ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-06-03 18:43:44    
ຄະນະ​ກຳມະການ​ການ​ຮ່ວມ​ມື​ອ່າວ​​ເປີ​ເຊຍ​ກ່າວ​ປະ​ນາມ​ເຫດ​ການ​ລະ​ເບີດ​ທີ່​ແນ​ໃສ່​ສະ​ຖານ​ທູດ​ດານ​ມາກ​ປະ​ຈຳ​ປາ​ກິ​ສະ​ຖານ

cri

ຕາມ​ຂ່າ​ວສາ​ນຊິນ​ຮວາ: ວັນ​ທີ2​ມິຖຸນາ​ນີ້, ກອງ​ເລຂາຄະນະ​ກຳມະການ​ການ​ຮ່ວມ​ມື​ອ່າວ​​ເປີ​ເຊຍ​ໄດ້ອອກ​ຖະ​ແຫຼ​ງການ​ຢູ່ ​​ເມືອງຣີຢັດ ນະຄອນຫຼວງ​ອາຣັບບີ ຊາ​ອຸ​ດິດ, ກ່າວ​ປະນາມ​ເຫດການ​ລະ​ເບີດ​ທີ່ແນ​ໃສ່ສະຖານທູດ​ດານ​ມາກ​ປະຈຳ​ປາ​ກິ​ສະຖານ ທີ່​ເກີດ​ຂຶ້ນ​ຢູ່ ອິດສະ​ລາມາ​ບັດ ນະຄອນຫຼວງ​ປາ​ກິ​ສ​ະຖານ​ໃນ​ຕອນ​ເຊົ້າ​ມື້​ດຽກ​ກັນ.

ຖະ​ແຫຼ​ງການ​ສະ​ບັບນີ້​ຂຽນ​ວ່າ, ​ເຫດກາ​ນ​ໂຈມ​ຕີ​​ເທື່ອ​ນີ້​ແມ່ນ"ການ​ກະທຳ​ບໍ່ມີສິນ​ທຳ​ທີ່​ລະ​ເມີດມະນຸດສະທຳ". ຖະ​ແຫຼ​ງການ​ກ່າວ​ເນັ້ນ​ວ່າ, ຄະນະ​ກຳມະການ​ການ​ຮ່ວມ​ມື​ອ່າວ​ເປີ​​ເຊຍ​ຍຶດໝັ້ນ​ ຫຼັກການຄັດຄ້ານລັດທິ​ກໍ່​ການ​ຮ້າຍທຸກ​ຮູບ​ແບບ, ຮຽກຮ້ອງ​ໃຫ້​ເຄົາ​ລົບ​ສິດ​ທິມະນຸດ ​ແລະ ນ້ຳ​ໃຈມະນຸດ​ສະ​ທຳ, ​ແຕ່​ກໍ່​ກ່າວ​ເນັ້ນ​ວ່າ ບໍ່​ຄວນ​ໃຫ້​ລັດທິ​ກໍ່​ການ​ຮ້າຍ ມາ​ກ່ຽວຂ້ອງ​ກັບ ສາດສະໜາ ​ແລະ ປະຊາຊົນ​.

ຕອນ​ທ້າຍ​ຂອງ​ຖະ​ແຫຼງການ​ຍັງ​ສະ​ແດງ​ຄວາມ​​ເຫັນ​ໃຈ​ຕໍ່​ຄອບຄົວ​ຂອງ​ຜູ່​ເສຍ​ຊີວິດ ​ແລະ ຜູ່ບາ​ດ​ເຈັບ​ໃນ​ເຫດການ​ລະ​ເບີ​ດ​.