່​ກວ່າ​ໝູ່​ທີ່​ພວກ​ເຮົາ​ປະ​ເຊີນນັ້ນກໍ່​ແມ່ນຂາດ​ເຮືອນ​ຢູ່​ຊົ່ວຄາວ.​ເລັ່ງລັດ​ການ​ສ້າງ​ເຮືອນ​ຢູ່ຊົ່ວຄາວ,ກໍ່​ແມ່ນ​ການ​ຕົກລົງ​ທີ່ສຳ​ຄັນ​ຂອງ​ສູນ​ກາງ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ຂອງ​ປະຊາຊົນ​ທີ່​ປະສົບ​ໄພ.ຫວັງວ່າ​ເມື່ອພວກ​ສະຫາຍ​ໄປ​ຮອດ​ເຂດ​ໄພສົບ​ໄພ​ແລ້ວ,​ຕ້ອງເຮັດ​ວຽກ​​ໂດຍ​ໄວ,ສຳ​ເລັດ​ໜ້າ​ທີ່​ຢ່າງດີງາມ,​ເຮັດ​ໃຫ້​ປະຊາຊົນ​ທີ່​ປະສົບ​ໄພມີເຮືອນ​ໃໝ່​ຢູ່ໂດຍ​ໄວ​​ເທົ່າ​ທີ່​ຈະ​ໄວ​ໄດ້."

ໃນ​ໂຮງງານ​ແຫ່ງ​ໜຶ່ງ​ທີ່ຜະລິດ​ເຮືອນ​ຊົ່ວຄາວ​ຂອງ​ນະຄອນ​ຢ່ຽນ​ໄທ​ແຂວງ​ຊ່ານ​ຕຸ່ງ,ກຳມະ​ກອນ​ໄດ້​ເພີ່ມ​ເວລາ​ເຮັດ​ວຽກດ້ວຍ​ຄວາມ​ຫ້າວ​ຫັນທີ່​ສຸດ,ທ່ານ​ຫຼີຊາງ​ຈື້ ຫົວໜ້າ​ຄຸມ​ຈັກຜູ້​ໜຶ່ງ​ຂອງ​ໂຮງງານ​ດັ່ງກ່າວ​ບອກ​ນັກ​ຂ່າວ​ວ່າ:

"ກຳມະກອນ​ມີກຳລັງ​ໃຈ​ແລະຄວາມ​ຫ້າວຫັນ​ສູງ​ທີ່​ສຸດ,​ເຂົາ​ເຈົ້າ​ລ້ວນ​ແຕ່​ຢາກ​ຊ່ວຍ​ປະຊາ​ຊົນ​ທີ່​ປະສົບ​ໄພ​ໃຫ້ຫຼາຍ​ເທົ່າ​ທີ່​ຈະ​ຫຼາຍ​ໄດ້."

ເມືອງ​ເວິ້ນ​ຊ່ວນ​ແລະ​ເມືອງ​ເຕີ​ຢາງ​ທີ່​ປະສົບ​ໄພຢ່າງ​ໜັກ​ໜ່ວງ​ໃນ​ແຜ່ນດິນ​ໄຫວ​ຮ້າຍ​ແຮງ​ເທື່ອ​ນີ້​ແມ່ນ​ແຂວງ​ກວງ​ຕຸ້ງຮັບ​ຜິດ​ຊອບ​ຊ່ວຍ​​ເຫຼືອ.​ໃນ​ເວລາ​ທ່ານ​ຟາງ​ຊີ້​ງຟ່າງ ຫົວໜ້າ​ພະ​ແນ​ກກໍ່ສ້າງ​ແຂວງ​ກວງ​ຕຸ້ງ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວິ​ທະ​ຍຸ​CRI,ທ່ານ​ກ່າວວ່າ:

"​ໃຫ້ພວກ​​ເຮົາ​ຮັບຜິດ​ຊອບ​ໜ້າ​ທີ່​ຜະລິດ​ເຮືອນຊົ່ວຄາວທີ່​ໃຊ້​ຢູ່​​ສູນກາງ​​ແຜ່ນດິນ​ໄຫວທີ່​ຫຍຸ້ງ​ຍາກ​ທີ່​ສຸດ​ນີ້,ຂ້າພະ​​ເຈົ້າ​ຮູ້ສຶກ​ວ່າ,ນີ້​ແມ່ນ​ຄວາມ​​ເຊື່ອຖື​ຂອງ​ສູນ​ກາງ​ຕໍ່​ແຂວງ​ກວງ​ຕຸ້ງ.ພວກ​ເຮົາ​ຈະ​ໃຊ້​ສຸດ​ຄວາມ​ສາ​ມາດ​ຂອງ​ທົ່ວ​ແຂວງ,ສຳ​ເລັດ​ໜ້າ​ທີ່​ດັ່ງກ່າວ​ຢ່າງ​​ໄວ​ທີ່​ສຸດ​ແລະ​ຮັບປະກັນ​ທັງຄຸນ​ນະພາ​ບ​ແລະ​ປະລິມານ."

ຕາມ​ສະ​ຖິຕິ,ນັບ​ມາ​ຮອດ​ວັນ​ທີ 1 ມິຖຸນາ​ນີ້,ຢູ່​ເຂດ​ປະສົບ​ໄພ,​ໄດ້​ສ້າງ​ເຮືອນ​ຊົ່ວ​ຄາວ 1 ໝື່ນ 1 ພັນ​ກວ່າ​ຫ້ອງ,​​ເຮືອນ​ທີ່​ພວມສ້າງຫຼື​ລໍຖ້າ​ສ້າງມີ 4 ໝື່ນ 5 ພັນ​ກວ່າ​ຫ້ອງ,​ເຮືອນ​ທີ່​​ໄດ້​ສົ່ງ​ໄປ​ແລ້ວ​ຫຼືລໍ​ຖ້າ​ຈະສົ່ງ​ຈາກ​ແຫ່ງ​ຕ່າງໆນັ້ນ​ກໍ່ມີ​ 8 ໝື່ນ 1 ພັນ​ກວ່າ​ຫ້ອງ​ແລ້ວ.ລັດຖະ​ບານ​ຈີນ​ຍັງ​ກ່າວ​ວ່າ,ຈະ​ປັບປຸງ​ເຮືອນຊົ່ວຄາວ​​ເຫຼົ່າ​ນີ້​​ໃຫ້​ດີ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ,​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ປະຊາຊົນ​ທີ່​ປະສົບ​ໄພ​ໃນ​ການ​ຜະລິດ​ແລະ​ຊີວິດ​ການ​ເປັນຢູ່.