ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-06-03 18:41:55    
ຫວຽດ​ນາມ ກັບ ໂອ​ຕຼີສ​​ເພິ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ

cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ​2ມິຖຸນາ​ນີ້, ທ່ານ​ຮິນ​ສ ຟິ​ເຊີ ປະທານາທິບໍດີ​ໂອ​ຕຼີສ​ໄດ້​ພົບ​ປະເຈລະຈາ​ກັບ​ທ່ານຫງວຽນ​ມິ​ງຈຽດ ປະທານ​ປະ​ເທດ​ຫວຽດນາມ​ຢູ່ ນະຄອນ​ວຽນ. ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ກ່າວ​ວ່າ ຫວັງຢາກພັດທະນາ​ການ​ພົວພັນ​ສອງຝ່າຍ ​ເພື່ອ​ເພິ່ມທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ.

ສື່​ມວນ​ຊົນ​ໂອ​ຕຼີສລາຍ​ງານ​ວ່າ, ​ໃນ​​ເວລາ​ເຈລະ​ຈາກັນ, ຜູ່​ນຳ​ສອງ​ປະ​ເທດ​ຍັງ​ໄດ້ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບບັນຫາ​ຕ່າງໆ, ​ເຊັ່ນ, ການ​ພົວພັນ​ລະຫວ່າງ​ສະຫະພາບ​ເອີ​ລົບ ກັບ ອາຊ​ຽນ ​ແລະ ການ​ຂະຫຍາຍ​ການ​ພົວພັນ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ.

ມື້ດຽວ​ກັນ, ຢູ່​ນະຄອນ​ວຽນ,​ໂອ​ຕຼີສ ກັບ ຫວຽດນາມ​ຍັງ​ໄດ້ລົງ​ນາມ​ໃນເອກະສານ​​ຕ່າງໆ ​ເຊັ່ນ​,"ສັນຍາຮັບຮອງ​ການ​ສຶກສາລະ​ດັບ​ສູງ​ເຊິ່ງກັນ​ແລະ​ກັນ" ​ແລະ "ສັນຍາຍົກເວັ້ນ​ພາສີ​ຊ້ຳ​ຊ້ອນ"​ເປັນ​ຕົ້ນ.