ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-08-06 17:42:49    
ທວນ​ໄຟ​ໂອ​ລິ​ມ​ປິກ​ສ້າງ​ຄວາມ​ກະ​ຕື​ລື​ລົ້ນ​ແລະ​ສົ່ງ​ຕໍ່​ຄວາມ​ໄຝ່​ຝັນ

cri
ພາຍຫຼັງ​ໄດ້​ສຳ​ເລັດ​ການ​ສົ່ງ​ຕໍ່​ຢູ່19​ຕົວ​ເມືອງ​ຂອງ5​ທະວີ​ບທົ່ວ​ໂລກ​ແລະ100​ກວ່າ​ຕົວ​ເມືອງ​ຂອງ​ຈີນ​ແລ້ວ, ວັນ​ທີ6​ສິງຫາ​ນີ້, ທວນ​ໄຟ​ໂອ​ລິ​ມປິກ​ປັກ​ກິ່ງ​​ໄດ້​ມາ​ຮອດ​ປັກ​ກິ່ງ ນະຄອນຫຼວງ​ຂອງ​ຈີນ ​ເຊິ່ງ​ເປັນ​ເຈົ້າພາບຈັດ​ງານ​ໂອ​ລິ​ມປິກ​ຄັ້ງ​ນີ້​ໃນ​ທີ່​ສຸດ. ການ​ສົ່ງ​ຕໍ່​ທວນ​ໄຟ​ໄດ້​ສົ່ງ​ເສີມ​ນ້ຳ​ໃຈ​ໂອ​ລິ​ມປິກ, ​ເພີ່ມ​ທະວີ​ການ​​ແລກ​ປ່ຽ​ນ​ແລະ​ຄວາມ​ເຂົ້າ​ໃຈ​ກັນ​ລະຫວ່າງ​ຈີນ​ກັບ​ໂລກ, ​ເຮັດໃຫ້​ປະຊາຊົນ​ຂອງ​ປະ​ເທດ​ທີ່​ສົ່ງ​ຕໍ່​ທວນ​ໄຟ​ນັ້ນ​ບັນລຸ​ຄວາມ​ໄຝ່ຝັນ​ທີ່​ເຂົ້າ​ຮ່ວມ​ງານ​ໂອ​ລິ​ມປິກ.

ການ​ສົ່ງ​ຕໍ່​ທວນ​ໄຟ​​ໂອ​ລິ​ມປິກ​ແມ່ນ​ພາກ​ສ່ວນ​ໜຶ່ງ​ກ່ອນ​ງານ​ໂອ​ລິ​ມປິກ, ​ແມ່ນ​ການ​ເຄື່ອງ​ໄຫວ​ໂອ​ລິ​ມປິກ​ທີ່​ສຳຄັນ​ທີ​ສອງ​ເຊິ່ງຖັດຈາກ​ງານ​ໂອ​ລິ​ມປິກ. ​ໄຟ​ສັກສິດ​ໂອ​ລິ​ມປິກ​ແລະ​ທວນ​ໄຟ​ໂອ​ລິ​ມປິກ​ແມ່ນ​ສັນຍະລັກ​ພິ​ເສດ​ທີ່​ໃຫ້​ປະຊາຊົນ​​ຢູ່​ປະ​ເທດ​ຕ່າງ​ໆ, ​ໃຊ້​ພາສາ​ຕ່າງ​ກັນ, ມີ​ຄວາມ​ເຊື່ອ​ຖື​ຕ່າງ​ກັນ​ແລະ​ເປັນ​​ເຊື້ອ​ຊາດ​ຕ່າງ​ກັນ​ນັ້ນ​ພ້ອມ​ກັນ​ສະ​ແຫວ​ງຫາ​ລະດັບ​ສຸດ​ຍອດ​ດ້ານ​ກິລາ​ແລະ​ສັນຕິພາບ​ຂອງ​ໂລກ.

