ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-06-03 16:22:28    
ທ່ານ​ເຈຍ​ຊິ້ງລິນ​ຫວັງ​ໃຫ້​ການ​ປຶກ​ສາ​ຫາ​ລື​ລະ​ຫວ່າງ​ສະ​ມາ​ຄົມ​ການ​ພົວ​ພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ແຜ່ນດິນ​ໃຫຍ່​ຈີນ​ກັບ​ກອງ​ທຶນ​ແລກ​ປ່ຽນ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ສາ​ມາດ​ແກ້​ໄຂ​ບັນ​ຫາ​ທີ່​ພີ່ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ​ຊ່ອງ​ແຄບ​ເອົາ​ໃຈ​ໃສ່​ນຳ​ກັນ

cri
ຕາມ​ຂ່າວCRI, ວັນ​ທີ3ມິຖຸນາ​ນີ້, ​ຢູ່​ປັກ​ກິ່ງ, ທ່ານ​ເຈຍ​ຊິ້ງລິນ ປະ​ທານ​ສະພາ​ປຶກສາ​ການ​ເມືອງ​ປະ​ຊາ​ຊົນ​ຈີນ​ກ່າວ​ວ່າ, ຫວັງ​ໃຫ້ການ​ປຶກສາ​ຫາລື​ກັນ​ລະ​ຫວ່າງ​ສະ​ມາ​ຄົມ​ການ​ພົວພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ແຜ່ນດິນ​ໃຫຍ່​ຈີນ​ກັບ​ກອງ​ທຶນ​ແລກປ່ຽນ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນດຳ​ເນີນ​ຈາກ​ງ່າຍ​ໄປ​ຫາ​ຍາກ, ​ເຈລະຈາ​ເສດ​ຖະກິດ​ກ່ອນ​ສຳລັບ​ທາງ​ການ​ເມືອງ, ດຳ​ເນີນ​ໄປ​ເທື່ອ​ລະ​ກ້າວ, ​ແກ້​ໄຂ​ບັນຫາ​ທີ່​ພີ່ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ​ເອົາ​ໃຈ​ໃສ່​ນຳ​ກັນ​ນັ້ນ​ຢ່າງ​ແທ້​ຈິງ, ຊຸກ​ຍູ້​ການ​ເຈ​ລະ​ຈາ​ລະ​ຫວ່າງ​ສອງ​ຝັ່ງ​​ໃຫ້​​ຄືບ​ໜ້າຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​​ເຈຍ​ຊິ້ງລິນ​ແມ່ນ​ໃຫ້​ທັດ​ສະນະ​ດັ່ງກ່າວ​ໃນ​ກອງ​ປະຊຸມ​ຜູ້​ແທນ​ເທື່ອ​ທຳ​ອິດ​ຂອງ​ສະພາ​ມົນຕີ​ສະ​ໄໝ​ທີ​ສອງ​ຂອງ​ສະມາຄົມ​ການ​ພົວພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ແຜ່ນດິນ​​ໃຫຍ່ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ3ມິຖຸນາ​ນີ້.

ທ່ານ​ວາງ​ອີ້ ຫົວໜ້າ​ຫ້ອງ​ການ​ວຽກ​ງານ​ໄຕ້​ຫວັນຂອງ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ ຫົວ​ໜ້າ​ຫ້ອງ​ການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ຄະນະ​ລັດຖະ​ບານ​ຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ແລະ​ກ່າວ​ຄຳ​ປາ​ໄສ. ທ່ານ​ວາງ​ອີ້​ກ່າວ​ວ່າ, ຫ້ອງ​ການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ​ແລະ​ຄະ​ນະ​ລັດ​ຖະບານ​ຈີນ​ຈະ​ສະ​ໜັບ​ສະ​ໜູນ​ວຽກ​ງານ​ຂອງສະມາ​ຄົມ​ການ​ພົວພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ຄື​ທີ່​ໄດ້​ເຮັດ​ຜ່ານ​ມາ.