ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-08-08 12:17:24    
ທ່ານ​ຊາກ ໂຣ​ເກ​ຕີ​ລາ​ຄາ​ສູງ​ຕໍ່​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ

cri Author: shuo

ຕາມ​ຂ່າວ​ຈາກ​ໜັງສືພິມ​ປະຊາຊົນ​ລາຍ​ວັນ:ວັນ​ທີ7​ສິງຫາ​ນີ້,​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ສູນ​ຖະ​ແຫຼງ​ຂ່າວ​ຫຼັກ​ຂອງ​ງານ​ກິ​ລາ​​ໂອ​ລິມ​ປິກ,​ທ່ານ​ຊາກ ​ໂຣ​ເກີ ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ກ່າວ​ວ່າ,​ງານ​ກິ​ລາ​ໂອ​ລິມ​ປິກ​ເຮັດ​ໃຫ້​ຈີນ​ດີກ​ວ່າ​ເກົ່າ,​ແລະ​ກໍ່​ຈະ​ເຮັດ​ໃຫ້​ໂລກ​ເຂົ້າ​ໃຈ​ຈີນ​ຍິ່ງ​ດີກ​ວ່າ​ເກົ່າ.

ທ່ານ​ໂຣ​ເກ​ກ່າວ​ວ່າ,​ເວົ້າສຳລັບ​ປະ​ຊາ​ຊົນ​ຂອງ​ປະ​ເທດ​ສ່ວນ​ຫຼາຍ​ໃນ​ໂລກ​ແລ້ວ,ຈີນ​ຍັງ​ແມ່ນ​ປະ​ເທດ​ທີ່​ເລິກ​ລັບ​ໜ້ອຍ​ໜຶ່ງ.​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ຈະ​ໃຫ້​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ​ໃນ​ໂລກ​ເຫັນ​ປະ​ເທດ​​ທີ່​ດີ​ເດັ່ນ​ທີ່​ສຸດ,​ເຫັນ​ມູນ​ເຊື້ອ​ແລະ​ວັດ​ທະ​ນະ​ທຳ​ທີ່​ມີ​ປະ​ຫວັດ​ສາດ​​ຫ້າ​ພັນ​ປີ​ຂອງ​ຈີນ,​ນີ້​ຈະ​ເຮັດ​ໃຫ້​ໂລກ​ປ່ຽນ​ແປງ​ທັດ​ສະ​ນະ​ທີ່​ມີ​ຕໍ່​ຈີນ,​ນີ້​ເວົ້າ​ສຳ​ລັບ​ປະ​ຊາ​ຊົນ​ປະ​ເທດ​ອື່ນ​ແລ້ວ​ກໍ່​ມີ​ຄວາມ​ໝາຍ​ສຳ​ຄັນ​ເຊັ່ນ​ດຽວ​ກັນ.


ທ່ານ​​ໂຣ​ເກ​ໄດ້​ຕີ​ລາຄາ​ສູງ​ຕໍ່​ວຽກ​ງານ​ກະກຽມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,​ແລະ​ຍ້ອງ​ຍໍ​ສັນ​ລະ​ເສີນ​ຄວາມ​ພະຍາຍາມ​ຂອງ​ລັດ​ຖະ​ບານ​ຈີນ​ໃນ​ການ​ປັບ​ປຸງ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ.​ທ່ານ​ກ່າວ​ວ່າ,​ລັດ​ຖະ​ບານ​ຈີນ​ໄດ້​ໃຊ້​ມາດ​ຕະ​ການ​ໝົດ​ທຸກ​ຢ່າງ​ທີ່​ອາດ​ເປັນ​ໄປ​ໄດ້​ແລະ​ທັງ​ເອົາ​ໃຈ​ໃສ່​ນຳ​ຄົນ,​ຄວາມ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ​ຈີນ​ເລີດ​ລ້ຳ​ທີ່​ສຸດ,​ດຽວ​ນີ້,​ສິ່ງ​ແວດ​ລ້ອມ​ຂອງ​ປັກ​ກິ່ງ​ແມ່ນ​ປອດ​ໄພ​ຕໍ່​ນັກ​ກິ​ລາ.