ຕາມຂ່າວສານຊິນຮວາ:ວັນທີ6ສິງຫານີ້,ທ່ານຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍກ່າວວ່າ,ລັດຖະມົນຕີການຕ່າງປະເທດຂອງກຳປູເຈຍແລະໄທມີແຜນຈະຈັດ ການເຈລະຈາຮອບທີສອງຢູ່ໄທໃນວັນທີ18ສິງຫານີ້,ເພື່ອສະແຫວງຫາວິທີແກ້ໄຂຄວາມຂັດແຍ່ງກັນຢູ່ເຂດຊາຍແດນສອງປະເທດໂດຍສັນຕິ.
ທ່ານຮຸນແຊນກ່າວວ່າ,ທ່ານໂຮ ນາມຮົນ ຮອງນາຍົກທັງເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດກຳປູເຈຍຈະປຶກສາຫາລືກັບທ່ານເຕດ ບຸນນາກ ລັດຖະມົນຕີວ່າການກະຊວງການຕ່າງປະເທດຜູ້ໃໝ່ຂອງໄທ,ເນື້ອໃນການປຶກສາຫາລືຈະກ່ຽວພັນເຖິງເລື່ອງທີ່ກອງທະຫານຂອງໄທຖອນອອກຈາກເຂດໃກ້ຜາສາດພະວິຫານແລະຜາສາດຕາ ໂມອັນ ທົມ.
ປະຈຸບັນນີ້,ຢູ່ເສັ້ນຊາຍແດນກຳປູເຈຍກັບໄທທີ່ຍາວປະມານ800ກິໂລແມັດນັ້ນ,ມີຫຼັກໝາຍຊາຍແດນ73ໜ່ວຍທໍ່ນັ້ນ,ນອກນັ້ນໄດ້ເສຍໄປແລ້ວ,ຕ້ອງຕັ້ງຄືນໃໝ່.ທ່ານຮຸນແຊນເຫັນວ່າ,ເມື່ອກອງທະຫານສອງປະເທດລ້ວນແຕ່ຖອນກັບຄືນຮອດທີ່ປະຈຳກ່ອນວັນທີ15ກໍລະກົດແລ້ວນີ້ແລ້ວ,ສອງຝ່າຍຈຶ່ງສາມາດແທກດິນແລະຕັ້ງຫຼັກໝາຍຊາຍແດນ.
|