ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-06-26 19:44:37    
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ນະ​ໂຍ​ບາຍ​ໄຂ​ປະ​ຕູ​ຕໍ່​ຕ່າງ​ປະ​ເທດ​ຂອງ​ເຂດ​ຕິ​ເບດ​ບໍ່​ໄດ້​ປ່ຽນ​ແປງ

cri Author: shuo

ຕາມ​ຂ່າວCRI:ວັນ​ທີ26​ມິຖຸນານີ້,​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ,ທ່າ​ນລິວ​ຈ້ຽນ​ຊ່າວ ​ໂຄ​ສົກ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ນະ​ໂຍບາຍ​ໄຂ​ປະຕູ​ຕໍ່​ຕ່າງປະ​ເທດ​ຂອງ​ເຂດ​ຕິ​ເບ​ດບໍ່​ໄດ້​ປ່ຽນ​ແປງ.

ວັນ​ທີ25ມິຖຸນາ​ນີ້,ວຽກ​ງານ​ຕ້ອນຮັບ​ການນັກທ່ອງທ່ຽວຕ່າງປະ​ເທດ​ຂອງ​ເຂດ​ຕິ​ເບ​ດທີ່​ເຄີຍ​ຢຸດ​ເຊົາ​​ຊົ່ວ​ໄລຍະ​ໜຶ່ງ​ຍ້ອນ​ເຫດການ​ກຳລັງ​ຮຸນ​ແຮງ​ວັນ​ທີ14​ມີນາ​ທີ່​ລາຊາ​ນັ້ນ​ໄດ້​ປະກາດ​ຟື້ນ​ຟູ​ຢ່າງ​ເປັນ​ທາງ​ການ.​ໃນ​ເວລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວຂ້ອງ​ຂອງ​ນັກ​ຂ່າວ,ທ່ານ​ລິວ​ຈ້ຽນ​ຊ່າວ​ກ່າວ​ວ່າ,​ເຂດ​ຕິ​ເບ​ດຟື້ນ​ຟູຄວາມ​ໝັ້ນທ່ຽງ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ທົ່ວ​ປະ​ເທດ​ຈີນ ​ເຊິ່ງລວມທັງ​ພີ່​ນ້ອງ​ເຂດ​ຕິ​ເບ​ດ,​ແລະກໍ​ແມ່ນ​ຄວາມ​ປາຖະໜາ​ຂອງ​ປະຊາ​ຄົມ​ໂລກ.​ໃນ​ເມື່ອ​ສະພາບ​ການ​ຂອງ​ເຂດ​ຕິ​ເບ​ດຄ່ອຍໆ​ຟື້ນ​ຟູ​ຄວາມ​ໝັ້ນທ່ຽງ,​ເຂດ​ຕິ​ເບ​ດ​ໄຂ​ປະຕູ​ຕໍ່​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດນັ້ນ,​ແມ່ນ​ຄວາມ​ຄືບ​ໜ້າ​​ທີ່​ສຳຄັນ​ແລະ​ຕັ້ງໜ້າ​ທີ່​ສຸດ.