ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-06-03 16:41:47    
ລັດຖະບານ​ໄທ​ພະຍາຍາມ​ແກ້​ໄຂ​ວິ​ກິດ​ການ​ທາງ​ການ​ເມືອງ​ທີ່​ເກີດ​ການ​ໂຮມ​ຊຸມນຸມ

cri

ວັນ​ທີ2 ມິຖຸນາ​ນີ້,ທ່ານ​ສະ​ເຫຼີ​ມ ຢູ່​ບໍ​ລຸງ ລັດຖະມົນຕີ​ວ່າການ​ກະຊວງມະຫາດ​ໄທຂອງ​ໄທ​ກ່າວ​ວ່າ,ທ່ານ​ນາຍົກລັດຖະມົນຕີສະໝັກ ສຸນ​ທໍລະ​ເວດ​ຈະ​ບໍ່​ລາ​ອອກ​ຈາກ​ຕຳ​ແໜ່​ງຫຼືຍຸບສະພາ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ທາງ​ການ​ເມືອງ​ທີ່​ເກີດການ​ໂຮມ​ຊຸມນຸມ​ໃຫຍ່​ໃນ​ປັດຈຸບັນ,​​ແລະ​ຈະ​ບໍ່​ໃຊ້​ກຳ​ລັງ​ອາວຸດ​ຂັບ​ໄລ່​ການ​ໂຮມ​ຊຸມ​ນຸມ.ຕອນ​ບ່າຍ​ມື້​ດຽວ​ກັນ,ທ່ານ​ສະ​ໝັກ ສຸນ​ທໍລະ​ເວດຈັດ​ກອງ​ປະຊຸມຄວາມ​ໝັ້ນຄົງ​ແຫ່ງ​ຊາດໂດຍ​ດ່ວນ,​ເພື່ອພະຍາຍາມ​ແກ້​ໄຂ​ວິ​ກິດ​ການ​ທາງ​ການ​ເມືອງ​ເທື່ອ​ນີ້​ໂດຍ​ສັນຕິ.

ແຕ່​ວັນ​ທີ25 ພຶດສະພາ​ນີ້​ເປັນ​ຕົ້ນ​ມາ,ສະຫະພັນ​ປະຊາທິປະ​ໄຕ​ປະຊາ​ຊົນທີ່​ປະກອບ​ດ້ວຍກຸ່ມ​ແລະ​ບຸກຄົນ​ທີ່​ຄັດຄ້ານ​ທ່ານ​ທັກ​ສິນ ຊິນ​ນະ​ວັດ ອະດີດ​ນາຍົກລັດຖະມົນຕີຂອງ​ໄທ​​ເລີ່​ມຈັດ​ຕັ້ງການ​ໂຮມ​ຊຸມນຸມທາງ​ການ​ເມືອງ​ຢູ່​ໃຈກາງ​ຂອງ​ບາງ​ກອກ,ຄັດຄ້ານການ​ດັດ​ແກ້​ລັດຖະທຳ​ມະນູນ.ສະຫະພັນ​ປະຊາທິປະ​ໄຕ​ປະ​ຊາ​ຊົນເຫັນ​ວ່າ,ຈຸດປະສົງ​ທີ່ພັກ​ພະລັງ​ປະຊາຊົນ​ເຊິ່​ງ​ເປັນ​ພັກກຳອຳນາດ​ຕົ້ນຕໍດັດ​ແກ້​ລັດຖະທຳ​ມະນູນ​ແມ່ນ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ຕົນ,ພ້ອມ​ກັນ​ນັ້ນ​ກໍ່​ເພື່ອຊ່ອຍ​ເຫຼືອ​ອະດີດ​ນາຍົກລັດຖະມົນຕີຄື​ທ່ານທັກສິນ ຊິນ​ນະ​ວັດ​ຫຼົບໜີ​ການ​ຕັດສິນ​ຂອງ​ຂະ​ບວນການຍຸດຕິ​ທຳ,ຫຼີກ​ລ່ຽງບໍ່​ໃຫ້​ຊັບ​ສິນ​ຈຳນວນ​ມະຫານ​ສານ​ຖືກ​ຍຶດ.ພາຍ​ໃຕ້​ກຳ​ລັງ​ໜີບ​ອັນ​ໃຫຍ່​ຫຼວງ​ຂອງ​ສະຫະພັນ​ປະຊາທິປະ​ໄຕປະຊາຊົນ,ວັນ​ທີ30 ມິ​ຖຸນາ​ນີ້,ທ່ານ​ຈັກກະ​ພົບ ​ເພັນ​ແຂ ລັດຖະມົນຕີ​ວ່າການ​ປະຈຳສຳນັກ​ງານນາຍົກລັດຖະມົນຕີ​ໄທ​ປະກາດລາ​ອອກ​ຈາກ​ຕຳ​ແໜ່ງ.ມື້​ດຽວ​ກັນ,ຍັດຕິ​ດັດ​ແກ້​ລັດຖະທຳ​ມະນູນກໍປະກາດ​ຢຸດຕິ​ລົງ.