​ເມືອງ​ດາ​ໄລ​ສຊາ​ລາມ​ຂອງ​ຕັງ​ຊາ​ນີ​ແມ່ນ​ຕົວ​ເມືອງ​ອາ​ຟຼິກາ​ພຽງ​​ແຫ່ງດຽວ​ທີ່​ເຂົ້າ​ຮ່ວມ​ການ​ສົ່ງ​ຕໍ່​ທວນ​ໄຟ​ເທື່ອ​ນີ້. ຜູ້ອຳນວຍການ​ໃຫຍ່​ດ້ານກິລາ​ຂອງ​ກະຊວງ​ຂໍ້​ມູນ​ຂ່າວສານ, ວັດທະນະທຳ​ແລະ​ກິລາ​ຕັງ​ຊາ​ນີ​ເຂົ້າ​ໃຈຄວາມ​ໝາຍ​ແຫ່ງ​ການ​ສົ່ງ​ຕໍ່​ທວນ​ໄຟ​ໂອ​ລິ​ມປິກ​ດັ່ງ​ນີ້:

ທວນ​ໄຟ​ໂອ​ລິ​ມປິກ​ຮຽກຮ້ອງ​ໃຫ້​ບັນລຸ​ສັນຕິພາບ, ອົດທົນ​ແລະ​ຮັກ​ແພງ​ກັນ, ​ໄດ້​ສ່ອງ​​ຂໍ້​ມູນ​ຂ່າວສານ​ຕໍ່​ຊາວ​ໂລກ​ດັ່ງ​ນີ້: ​ໂລກ​ນີ້​ບໍ່ຕ້ອງການ​ສົງຄາມ, ບໍ່​ຕ້ອງການການ​ແບ່ງ​ແຍກ, ບໍ່​ຕ້ອງການຄວາມ​ປັ່ນ​ປ່ວນ, ​ໂລກ​ຄວນ​​ເປັນ​ຄອບຄົວ​​ແຫ່ງສັນຕິພາບ​ແລະ​ຮັກ​ແພງ​ກັນຂອງ​ມວນ​ມະນຸດ.

ການ​ສົ່ງ​ຕໍ່​ທວນ​ໄຟ​ຍັງ​ໄດ້​ເພີ່ມ​ຄວາມ​ເຂົ້າ​ໃຈ​ແລະ​ມິດຕະພາບ​ລະຫວ່າງ​ຈີນ​ກັບ​ຫຼາຍ​ປະ​ເທດ​ໃນ​ໂລກ, ຜູ້​ທີ່​ເຈດ​ຕະນາ​ຂັດ​ຂວາງ​ການ​ສົ່ງ​ຕໍ່​ທວນ​ໄຟ​ນັ້ນ​ຖືກ​ຊາວ​ໂລກ​ພ້ອມ​ກັນ​ກ່າວ​ປະນາມ. ​ເມື່ອ​ທວນ​ໄຟ​ໄດ້​ສົ່ງ​ຕໍ່​ຢູ່​ເມືອງ​ຊັນ​ຟຼັນຊີ​ສ​ໂກ, ປະຊາ​ຊົນ​ອາ​ເມ​ລິ​ກາ​ຄົນ​ໜຶ່ງ​ເວົ້າ​ວ່າ:

​​ເລື່ອງ​ສຳຄັນ​ທີ່​ສຸດ​ຂອງ​ງານ​ໂອ​ລິ​ມປິກ​ກໍ​ແມ່ນ​ມິດຕະພາບ​ທົ່ວ​ໂລກ, ຜ່ານ​ຈາກ​ງານ​ໂອ​ລິ​ມປິກ​ໄປມາຫາ​ສູ່​ກັນ, ຫາກ​ບໍ່​ແມ່ນ​ຜ່ານ​ຈາກ​ສົງ​ຄາມ​ຫຼື​ເຫດການ​ປະ​ທ້ວງ.

ການ​ສົ່ງ​ຕໍ່​ທວນ​ໄຟ​ໂອ​ລິ​ມປິກ​ເຮັດ​ໃຫ້​ປະຊາຊົນ​ທີ່​ສົ່ງ​ຕໍ່​ທວນ​ໄຟ​ນັ້ນ​ສາມາດ​ສຳຜັດ​ສະ​ເໜຂອງ​ໂອ​ລິ​ມປິກ​ຢ່າງຮອບດ້ານ, ​ແລະ​ກໍ​​ເຮັດໃຫ້​ປະ​ເທດ​ສົ່ງ​ຕໍ່​ທວນ​ໄຟ, ​ໂດຍ​ສະ​ເພາະ​ແມ່ນ​ຕົວ​ເມືອງ​ທີ່​ສົ່ງ​ຕໍ່ທວນ​ໄຟ​ເຫຼົ່າ​ນີ້​ມີ​ໂອກາດ​ສະ​ແດງ​ຕົນ​ເອງ​ຕໍ່​ໂລກ.

