ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-06-03 20:07:21    
ອົງ​ການ​ອະ​ນາ​​ໄມ​ສັດ​ຂອງ​ໂລກ​ຢືນ​ຢັນ ຫ້ອງ​ທົດ​ລອງ​ຄົ້ນ​ຄວ້າ​ໄຂ້​ຫວັດ​ສັດ​ປີກ​ແຫ່ງ​ຊາດ​ຈີນ​ເປັນ ຫ້ອງ​ທົດ​ລອງ​ຄົ້ນ​ຄວ້າ​ໄຂ້​ຫວັດ​ສັດ​ປີກ​ຂອງ​ອົງ​ການ​ດັ່ງ​ກ່າວ

cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ3​ມິຖຸນາ​ນີ້, ຢູ່​ທີ່​ປັກ​ກິ່ງ, ຜູ່​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ກະຊວງ​ກະສິກຳ​ຈີນ​ກ່າວ​ວ່າ, ປັດຈຸບັນ, ​ກອງ​ປະຊຸມ​ຄັ້ງ​ທີ76​ຂອງ​ຄະນະ​ກຳມະ​ການສາ​ກົນ​ອົງການ​ອະນາ​ໄມ​ສັດ​ຂອງໂລກທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງປາຣີ ​ແຫ່ງ​ຝຣັ່ງ ໄດ້​ຢືນຢັນຫ້ອງທົດ​ລອງ​ຄົ້ນຄວ້າໄຂ້ຫວັດ​ສັດ​ປີກ​ແຫ່ງ​ຊາດ​ຈີນ​ເປັນ ຫ້ອງ​ທົດ​ລອງ​ຄົ້ນຄວ້າໄຂ້​ຫວັດສັດ​ປີກ​ຂອງ​ອົງການ​ດັ່ງກ່າວ.

ຜູ່​ຮັບຜິດຊອບ​ຜູ່​ນີ້​ແນະນຳ​ວ່າ, ຫ້ອງ​ທົດ​ລອງ​ຄົ້ນຄວ້າໄຂ້ຫວັດ​ສັດ​ປີກ​ແຫ່ງ​ຊາດ​ຈີນ​ແມ່ນ​ອົງການ​ຮັບຜິດຊອບ​ຄົ້ນຄວ້າ​,ຕິດຕາມ​ວັດ​ແທກໄຂ້ຫວັດ​ສັດ​ປີກ ​ແລະ ຄົ້ນຄວ້າ​ພັດທະນາ​ວັກ​ແຊງ​ທີ່ກະຊວງ​ກະສິກຳ​ຈີນ​ລະບຸ​ໄວ້, ມີ​ເງື່ອນ​ໄຂ ​ແລະ ຖັນ​ແຖວ​ຄົ້ນຄວ້າ​ວິທະຍາສາດ​​ໃນລະດັບ​ສູງ, ​ແຕ່ລະ​ປີ​​ໄດ້ກວດກາຕົວຢ່າງ2ໝື່ນ​ອັນ,ແຕ່​ລະ​ມື້​ສາມາດ​ແບ່ງ​ແຍກ​ເຊື້ອ​ພະຍາດ400​ອັນ.

ໃນ​ຂະນະ​ທີ່​ສະໜອງ​ການ​ບໍລິການ​ຕໍ່​ວຽກ​ງານ​ປ້ອງ​ກັນ​ຄວບ​ຄຸມ​ໄຂ້ຫວັດ​ສັດ​ປີກ​ພາຍ​ໃນ​ປະ​ເທດ​ຈີນ, ຫ້ອງ​ທົດ​ລອງຄົ້ນຄວ້າ ຍັງ​ສະໜ​ອງການ​ຊີ້​ນຳ​ດ້ານເຕັກນິກ​ປ້ອງ​ກັນ​ຄວບ​ຄຸມ​ໄຂ້ຫວັດ​ສັດ​ປີກ​ໃຫ້​ແກ່​ປະ​ເທດ ​ແລະ ພາກ​ພື້ນ​ຕ່າງໆ ​ເຊັ່ນ, ອິນໂດ​ເນ​ເຊຍ, ຫວຽດນາມ, ມົງ​ໂກ, ສ.ປ.ປ.​ເກົາຫຼີ ​ແລະ ສະຫະພາບ​ອາ​ຟຼິກາ​ເປັນ​ຕົ້ນ, ຊ່ວຍຕິດຕາມກວດກາ, ບົ່ງມະຕິ​ໄຂ້ຫວັດ​ສັດ​ປີກ.