ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-07-17 16:40:48    
ນັກ​ຂ່າວ​ຮົງ​ກົງ ມາ​ກາວ ​ໄຕ້​ຫວັນ​ແລະ​ນັກ​ຂ່າວ​ຕ່າງ​ປະ​ເທດ​​ພຽງ​ແຕ່​ໄດ້​ຮັບ​ການ​ເຫັນ​ດີ​ຈາກ​ຜູ້​ໃຫ້​ສຳ​ພາດ​ກໍ່​ສຳ​ພາດ​ໄດ້​ເລີຍ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ17​ກໍລະກົດ​ນີ້,ທ່ານ​ກົວ​ຈີ້​ງມີນ ​ໂຄສົກ​ຖະ​ແຫຼງຂ່າວ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ກ່າວ​ວ່າ,ອີງ​ຕາມ​ຂໍ້​ກຳ​ນົດ​ຂອງ​ງານ​ກິ​ລາ​ໂອ​ລິ​ມ ປິກ​ປັກ​ກິ່ງ​ກ່ຽວ​ກັບ​ນັກ​ຂ່າວ​ຮົງ​ກົງ ມາ​ກາວ ​ໄຕ້​ຫວັນ​ແລະ​ຕ່າງ​ປະ​ເທດ​ສຳ​ພາດ​ຂ່າວ​ຢູ່​ຈີນ,ນັກ​ຂ່າວ​ເຫຼົ່າ​ນີ້​ພຽງ​ແຕ່​ໄດ້​ຮັບ​ການ​ເຫັນ​ດີ​ຈາກ​ຜູ້​ໃຫ້​ສຳ​ພາດ​​ກໍ່​ສາ​ມາດ​ສຳ​ພາດ​ໄດ້​ເລີຍ.

ວັນ​ທີ1​ມັງກອນ​ປີ2007,ລັດຖະບານ​ຈີນ​ໄດ້​ປະກາດ​ຂໍ້​ກຳນົດ​ກ່ຽວ​ກັບ​ນັກ​ຂ່າວ​ຮົງ​ກົງ​ ມາ​ກາວ ​ໄຕ້​ຫວັນ​ແລະ​ຕ່າງ​ປະ​ເທດ​ສຳ​ພາດ​ຂ່າວ​ໃນ​ໄລ​ຍະ​ກະ​ກຽມ​ແລະ​ຈັດ ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ.​ໂຄ​ສົກ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກໍ​ໄດ້​ກ່າວ​ຫຼາຍ​ເທື່ອ​ວ່າ,​ຈີນ​ຈະ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ໂອ​ລິ​ມປິກ​ທີ່​ຈະ​ສະ​ໜອງ​ການ​ບໍ​ລິ​ການ​ດ້ານ​ຂໍ້​ມູນ​ຂ່າວ​ສານ​ທີ່​ສົມ​ບູນ​ໃຫ້​ແກ່​ນັກ​ຂ່າວ​ຕ່າງ​ປະ​ເທດ,​ຕັ້ງ​ໜ້າ​ປະ​ຕິ​ບັດ​ພັນ​ທະ​ທີ່​ເປັນ​ປະ​ເທດ​ເຈົ້າ​ພາບ​ທີ່​ດີ​ໃນ​ການ​ຊ່ວຍ​ນັກ​ຂ່າວ​ຮັບ​ຮູ້​ແລະ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ປະ​ເທດ​ຈີນ.