|
 |
(GMT+08:00)
2008-08-05 14:28:24
|
ເຈົ້າໜ້າທີ່ສະຫະປະຊາຊາດຮຽກຮ້ອງອີກເທື່ອໜຶ່ງໃຫ້ຢຸດສົງຄາມໃນຍາມໂອລິມປິກ
cri
ຕາມຂ່າວCRI, ວັນທີ4ສິງຫານີ້, ທ່ານຈານ ກຼາວສ ຜູ້ຕາງໜ້າຖາວອນຂອງແບນຊິກປະຈຳສະຫະປະຊາຊາດ ເຊິ່ງເປັນປະເທດປະທານໝູນວຽນເດືອນສິງຫາຂອງສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ເວົ້າຕໍ່ນພາຍນອກວ່າ, ທ່ານຫວັງໃຫ້ນ້ຳໃຈໂອລິມປິກໄດ້ຮັບການສ່ອງແສງໃຫ້ເຫັນໃນງານໂອລິມປິກປັກກິ່ງທີ່ຈະຈັດຂຶ້ນໃນໄວໆນີ້.
ວັນທີ4ສິງຫານີ້, ຢູ່ສຳນັກງານໃຫຍ່ສະຫະປະຊາຊາດທີ່ນິວຢອກ, ທ່ານກຼາວສໄດ້ກ່າວເຖິງວຽກງານສຳຄັນຂອງທ່ານໃນຖານະທີ່ເປັນປະເທດປະທານໝູນວຽນຂອງສະພາຄວາມໝັ້ນຄົງປະຈຳເດືອນນີ້. ທ່ານໄດ້ກ່າວເປັນພິເສດວ່າ, ໃນໄລຍະທີ່ງານໂອລິມປິກປັກກິ່ງຈະໄຂຂຶ້ນໃນໄວໆນີ້, ຫວັງໃຫ້ປະເທດຕ່າງໆໃນໂລກຈະໂຄລົບສັນຍາຢຸດສົງຄາມໃນຍາມໂອລິມປິກ, ເຮັດໃຫ້ງານມະໂຫກຳດ້ານກິລາໄດ້ກາຍເປັນສາຍພານທີ່ຊຸກຍູ້ສັນຕິພາບແລະມິດຕະພາບຂອງມວນມະນຸດຢ່າງແທ້ຈິງ.
|
|
|