ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-07-02 18:02:56    
ອາ​ສາ​ສະ​ໝັກ​ທີ່​ບໍ່​ແມ່ນ​ຄົນ​ປັກ​ກິ່ງ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ແລະ​ໂອ​ລິມ​ປິກ​ຄົນ​ພິ​ການ​ປັກ​ກິ່ງ​ໄດ້​ຕົກ​ລົງ​ແລ້ວ​ໃນ​ຂັ້ນ​ພື້ນ​ຖານ

cri Author: shuo

ຕາມ​ຂ່າວສານ​ຊິນ​ຮວາ:ອາສາ​ສະໝັກ​ທີ່ບໍ່​ແມ່ນ​ຄົນປັກ​ກິ່ງ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ແລະ​ໂອ​ລິມ​ປິກ​ຄົນ​ພິການ​ປັກ​ກິ່ງ​ໄດ້​ຕົກລົງ​ໃນ​ຂັ້ນ​ພື້ນ​ຖານ​ແລ້ວ,​ໜັງ​ສື​ຮັບ​ສະໝັກກຳລັງ​ສົ່ງ​ໄປ​​ໃຫ້ ອາ​ສາ​ສະ​ໝັກ​ທັງ​ຫຼາຍ,​ອາສາ​ສະ​ໝັກ​ຈະ​ເລີ່ມ​ເຮັດ​ວຽກ​ບໍ​ລິ​ການ​7​ວັນ​ກ່ອນ​ເລີ່ມ​ການ​ແຂ່ງ​ຂັນ​ຂອງ​ສະ​ໜາມ​ກິ​ລາ​ຕ່າງໆ.


ວັນ​ທີ2​ກໍລະກົດນີ້,​ກອງ​ປະຊຸມ​ວຽກ​ງານ​ອາສາ​ສະໝັກທີ່ບໍ່​ແມ່ນ​ຄົນ​ປັກ​ກິ່ງ​ຂອງ​ງານ​ກິລາ​ໂອ​ລິມ​ປິກ​ແລະ​ໂອ​ລິ​ມປິກ​ຄົນ​ພິການ​ທີ່​ຈັດ​ຂຶ້ນຢູ່​ປັກ​ກິ່ງ​​ແຈ້ງ​ໃຫ້​ຊາບ​ວ່າ,​ອາ​ສາ​ສະ​ໝັກ​ເຫຼົ່າ​ນີ້​ຈະ​ຮັບ​ຜິດ​ຊອບ​ການ​ບໍ​ລິ​ການ​ດ້ານ​ຄົມ​ມະ​ນາ​ຄົມ ການ​ກວດ​ກາ​ຄວາມ​ປອດ​ໄພ​ແລະ​ເຕັກ​ນິກ​ຂອງ​ສະ​ໜາມ​​ແຂ່ງ​ຂັນ​ແລະ​ສິ່ງ​ກໍ່​ສ້າງ​ໂອ​ລິ​ມປິກ​ອື່ນໆ​ລວມ​31​ແຫ່ງ.​ພ້ອມ​ກັນ​ນັ້ນ,​ຍ້ອນ​ມີ​ຄວາມ​ສາມາດ​ດ້ານ​ພາ​ສາ,​ອາ​ສາ​ສະ​ໝັກ​ສ່ວນ​ໜຶ່ງ​ຂອງ​ຮົງ​ກົງ ມາ​ກາວ​ແລະ​ຕ່າງ​ປະ​ເທດ​ຈະ​ສະ​ໜອງ​ການ​ບໍ​ລິ​ການ​​ດ້ານ​ພາ​ສາ​ຕ່າງປະ​ເທດ.

ຂ່າວ​ແຈ້ງວ່າ,ວຽກງານ​ສະ​ເໜີ​ຊື່​ຂອງ​ອາສາ​ສະໝັກ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ສິ້ນ​ສຸດ​ລົງ​ເມື່ອ​ເດືອນ​ມີນາ​ປີ2008,ລວມມີ1ລ້ານ1​ແສນ2​ໝື່ນ​ກວ່າ​ຄົນ​ຮ້ອງ​ຂໍ​ເປັນ​ອາສາ​ສະໝັກ​ງານ​ກິລາ​ໂອ​ລິມ​ປິກ.