ຕໍ່ມາ,ສະຫະພັນ​ປະຊາທິປະ​ໄຕ​ປະຊາຊົນຍັງ​ຕົກລົງ​ສືບ​ຕໍ່​ການ​ປະ​ທ້ວງ​ດ້ວຍທ່ວງທ່າ​ທີ່ແຂງ​ແຮງ​ເວ່າ​ເກົ່າ,​ກ່າວ​ວ່າ​ຈະ​ຂັບ​ໄລ່"ລັດຖະບານ​ຫຸ່ນ",ຮຽກຮ້ອງ​ທ່ານສະໝັກລາ​ອອກ​ຈາກ​ຕຳ​ແໜ່​ງນາຍົກລັດຖະມົນຕີ.​ໃນ​ຂະນະ​ດຽວ​ກັນ,ຢູ່​ສະໜາມຫຼວງຂອງ​ໃຈກາງ​ບາງກອກ,ຍັງ​ປະກົດ​ມີ​ການ​ໂຮມ​ຊຸມນຸມ​ທີ່​ຄັດຄ້ານ​ສະຫະພັນ​ປະຊາທິປະ​ໄຕ​ປະຊາຊົນ.ສະ​ນັ້ນ,ສະພາບ​ການ​ເມືອງ​ໄທນັບ​ມື້​ນັບ​ເຄັ່ງ​ຕຶງ.

ວັນ​ທີ31 ພຶດສະພາ​​ປີ​ນີ້,ທ່ານ​ສະໝັກ​ກ່າວ​ວ່າ,ລັດຖະບານ​ອາດ​ຈະສົ່ງຕຳຫຼວດ​ຫຼືທະຫານ​ໄປຂັບ​ໄລ່​ຜູ່​ປະ​ທ້ວງ,​ແຕ່​ໄດ້​ຖອນ​ຄຳ​ຂູ່​ນີ້​ໃນ​ວັນ​ທີ1 ມິ​ຖຸນາ​ນີ້,​ແລະກ່າວ​ວ່າຢາກ​​ເຈລະ​ຈາ​ກັບ​ສະຫະພັນ​ປະຊາທິປະ​ໄຕ​ປະຊາຊົນ.ຈາກ​ການ​ກ່າວຂອງ​ທ່ານ​ສະໝັກ​ເທື່ອ​ນີ້,ຜູ່​ນຳ​ສະຫະພັນ​ປະຊາທິປະ​ໄຕ​ປະຊາຊົນ​ເປີດ​ເຜີຍ​ວ່າ,​ທ່ານ​ສະໝັກຕ້ອງ​ລາ​ອອກ​ຈາກ​ຕຳ​ແໜ່​ງ,ຖ້າ​ບໍ່​ດັ່ງ​ນັ້ນ,ຜູ່​ປະ​ທ້ວງ​ຈະ​ບໍ່ຢຸດຕິ,​ແລະ​ຈະ​ປະ​ທ້ວງ​ໃນ​ເວລາ​ຍາວ​ນານ.

ເຖິງ​ວ່າ​ໃນ​ປັດ​ຈຸ​ບັນ,ການ​ໂຮມ​ຊຸມນຸມ​ຍັງ​ດຳ​ເນີນ​ໂດຍຄວາມສັນຕິ​ຢູ່.​ແຕ່​ການ​ສຳ​ຫຼວດຄວາມ​ເຫັນ​ຂອງປະຊາຊົນ​ສະ​ແດງ​ໃຫ້​ເຫັນ​ວ່າ,ຄົນ​ສ່ວນ​ຫຼາຍ​ຮູ້ສຶກວິຕົກ​ກັງວົນນຳ​ເສດ​ຖະກິດ​ແລະ​ສະຖານະການ​ທາງ​ການ​ເມືອງ​ຂອງ​ໄທ​ຈະ​ຊຸດ​​ໂຊມລົງ​ອີກ,​ແລະ​ວິຕົກ​ກັງວົນ​ນຳການ​​ໂຮມ​ຊຸມນຸມຈະ​ພາ​ໃຫ້​ເກີດການ​ປະ​ທະ​ກັນ​ແລະ​ອາດ​ຈະ​ພາ​ໃຫ້​ເກີດການ​ລັດຖະປະຫານ​ນຂຶ້ນ​ອີກ​ເທື່ອໜຶ່ງ.

ນັກວິ​ເຄາະ​ຂອງ​ໄທ​ເຫັນ​ວ່າ,ປັດຈຸບັນ,ທ່າ​ທີ​ຂອງພົນ​ເອກ ບຸນ​ສະລ້າງ ນຽມ​ປະດິດ ຜູ່​ບັນຊາ​ການ​ສູງ​ສຸດ​ຂອງ​ກອງທັບ​ໄທ​ແມ່ນ​ເປັນ​ເອກະສັນ​ກັນ​ກັບ​ທ່ານ​ນາຍົກລັດຖະມົນຕີສະໝັກ.​ສ່ວນພົນ​ເອກ ອະນຸພົງ ​ເຜົ່າ​ຈິນດາ ຜູ່​ບັນຊາ​ການ​ໃຫຍ່​ຂອງ​ທະຫານ​ບົກ​ເຊິ່ງ​ເປັນ​ບຸກຄົນສຳຄັນຂອງກອງທັບ​ກໍ່ມີ​ການ​ພົວພັນທີ່​ດີ​ກັບ​ທ່ານ​ນາຍົກລັດຖະມົນຕີສະໝັກ,ສະ​ນັ້ນ,​ໄທ​ອາດ​ຈະ​ບໍ່ເກີດ​ການ​ລັດຖະປະຫານໃນ​ມໍ່ໆ​ນີ້.​ແຕ່​ວ່າ,ຖ້າ​ການ​ໂຮມ​ຊຸມນຸມ​ຕ້ານ​ລັດຖະບານ​ຂະຫຍາຍຕົວ​ຈົນ​ເຖິງ​ຂັ້ນຄວບ​ຄຸມ​ຍາກ,ກໍ່​ບໍ່​ສາມາດຮັບປະກັນ​ໄດ້​ວ່າ​ກອງທັບ​ຈະ​ບໍ່​ຍຶດອຳນາດ​ເພື່ອ​ແກ້​ໄຂ​ຄວາມ​ວຸ້ນວາຍ.