ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-08-09 17:07:20    
ທ່ານ​ຫູ​ຈິນ​ທ່າວ​ພົບ​ກັບ​ທ່ານ​ອິສ​ລາມ ຄາ​ຣີ​ມົຟ

cri Author: shuo

ຕາມ​ຂ່າວCRI:ວັນ​ທີ9​ສິງຫາ​ນີ້,ຢູ່​ປັກ​ກິ່ງ,ທ່ານ​ຫູ​ຈິນທ່າວ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ກັບ​ທ່ານ​ອິສ ລາມ ຄາ​ຣີ​ມົຟ ປະ​ທາ​ນາ​ທິ​ບໍ​ດີ​ອຸ​ສ​ເບກ​ກີ​ສະ​ຖານ​ທີ່ມາ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ.

ທ່ານ​ຫູ​ຈິນທ່າວ​ກ່າວ​ວ່າ,ການ​ພົວພັນ​ຈີນ​ອຸສ​ເບກ​ກີ​ສະຖານ​ຂະ​ຫຍາຍ​ຕົວ​ຢ່າງ​ສືບ​ເນື່ອງ​ແລະ​ວ່ອງ​ໄວ.​ສອງ​ຝ່າຍ​ເຂົ້າ​ໃຈ​​ເຊິ່ງກັນ​ແລະ​ກັນ​ແລະ​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ໃນ​ບັນ​ຫາ​ສຳ​ຄັນ​ຈຳ​ນວນ​ໜຶ່ງ,​ແລະ​ໄດ້​ຮັບ​ໝາກ​ຜົນ​ການ​ຮ່ວມ​ມື​ຢ່າງ​ເດັ່ນ​ຊັດ​ໃນ​ຂົງ​ເຂດ​ຕ່າງໆ ຄື ​ ເສດ​ຖະ​ກິດ​ການ​ຄ້າ ພະ​ລັງ​ງານ​ແລະ​ວັດ​ທະ​ນະ​ທຳ​ເປັນ​ຕົ້ນ.​ຈີນ​ຍິນ​ດີ​ສືບ​ຕໍ່​ຮ່ວມ​ມື​ກັບ​ອຸສ​ເບກ​ກີ​ສະ​ຖານ​ຢ່າງ​ແໜ້ນ​ແຟ້ນ.

ທ່ານ​ຄາຣີມົຟກ່າວ​ວ່າ,ປະຊາຊົນ​ອຸສ​​ເບ​ກ​ກີ​ສະຖານຈະ​​ບໍ່​ລືມການ​ສະ​ໜັບ​ສະ​ໜູນ​ແລະ​ຊ່ວຍ​ເຫຼືອ​ຂອງ​ປະ​ຊາ​ຊົນ​ຈີນ.​ອຸສ​ເບກ​ກີ​ສະ​ຖານ​ຫວັງ​ຂະ​ຫຍາຍ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ກັບ​ຈີນ​ໃນ​ຂົງ​ເຂດ​ຕ່າງໆ,​ຍຶດ​ໝັ້ນ​ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມ​ຂອງ​ຈີນ​ທີ່​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ,​ຈະ​ສືບ​ຕໍ່ຮ່ວມ​ມື​ກັບ​ຈີນ​ເພື່ອ​ໂຈມ​ຕີ​ອິດ​ທິ​ກຳ​ລັງ​ສາມດ້ານ ​ເຊັ່ນ ອິດ​ທິ​ກຳ​ລັງ​ກໍ່​ການ​ຮ້າຍ​ດ້ວຍ​ກຳ​ລັງ​ຮຸນ​ແຮງ ອິດ​ທິ​ກຳ​ລັງ​ແບ່ງ​ແຍກ​ປະ​ເທດ​ຊາດ​ແລະ​ອິດ​ທິ​ກຳ​ລັງ​ຫົວ​ຮຸນ​ແຮງ​ຂອງ​ສາ​ສະ​ໜາ.