ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-07-05 19:33:21    
ລັດ​ຖະ​ບານ​ລາວ​ບໍ​ລິ​ຈາກ​ໄມ້​ໃຫ້​ເຂດ​ປະ​ສົບ​ໄພ​ແຜ່ນ​ດິນ​​ໄຫວ​ແຂວງ​ເຊ​ສວນ​ຈີນ

cri Author: shuo
ຕາມ​ຂ່າວCRI:ຕອນ​ຄ່ຳ​ວັນ​ທີ4​ກໍລະກົດ​ນີ້,ຢູ່ຄຸ່ນ​ມີ​ງ ​ເທດສະບານ​ແຂວງ​ຢຸນນານ​ຂອງ​ຈີນ,ລັດຖະບານ​ລາວ​ໄດ້​ຈັດ​ພິທີ​ບໍລິຈາກ​​ໃຫ້​ເຂດ​ປະ​ສົບ​ໄພ​ແຜ່ນດິນ​ໄຫວ​ແຂວງ​ເສ​ສວນ,ລວມ​ໄດ້​ບໍລິຈາກ​ໄມ້1000​ແມັດ​ກ້ອນ​ທີ່​ມີ​ມູນ​ຄ່າ5​ແສນ​ໂດ​ລາ.

ກ່ອນ​ນີ້,ລາວ​ໄດ້​ມອບ​ເງິນ​ບໍລິ​ຈາກ1​ແສນ​ໂດ​ລາໃຫ້​ສະຖານທູດ​ຈີນ​ປະຈຳ​ລາວ​ໃນ​ວັນ​ທີ1​ມິຖຸນາ​ແລ້ວ​ນີ້,ຫຼັງຈາກ​ນັ້ນ​,ມີ​ໄມ້​ທີ່​ບໍ​ລິ​ຈາກ​ສອງ​ງວດ​ຖືກສົ່ງຈາກ​ລາວ​ໄປ​ຮອດ​ແຂວງ​ຢຸນນານ​ຂອງ​ຈີນ​.

​​ໂດຍ​​ໄດ້​ຮັບການ​ມອບ​ໝາຍ​ຈາກ​ກະຊວງ​ການ​ປົກຄອງ​ແລະ​ປະຊາ​ສົງ​ເຄາະ​ຈີນ, ທ່ານ​ຊິນ​ກວ່າ​ງຢົງ ​ເຈົ້າ​ແຂວງແຂວງ​ຢຸນນານ​ໄດ້​ຕາງໜ້າ​ລັດຖະບານ​ຈີນ​ແລະ​ປະຊາຊົນ​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ຮັບ​ເອົາ​​ໄມ້​ບໍລິຈາກ​ງວດ​ນີ້,​ແລະ​ຮັບປາກ​ວ່າ​ຈະ​ສົ່ງ​ໄມ້​ບໍລິຈາກ​ເຫຼົ່ານີ້​ໄປ​ຮອດ​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​​ແຂວງ​ເສ​ສວນ​ຢ່າງ​ວ່ອງ​ໄວ.