ການ​ສົ່ງ​ຕໍ່​ທວນ​ໄຟ​ຍັງ​ເຮັດ​ໃຫ້​ຊາວ​ໂລກ​ສຳຜັດ​ຄວາມ​ກະຕືລື​ລົ້ນ​ຂອງ​ເຈົ້າພາບ​ຈັດ​ງານ​ໂອ​ລິ​ມປິກ, ​ໄດ້​ຮັບ​ຮູ້​ຄວາມ​ຕັດສິນ​ໃຈ​ຂອງ​ຈີນ​ໃນ​ເມື່ອ​ທີ່​ຈີນ​ຂໍ​ເປັນ​ເຈົ້າພາບ​, ວັນ​ທີ8​ພຶດສະພາ2008, ທວນ​ໄຟ​ໂອ​ລິ​ມປິກ​ໄດ້​ປີນ​ຂຶ້ນ​ຮອດ​ຈອມ​ພູ​ຈູ​ມູລັງ​ມາ ​ເຊິ່ງ​ເປັນ​ຈອມ​ພູ​ສູງ​ສຸດ​ໃນ​ໂລກ.
ການ​ສົ່ງ​ຕໍ່​ທວນ​ໄຟ​ບໍ່ພຽງ​ແຕ່​ໄດ້​ສ້າງ​ຄວາມ​ກະຕືລື​ລົ້ນ​ໃຫ້​ແກ່​ຊາວ​ຈີນ​ເທົ່າ​ນັ້ນ, ຍັງ​​ໄດ້​ເຮັດ​ໃຫ້​ຊາວ​ຈີນ​ມີ​ຄວາມ​ເຂົ້າ​ໃຈ​ເລິກ​ເຊິ່ງກວ່າ​ເກົ່າ​ຕໍ່​ນ້ຳ​ໃຈ​ໂອ​ລິ​ມປິກ. ການ​ສົ່ງ​ຕໍ່​ທວນ​ໄຟ​ທີ່​ຍືດ​ເຍືອ​ເປັນ​ເວລາ4​ເດືອນ​ປາຍ, ​ໄດ້​ຝັງ​ນ້ຳ​ໃຈ​ໂອ​ລິ​ມປິກ​ທີ່​ເປັນ​ສັນຍະລັກ​ໃຫ້​ແກ່​ສັນຕິພາບ​ແລະ​ມິດຕະພາບ​ຢູ່​ໃນ​ດວງ​ໃຈ​ຂອງ​ປະຊາຊົນຈີນ​ທັງ​ປວງ. 8​ໂມງ​ເຊົ້າ​ວັນ​ທີ6​ສິງຫາ​ນີ້, ທວນ​ໄຟ​ໂອ​ລິ​ມປິກ​ເລີ່​ມການ​ສົ່ງ​ຕໍ່​ຢູ່​ນະຄອນ​ຫຼວງ​ປັກ​ກິ່ງ, ທ່ານ​ຢາງ​ລີ້​ເວ ນັກ​ບິນ​ອະວະກາດ​ຜູ້​ທຳ​ອິດ​ຂອງ​ຈີນ​ໄດ້​ສົ່ງ​ຕໍ່​ທວນ​ໄຟ​ຄົນ​ທຳ​ອິດ​ຢູ່​ປັກ​ກິ່ງ. ພ້ອມ​ກັນ​ນັ້ນ, ຂະນະ​ທີ່​ກະ​ຕຸ້ນ​ໃຈ​ຄົນ​ດັ່ງກ່າວ​ກໍ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ2008​ໄດ້​ເປີດ​ສາກ​ຢ່າງ​ເປັນ​ທາງ​ການ​ແລ້ວ.