ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-06-24 20:40:11    
ປັກ​ກິ່ງ​ເພິ່ມ​ທະ​ວີ​ການ​ຄຸ້ມ​ຄອງ​ລົດ​ຍົນ​ຮັບ​ປະ​ກັນ​ອາ​ກາດ​ໃນ​ໄລ​ຍະ​ງານ​ກິ​ລາ​ໂອ​ລິມ​ປິກ​ມີ​ຄຸນ​ນະ​ພາບ​ດີ

cri

ຕາມ​ຂ່າວCRI: ວັນ​ທີ24ມິຖຸນາ​ນີ້, ຢູ່​ທີ່​ປັກ​ກິ່ງ​, ທ່ານ​ຕູ້​ຊ້າ​ວຈົ່ງ ​ໂຄ​ສົກ​ພະ​ແນກ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນະຄອນ​ປັກ​ກິ່ງ​ກ່າວ​ວ່າ, ປັກ​ກິ່ງ​ພວມ​ໃຊ້​ມາດ​ຕະພານ​ຕ່າງໆ, ​ເພິ່ມທະວີ​ການ​ຄຸ້ມ​ຄອງ​​ລົດຍົນ,​​ເພື່ອຮັບປະກັນ​ອາກາດ​ໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ​ມີ​ຄຸນ​ນະພາ​ບດີ.

ໃນ​ກອງ​ປະຊຸມ​ຂ່າວ, ທ່ານ​ຕູ້​ຊ້າ​ວຈົ່ງ​ກ່າວ​ວ່າ, ປັດຈຸບັນ, ນະຄອນ​ປັກ​ກິ່ງ​ມີ​ລົດຍົນ3​ລ້ານ2​ແສນຄັນ.​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້, ​ເທດສະບານ​ປັກ​ກິ່ງ​ໄດ້​ໃຊ້​ມາດ​ຕະ​ການ​ຕ່າງ​ໆ ​ເຊັ່ນ, ຍົກ​ສູງ​ມາດ​ຕະງ​ານ​ຂອງ​ລົດ​ໃໝ່, ຢຸດຕິ​ການໃຊ້​ລົດ​ເກົ່າ​ກ່ອນ​ເວລາ​ກຳ​ນົດ,​ປັບ​ປຸງ​ຄຸນ​ນະພາ​ບຂອງ​ນ້ຳມັນ​ຢ່າງ​ບໍ່​ຢຸດ​ຢັ້ງ​ແລະ​ອື່ນໆ,ອັນ​ໄດ້​ປົວ​​ແປງ​ຄຸນ​ນະພາ​ບອາກາດ​ຂອງ​ປັກ​ກິ່ງ​ດີ​ຂຶ້ນ​ຢ່າງຫຼວງ​ຫຼາຍ. ນອກ​ນີ້, ກ່ອນ​ຈັດງານ​ກິລາ​ໂອ​ລິ​ມປິກ ​, ​ໃນ​ໄລຍະ​ຈັດ​ງານ​ກິ​ລາ​ໂອ​ລິ​ມປິກ ​ແລະ ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ, ນະຄອນ​ປັກ​ກິ່ງກຳນົດ​ແລ່ນ​ລົດຍົນ​ໂດຍ​ອີງ​ຕາມ​ເລກ​ປ້າຍ​ລົດ​ຄີກ​ແລະ​ເບີ​ເລກ​ຄູ່, ​ເຮັດ​ໃຫ້​ຈຳນວນ​ລົດ​ແລ່ນ​ໃນ​ຖະໜົນ​ຫຼຸດ​ລົງ50%ຕໍ່​ມື້.