ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-07-17 16:32:49    
ໃນ​ໄລ​ຍະ​ງານ​ກິ​ລາ​ໂອ​ລິມ​ປິກ,​ນະ​ຄອນ​ປັກ​ກິ່ງ​ຈະ​ບໍ່​​ຂຶ້ນ​ລາ​ຄາ​ສິນ​ຄ້າ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:​ໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ,ນະຄອນ​ປັກ​ກິ່ງ​ຈະ​ຕິດຕາມ​ຄວບ​ຄຸມ​ລາ​ຄາ​ສິນ​ຄ້າ,​ເຮັດ​ໃຫ້​ຕະຫຼາດໝັ້ນທ່ຽງ,​ຖ້າ​ວ່າ​ບໍ່​ເກີດ​ເລື່ອງ​ສຸດ​ວິ​​ໄສ,ກໍ່​ຈະ ບໍ່​ປະກາດ​​ຂຶ້ນລາຄາ​​ໃໝ່.

ວັນ​ທີ16​ກໍລະກົດ​ນີ້,​ອົງການ​ປົ​ກຄອງ​ນະຄອນ​ປັກ​ກິ່ງ​ປະກາດ​ແຜນການຄຸ້ມ​ຄອງ​​ຕົວ​ເມືອງ​ປັກ​ກິ່ງ​ໃນ​ໄລ​ຍະ​ງານ​ກິລາ​ໂອ​ລິມ​ປິກ​ແລະ​ງານ​ກິ​ລາ​ໂອ​ລິ​ມປິກ​ຄົນ​ພິການ​ປັກ​ກິ່ງ.​ແຕ່​ວັນ​ທີ​1​ມິ​ຖຸ​ນາ​ແລ້ວ​ນີ້​ໄປ​ຫາ​ວັນ​ທີ​8​ຕຸ​ລາ​2008,​ນະ​ຄອນ​ປັກ​ກິ່ງ​ຈະ​ເລີ່​ມ​ໃຊ້​ລະບົບ​ບັນ​ຊາ​ການ​ຂອງ​ງານ​ກິ​ລາ​ໂອ​ລິ​ມປິກ.

ອີງ​ຕາມ​ແຜນການ,​ໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ,ປັກ​ກິ່ງ​ຈະ​ເພີ່ມ​ທະວີ​ການ​ຕິດ ຕາມ​ກວດ​ກາ​ຕໍ່​ລາ​ຄາ​ສິນ​ຄ້າ​ໃນ​ຕະ​ຫຼາດ​ຂາຍ​ຍົກ ຕະ​ຫຼາດ​ຂາຍ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ ຊູ​ເປີ​ມາ​ເກັດ ພ້ອມ​ດ້ວຍ​ລາ​ຄາ​ຂອງ​ສິນ​ຄ້າ​ແລະ​ການ​ບໍ​ລິ​ການ​ຈຳ​ນວນ​ໜຶ່ງ​ທີ່​ມີ​ການ​ພົວ​ພັນ​ກັບ​ງານ​ກິລາ​ໂອ​ລິມ​ປິກ ຮັບ​ປະ​ກັນ​ການ​ສະ​ໜອງ​ເຄື່ອງ​ກິນ​ປະ​ຈຳ​ວັນ ​ເຊັ່ນ ​ເຂົ້າ ນ້ຳ​ມັນ​ພືດ ຜັກ ຊີ້ນ ​ໄຂ່​ແລະ​ນົມ​ເປັນ​ຕົ້ນ.