ຕາມຂ່າວສານຊິນຮວາ:ຫວ່າງມໍ່ໆນີ້,ສື່ມວນຊົນຕ່າງປະເທດຈຳນວນໜຶ່ງພາກັນພິມບົດຄວາມຍ້ອງຍໍສັນລະເສີນວຽກງານກະກຽມງານກິລາໂອລິມປິກປັກກິ່ງ,ແລະອວຍພອນງານກິລາໂອລິມປິກປັກກິ່ງຈົ່ງໄດ້ຮັບຜົນສຳເລັດຢ່າງເຕັມເມັດເຕັມໜ່ວຍ.
ໜັງສືພິມນິວຢອກແທມສ໌ຂອງອາເມລິກາພິມບົດຄວາມທີ່ພາດຫົວເລື່ອງວ່າ "ທ່ານບຸສໄປປັກກິ່ງໃນນາມເປັນແຟນກິລາ",ໂດຍຂຽນວ່າ ທ່ານບຸສຈະແມ່ນປະທານາທິບໍດີອາເມລິກາ ຜູ້ທຳອິດທີ່ໄປຕ່າງປະເທດເຂົ້າຮ່ວມງານກິລາໂອລິມປິກໃນອາຍຸຕຳແໜ່ງ.ໜັງສືພິມວໍຊິງຕັນພົສດ໌ໄດ້ພິມຄຳເວົ້າຂອງທ່ານບຸສວ່າ: "ສາເຫດໜຶ່ງທີ່ຂ້າພະເຈົ້າໄປປັກກິ່ງແມ່ນ,ຂ້າ ພະເຈົ້າຢາກສະແດງຄວາມໂຄລົບນັບຖືຕໍ່ປະຊາຊົນຈີນ,ນີ້ແມ່ນໂອກາດທີ່ພາກພູມໃຈຂອງຈີນ."
ໜັງສືພິມລຽນເຮີຈາວປ້າວຂອງສິງກະໂປສະບັບວັນທີ6ສິງຫານີ້,ພິມບົດຄວາມວ່າ,ງານກິລາໂອລິມປິກປັກກິ່ງທີ່ມີຫຼາຍສີຫຼາຍສັນຄັ້ງນີ້ຈະຂຽນໜ້າໃໝ່ໃນປະຫວັດສາດກິລາໂອລິມປິກ,ເຊື່ອໝັ້ນວ່າ ຜູ້ທີ່ໄດ້ປະສົບງານກິລາໂອລິມປິກປັກກິ່ງໂດຍຕົນເອງຈະເວົ້າຢູ່ໃນໃຈເປັນເວລາດົນນານວ່າ:"ປັກກິ່ງ,ຂ້ອຍຮັກເຈົ້າ."
|